(vovworld)-ພັດທະນາຂະແຫນງຕຳ່ແຜ່ນຕັດຫຍິບຕິດພັນກັບວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຮັບເອົາບົດຮຽນໃໝ່ຈາກບັນດາປະເທດພັດທະນາໃນຂົງເຂດຕຳ່ແຜ່ນຕັດຫຍິບ ເພື່ອຈຸດໝາຍສ້າງຂະແຫນງຕຳ່ແຜ່ນຕັດຫຍິບ ຫວຽດນາມ ໃຫ້ກາຍເປັນຫນຶ່ງໃນບັນດາຂະແຫນງອຸດສາຫະກຳຈຸດສຸມ, ປາຍແຫລມກ່ຽວກັບການສົ່ງອອກ. ສິ່ງດັ່ງກ່າວໄດ້ຮັບການເຕື້ອງເຖິງໃນແຜນຮ່າງ “ວາງແຜນພັດທະນາຂະແຫນງອຸດສາຫະກຳຕຳ່ແຜ່ນຕັດຫຍິບຫວຽດນາມ ຮອດປີ 2020 ວິໄສທັດ 2030” ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ຮຽບຮຽງ.
ຕຳ່ແຜ່ນຕັດຫຍີບພວມແມ່ນຂົງເຂດມີທີ່ຕັ້ງສຳຄັນໃນພື້ນຖານເສດຖະກິດຫວຽດນາມ. ປະຈຸບັນ ທົ່ວປະເທດມີວິສາຫະກິດຕຳ່ແຜ່ນຕັດຫຍິບ 5.982 ແຫ່ງ, ປະກອບ 8% GDP, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 2 ລ້ານຄົນ ແລະ ແມ່ນຫນຶ່ງໃນບັນດາຂະແຫນງນຳຫນ້າໃນການສົ່ງອອກ. ປີ 2012, ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບບັນລຸກວ່າ 17 ຕື້ USD, ປະກອບເກືອບ 15% ໃຫ້ແກ່ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນຈຳນວນ 5 ປະເທດສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຫລາຍກວ່າໝູ່ຢູ່ໃນໂລກ. ການພັດທະນາຂອງຂະແຫນງຕຳ່ແຜ່ນຕັດຫຍິບໄລຍະຜ່ານມາໄດ້ປະກອບສ່ວນແກ້ໄຂບັນຫາຮັບປະກັນຊີວິດສັງຄົມ, ຫັນປ່ຽນອົງປະກອບເສດຖະກິດ ແລະ ແຮງງານ. ເຖິງຢ່າງໃດກໍຕາມ, ຂະແຫນງຕຳ່ແຜ່ນຕັດຫຍິບຍັງມີຫລາຍບັນຫາທີ່ຍັງຄົງຄ້າງຢູ່ຄື: ເຕັກໂນໂລຢີຫນູນຊ່ວຍຂະແຫນງຕຳ່ແຜ່ນຕັດຫຍິບຍັງຫລ້າຫລັງ, ແພໄຫມ ແລະ ເຄື່ອງຮັບໃຊ້ຂະແຫນງຕັດຫຍິບສ່ວນຫລາຍແມ່ນນຳເຂົ້າຈາກຕ່າງປະເທດ. ມີວິສາຫະກິດຫລາຍແຫ່ງພຽງແຕ່ຜະລິດຕາມຮູບແບບຮັບຈ້າງເທົ່ານັ້ນ, ສະນັ້ນມູນຄ່າເພີ່ມຍັງຢູ່ໃນລະດັບຕຳ່. ໃນຂະນະນັ້ນ, ວຽກງານເກັບກຳ, ໄຈ້ແຍກ, ສະຫນອງຂໍ້ມູນຂ່າວສານກ່ຽວກັບຕະຫລາດຍັງຊັກຊ້າ; ຄວາມຊຳນານງານໃນການອອກແບບ, ພັດທະນາຜະລິດຕະພັນຍັງຈຳກັດຢູ່. ການຫັນປ່ຽນຢ່າງວ່ອງໄວຂອງຂະແຫນງຕຳ່ແຜ່ນຕັດຫຍິບຢູ່ໃນໂລກໄດ້ ແລະ ພວມເຮັດໃຫ້ຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ຕ້ອງມີການດັດປັບໃຫ້ເໝາະສົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງ. ທ່ານນາງ ໂຮ່ທິກີມທວາ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ ເສດຖະກິດ ຫວຽດນາມ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງເຂົ້າພື້ນຖານເສດຖະກິດໂລກ ແລະ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງສອງຝ່າຍແລະ ຫລາຍຝ່າຍກັບ 80 ກວ່າປະເທດ ຫລາຍສະບັບ. ໃນສະພາບຄືແນວນັ້ນ ຂະແຫນງຕຳ່ແຜ່ນຕັດຫຍິບ ຄວນມີການປ່ຽນແປງເພື່ອຕອບສະຫນອງຄວາມຕ້ອງການຂອງສະພາບຕົວຈິງ.”
