ບັນຍາກາດເບີກບານມ່ວນຊື່ນໃນການແຂ່ງຂັນຫໍ່ເຂົ້າຕົ້ມຂອງຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ (ພາບ: TTXVN) |
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ “ຕ້ອນຮັບລະດູບານໃໝ່ປີຂານ” ໂດຍສະຖານທູດ ຫວຽດນາມ, ຄະນະຕິດຕໍ່ພົວພັນປະຊາຄົມຊາວ ຫວຽດນາມ ແລະ ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສິງກະໂປ ສົມທົບກັນຈັດຂຶ້ນ ໃນໂອກາດບຸນເຕັດ ແລະ ລະດູບານໃໝ່ ວຽນມາ.
ການແຂ່ງຂັນດັ່ງກ່າວ ໄດ້ດຶງດູດ 11 ທິມເຂົ້າຮ່ວມ, ແຕ່ລະທິມ ລວມມີ 2 ຄົນ, ເຊິ່ງຢູ່ໃນໄວອາຍຸທີ່ແຕກຕ່າງກັນ. ບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ບໍ່ຕ່າງຫຍັງກັບບັນຍາກາດຂອງວັນທີ 30 ບຸນເຕັດຢູ່ບ້ານເກີດເມືອງນອນ. ພາຍຫຼັງການແຂ່ງຂັນຫໍ່ເຂົ້າຕົ້ມ, 11 ທິມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ສິງກະໂປ, ພັນລະຍາພະນັກງານສະຖານທູດ ພ້ອມດ້ວຍບັນດາອົງການຜູ້ຕາງໜ້າ ແລະ ສະມາຊິກຄະນະຕິດຕໍ່ພົວພັນ ສືບຕໍ່ຫໍ່ເຂົ້າຕົ້ມ 100 ກ້ອນ ແລະ ກະກຽມຂອງຂວັນ 100 ພູດ ເພື່ອມອບໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ສິງກະໂປ ເນື່ອງໃນໂອກາດບຸນປີໃໝ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
