(vovworld)-ປະຊາຄົມເສດຖະກິດ ອາຊຽນ(AEC) ຄາດວ່າ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2015 ດ້ວຍຈຸດໝາຍສ້າງຕະຫລາດລວມຂອງພາກພື້ນ. ນີ້ຈະແມ່ນບາດລ້ຽວນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດບັນດາປະເທດ ອາຊຽນ ເວົ້າລວມ ແລະ ວິສາຫະກິດຫວຽດນາມ ເວົ້າສະເພາະ. ບັນດາວິສາຫະກິດຫວຽດນາມ ໄດ້ ແລະ ພວມກະກຽມຄືແນວໃດໃຫ້ແກ່ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ? ນີ້ກໍແມ່ນເນື້ອໃນບົດຂຽນຂອງ ນັກຂ່າວຫວຽດຮ່າ.
![]() |
ໃນໄລຍະມໍ່ໆມານີ້, ການເຊື່ອມໂຍງເຂົ້າກັບເສດຖະກິດ ອາຊຽນ ແມ່ນບັນຫາບໍ່ພຽງແຕ່ໄດ້ຮັບຄວາມສົນໃຈຈາກຫວຽດນາມເທົ່ານັ້ນ ຫາກນັບທັງບັນດາປະເທດໃນພາກພື້ນອີກດ້ວຍ. ສິ່ງດັ່ງກ່າວສະແດງອອກດ້ວຍເລື່ອງບັນດາປະເທດ ອາຊຽນ ຕັ້ງຫນ້າຜັນຂະຫຍາຍການເຄື່ອນໄຫວກະກຽມສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃນປີ 2015. AEC ໄດ້ຮັບການສ້າງຕັ້ງຂຶ້ນ ຈະເປັນຂີດໝາຍແຫ່ງການເຊ່ືອມໂຍງເຂົ້າກັບພາກພື້ນຢ່າງຮອບດ້ານຂອງບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງໃຕ້, ມູ່ງໄປເຖິງຮູບແບບປະຊາຄົມເສດຖະກິດ-ຄວາມໝັ້ນຄົງ-ສັງຄົມ. AEC ຈະປະສານພື້ນຖານເສດຖະກິດຂອງ 10 ປະເທດສະມາຊິກໃນທຸກການເຄື່ອນໄຫວຜະລິດດຳເນີນທຸລະກິດ, ການຄ້າ ແລະ ການລົງທຶນ, ສ້າງຕະຫລາດລວມຂອງພາກພື້ນທີ່ມີພົນລະເມືອງ 600 ລ້ານຄົນ ດ້ວຍຍອດຜະລິດຕະພັນພາຍໃນ GDP ແຕ່ລະປີປະມານ 2.000 ຕື້ USD. ອາດເວົ້າໄດ້ວ່າ ນີ້ແມ່ນກາລະໂອກາດໃຫຍ່ໃຫ້ບັນດາວິສາຫະກິດຫວຽດນາມ,ເພາະວ່າ ມີວິສາຫະກິດຫລາຍແຫ່ງ, ເປັນຕົ້ນແມ່ນວິສາຫະກິດຂະຫນາດໃຫຍ່ ໄດ້ສ້າງແຜນການກະກຽມເພື່ອເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ, ໃນຂະນະ ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີເງື່ອນໄຂສຳພັດ, ຊອກຮູ້ເພື່ອແຊກຊືມເຂົ້າຕະຫລາດກວ້າງໃຫຍ່ນີ້. ທ່ານ ຫງວຽນກົງແຢງ, ຜູ້ຮັບຜິດຊອບຂາອອກຂາເຂົ້າຂອງ ບໍລິສັດຫຸ້ນສ່ວນວັດສະດຸ ແລະ ອຸປະກອນ ຕວານໂບ້(Toan Bo) ແບ່ງປັນວ່າ:
“ປະຈຸບັນ, ບັນດາວິສາຫະກິດຫວຽດນາມ ມີທ່າໄດ້ປຽບກ່ຽວກັບຜະລິດຕະພັນກະເສດ, ສ່ວນສິນຄ້າບາງປະເພດອື່ນຍັງປະສົບກັບຄວາມຫຍຸ້ງຍາກ. ບໍລິສັດຂອງພວກຂ້າພະເຈົ້າສົ່ງອອກລົດຈັກ ກໍແມ່ນປະເພດສິນຄ້າມີທ່າໄດ້ປຽບ, ແຕ່ພວມປະສົບກັບຄວາມແກ້ງແຍ້ງຈາກບັນດາປະເທດຄື ໄທ, ຈີນ ເພາະ ລາຄາລົດຈັກຢູ່ບັນດາປະເທດເຫລົ່ານີ້ ຖືກກວ່າ, ຮູບແບບງາມກວ່າ. ສະນັ້ນ ບໍລິສັດຂ້າພະເຈົ້າຕ້ອງເຮັດແນວໃດໃຫ້ມີລາຄາແກ້ງແຍ້ງ ແລະ ຄຸນນະພາບດີກວ່າ ຈື່ງແຊກຊືມເຂົ້າຕະຫລາດນີ້ໄດ້.”
ດຣ ຫງວຽນດືກແທ່ງ, ຜູ້ອຳນວຍການສູນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍຖືວ່າ: ບັນດາວິສາຫະກິດຫວຽດນາມ ຄວນເປັນເຈົ້າການກວ່າເພື່ອຊອກຮູ້ກາລະໂອກາດ ແລະ ຊ່ອງທາງໃຫ້ເໝາະສົມກັບຕົນເອງ.