![]() ພາບປະກອບ:internet
|
ດ້ວຍເຫດນັ້ນ ຫວ່າງແລ້ວນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ແຜນຮ່າງ “ສ້າງແຜນພັດທະນາຂະແຫນງອຸດສາຫະກຳຕຳ່ແຜ່ນຕັດຫຍິບຫວຽດນາມຮອດປີ 2020, ວິໄສທັດ ປີ 2030”, ໃນນັ້ນ ສຸມໃສ່ດັດປັບແຜນພັດທະນາຂະແຫນງຕຳ່ແຜ່ນຕັດຫຍິບຮອດປີ 2015, ກຳນົດທິດຮອດປີ 2020 ໃຫ້ເໝາະສົມກັບສະພາບຕົວຈິງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ. ບັນຫາວາງອອກນັ້ນແມ່ນ ຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ຄວນເພີ່ມອັດຕາຊົມໃຊ້ຜະລິດຕະພັນພາຍໃນ, ຈຳກັດທ່າອ່ຽງຜະລິດຕາມຮູບແບບຮັບຈ້າງ, ພັດທະນາລະບົບສະຫນອງເຄື່ອງຕຳ່ແຜ່ນຕັດຫຍິບໃນທົ່ວຂະແຫນງຢ່າງຄົບຊຸດ, ນັບແຕ່ການຜະລິດວັດຖຸດິບ, ການກໍ່ສ້າງບັນດາໂຮງງານຜະລິດຝ້າຍ, ຕະຫຼອດຮອດການຕຳ່ແຜ່ນຕັດຫຍິບ, ເຮັດໄດ້ຄືແນວນັ້ນ ຈຶ່ງສາມາດເພີ່ມມູນຄ່າເພີ່ມຂຶ້ນຕື່ມ ແລະ ບັນລຸປະສິດທິຜົນ. ຄຽງຄູ່ກັນນັ້ນ ການຕອບສະໜອງຄວາມຕ້ອງການນັບແຕ່ສົ້ນເຂົ້າຕະຫລອດຮອດສົ້ນອອກຈະຊ່ວຍໃຫ້ຫວຽດນາມ ຕອບສະຫນອງໄດ້ຄວາມຮຽກຮ້ອງກ່ຽວກັບແຫ່ງຜະລິດເຄື່ອງຕຳ່ແຜ່ນຕັດຫຍິບໃນບັນດາສັນຍາການຄ້າເສລີ. ທ່ານ ເລຕຽນເຈື່ອງ ຮອງຜູ້ອຳນວຍການໃຫຍ່ປະຈຳກຸ່ມບໍລິສັດ ຕຳ່ແຜ່ນຕັດຫຍິບຫວຽດນາມ (Vinatex) ໃຫ້ຮູ້ວ່າ:
“ວິວັດທະນາການກະກຽມຂອງຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ໃນຫລາຍປີຜ່ານມາ ດ້ວຍທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນນັ້ນ ແມ່ນຖືກຕ້ອງຊັດເຈນ. ພວກເຮົາສຸມໃສ່ປັບປຸງມູນຄ່າເພີ່ມພາຍໃນປະເທດ, ເພີ່ມລັກສະນະເປັນເຈົ້າການໃນທຸກຂອດ, ພິເສດ ຂອດອອກແບບ ແລະ ວັດຖຸດິບ. ວິວັດການນີ້ໄດ້ດຳເນີນໃນສີບໆປີຜ່ານມາ ນັບແຕ່ເມື່ອລັດຖະບານກະກຽມເຈລະຈາສັນຍາການຄ້າສອງຝ່າຍ BTA ກັບອາເມລິກາ, ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ປະຈຸບັນ ພວມກະກຽມເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP). ການກະກຽມໃນຫລາຍປີຜ່ານມາໄດ້ຊ່ວຍຂະແຫນງ ຕຳ່ແຜ່ນຕັດຫຍິບຫວຽດນາມ ປັບປຸງມູນຄ່າເພີ່ມ ຈາກ 25-30% ອັດຕານຳໃຊ້ວັດຖຸພາຍໃນ. ມາເຖິງປະຈຸບັນ, ອັດຕານຳໃຊ້ວັດຖຸພາຍໃນປະເທດບັນລຸເກືອບ 50%.”
ຈຸດໝາຍພັດທະນາຂອງຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ໃນໄລຍະຈະມາເຖິງແມ່ນສ້າງຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ໃຫ້ກາຍເປັນຂະແຫນງອຸດສາຫະກຳຈຸດສຸມກ່ຽວກັບການສົ່ງອອກ, ຕອບສະຫນອງຄວາມຕ້ອງການການໃຊ້ສອຍພາຍໃນປະເທດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານເປັນຈຳນວນຫລາຍ, ຍົກສູງຄວາມສາມາດແກ້ງແຍ້ງ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດພາກພື້ນ ແລະ ໂລກຢ່າງໝັ້ນຄົງ, ສູ້ຊົນຮອດປີ 2020 ຈະສ້າງເຄື່ອງໝາຍການຄ້າທີ່ມີຊື່ສຽງ. ຕາມແຜນຮ່າງແລ້ວ, ຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ຈະສູ້ຊົນເພື່ອບັນລຸວົງເງິນສົ່ງອອກຈາກ 31 - 32 ຕື້ USD ໃນປີ 2020 ແລະ ເພີ່ມຂຶ້ນ 60 - 65 ຕື້ USD ໃນປີ 2030. ດ້ວຍທ່າແຮງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ທີ່ມີສີມືດີ, ສິນຄ້າມີຫລາຍຮູບຫລາຍແບບ, ຂະແຫນງ ຕຳ່ແຜ່ນຕັດຫຍິບຫວຽດນາມ ນັບມື້ນັບຢືນຢັນທີ່ຕັ້ງຂອງຕົນໃນຕະຫລາດໂລກ. ເຖິງຢ່າງໃດກໍຕາມ ຕໍ່ຫນ້າທ່າອ່ຽງໃຫມ່, ຂະແຫນງ ຕຳ່ແຜ່ນຕັດຫຍິບຫວຽດນາມ ຄວນເພີ່ມທະວີການຮ່ວມມື, ຖອດຖອນບົດຮຽນຈາກປະເທດຕ່າງໆ, ກຳແຫນ້ນກາລະໂອກາດໃຫມ່, ພັດທະນາຢ່າງຄົບຊຸດ ຈາກນັ້ນສ້າງການຫັນປ່ຽນເພື່ອພັດທະນາຢ່າງວອ່ງໄວ ແລະ ໝັ້ນຄົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