“ຫວຽດນາມ ມີທີ່ຕັ້ງສະດວກໃນການເຊື່ອມຈອດ ອາຊຽນ ແລະ ອາຊີຕາເວັນອອກສ່ຽງເຫນືອ. ເມື່ອເຊື່ອມໂຍງ, ຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນ, ທຸລະກຳດ້ານການຄ້າຂອງມະນຸດຫລຸດລົງ, ສ້າງເງື່ອນໄຂໃຫ້ການເຊື່ອມຕໍ່ພົວພັນກັບສະຖານທີ່ຫ່າງໄກຢ່າງສະດວກສະບາຍກວ່າ. ການຜະລິດ, ການສົ່ງອອກຂອງວິສາຫະກິດ ຄວນຄິດໄລ່ເຖິງລັກສະນະພິເສດສະເພາະ. ຖ້າສຸມໃສ່ຂະແຫນງເກົ່າ ເພື່ອສ້າງເຄືອຄ່າຍການຜະລິດຈະບໍ່ໄດ້ຮັບຜົນ. ຫວຽດນາມ ຕ້ອງສຸມໃສ່ບັນດາຜະລິດຕະພັນທີ່ມີທ່າໄດ້ປຽບຂອງຕົນ.”
ທ່ານເຈີນແທງຫາຍ, ຮອງຫົວຫນ້າກົມຂາອອກຂາເຂົ້າ- ກະຊວງອຸດສາຫະກຳ ການຄ້າຫວຽດນາມ ຖືວ່າ: ເມື່ອເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ, ບັນດາວິສາຫະກິດ ຫວຽດນາມຕ້ອງເຂົ້າໃຈສິ່ງທ້າທາຍຢ່າງຈະແຈ້ງ ພິເສດ, ວິສາຫະກິດ ຢາກໄດ້ຮັບບຸລິມະສິດດ້ານພາສີຕາມສັນຍາການຄ້າ ອາຊຽນ (ATIGA) ຕ້ອງຮັບປະກັນຫລັກການແຫຼ່ງຜະລິດສິນຄ້າ ຂອງບັນດາປະເທດ ອາຊຽນ. ທ່ານ ເຈີນແທງຫາຍ, ໃຫ້ຮູ້ວ່າ:
“ອັດຕາພາສີຫລຸດລົງ, ແຕ່ຍັງມີຮົ້ວກີດຂວາງອື່ນຄື: ຫລັກການກ່ຽວກັບແຫຼ່ງຜະລິດສິນຄ້າ. ໝາຍຄວາມວ່າ ຕ້ອງມີຢ່າງຫນ້ອຍສຸດ 40% ປະລິມານສິນຄ້າຜະລິດພາຍໃນກຸ່ມອາຊຽນຈື່ງໄດ້ຮັບບຸລິມະສິດ. ຖ້າຫາກນຳເຂົ້າວັດຖຸດິບຈາກຕ່າງປະເທດ ຈະບໍ່ໄດ້ຮັບບຸລິມະສິດດ້ານພາສີ. ນອກນັ້ນ, ຍັງມີມາດຕະການອ່ືນຈຳນວນຫນຶ່ງຄື: ຕ້ານການອຸດຫນູນ, ຕ້ານການຂາຍບຸບລາຄາກໍແມ່ນຮົ້ວກີດຂວາງດ້ານການຄ້າຊື່ງວິສາຫະກິດຄວນເອົາໃຈໃສ່.”
ສຳລັບບັນດາວິສາຫະກິດຫວຽດນາມ, ນອກຈາກຕ້ອງມີບຸກຄະລາກອນສະເພາະກິດໃນການສ້າງຕະຫລາດ, ຄວນມີການກະກຽມບັນດາຜະລິດຕະພັນ, ການຫຸ້ມຫໍ່, ຮູບແບບຢ່າງລອງຄອບຖິ່ຖ້ວນ….ກໍ່ຄືມີບັນດາວິທີການແຊກຊືມເຂົ້າຕະຫລາດຢ່າງເໝາະສົມ. ພ້ອມກັນນັ້ນ, ໃນວິວັດການພັດທະນາຕະຫລາດຕ້ອງອີງຕາມທ່າອ່ຽງໃຊ້ສອຍຂອງປະຊາຊົນແຕ່ລະປະເທດອາຊຽນ. ໃນວິວັດການດຳເນີນທຸລະກິດ ຄວນຮ່ວມສຳພັນກັບບໍລິສັດຈຳຫນ່າຍຢູ່ພາຍໃນປະເທດ ທີ່ມີຊື່ສຽງ ແລະມີກຳລັງຄວາມສາມາດ. ພຶດຕິກຳຕົວຈິງໃຫ້ເຫັນວ່າ, ຜະລິດຕະພັນຂອງແຕ່ລະປະເທດ, ແຕ່ລະວິສາຫະກິດ ລ້ວນແຕ່ນອນໃນລະບົບມູນຄ່າຂອງພາກພື້ນ ຫລື ລະບົບມູນຄ່າຂອງທົ່ວໂລກ. ປະຊາຄົມເສດຖະກິດ ອາຊຽນ ຈະສ້າງໂອກາດອັນລຳ້ຄ່າ ເພື່ອໃຫ້ຫວຽດນາມ ພັດທະນາຕາມທ່າອ່ຽງ ແລະ ລະດັບການພັດທະນາເສດຖະກິດຂອງພາກພື້ນ ແລະ ໂລກ. ສະນັ້ນ ລັດຖະບານ ແລະ ບັນດາວິສາຫະກິດ ຫວຽດນາມ ໄດ້ ແລະ ພວມຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍໃນວິວັດທະນາການສ້າງ AEC.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
