(vovworld) - ຫວຽດນາມ ແມ່ນປະເທດສົ່ງອອກປາທູນາມະຫາສະມຸດຫລາຍອັນດັບ 3 ໃນໂລກ ແຕ່ປະຈຸບັນ, ມູນຄ່າການສົ່ງອອກຜະລິດຕະພັນປາທູນາມະຫາສະມຸດ ຫວຽດນາມ ບໍ່ທັນສູງ ແລະ ຍາມໃດກໍ່ປະສົບກັບຄວາມຫຍຸ້ງຍາກຢູ່ຕະຫລາດໂລກ. ສາຍເຫດຕົ້ນຕໍຍ້ອນການເຄື່ອນໄຫວຂຸດຄົ້ນປາທູນາມະຫາສະມຸດຍັງຄົງມີລັກສະນະທຳມະຊາດ, ບໍ່ທັນໄດ້ຮັບການຄຸ້ມຄອງຕາມມາດຖານສາກົນ. ປີ 2010, ຄະນະກຳມະການອາຊີບຫາປາພາກຕາເວັນຕົກ ແລະ ພາກກາງເຂດປາຊີຟິກ ໄດ້ຜັນຂະຫຍາຍໂຄງການ “ຫນູນຊ່ວຍຄຸ້ມຄອງອາຊີບຫາປາທູນາມະຫາສະມຸດ ຫວຽດນາມ”, ປະກອບສ່ວນສ້າງພື້ນຖານເພື່ອໃຫ້ຫວຽດນາມ ກາຍເປັນສະມາຊິກຂອງຄະນະກຳມະການ ອາຊີບຫາປາພາກຕາເວັນຕົກ ແລະ ພາກກາງປາຊີຟິກຢ່າງເປັນທາງການ ໂດຍໄວ.
![]() ຢູ່ເຂດທະເລ ຫວຽດນາມ ມີປາທູນາ 9 ຊະນິດ
ພາບ: thanhnien.com.vn |
ຢູ່ເຂດທະເລ ຫວຽດນາມ ມີປາທູນາ 9 ຊະນິດ, ອາໄສຕົ້ນຕໍຢູ່ເຂດທະເລໄກຝັ່ງທາງພາກກາງ ແລະ ທິດຕາເວັນອອກພາກໃຕ້. ຕາມສະຫະສະມາຄົມປາທູນາ ຫວຽດນາມ ແລ້ວ, ປະລິມານປາທູນາມະຫາສະມຸດຢູ່ເຂດທະເລ ຫວຽດນາມ ປະມານ 50.000 ໂຕນ, ຄວາມສາມາດຂຸດຄົ້ນແບບຍືນຍົງປະມານ 17.000 ໂຕນ/ປີ. ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ກຳນົດວ່າ ປາທູນາມະຫາສະມຸດແມ່ນຫນຶ່ງໃນ 3 ປະເພດສິນໃນນ້ຳສົ່ງອອກຕົ້ນຕໍຂອງ ຫວຽດນາມ (ພ້ອມກັບປາຫນັງ ແລະ ກຸ້ງ). ຕາມການສະຖິຕິຂອງກົມໃຫຍ່ສິນໃນນ້ຳ ຫວຽດນາມແລ້ວ, ປະຈຸບັນ ຫວຽດນາມ ມີ 2500 ພາຫະນະປະກອບອາຊີບຫາ ປາທູນາມະຫາສະມຸດ ແລະ ສຸມໃສ່ຢູ່ບັນດາແຂວງທາງທິດໃຕ້ພາກກາງ ຫວຽດນາມ, ຊື່ງລວມມີ: ແຂວງບີ່ງດີ້ງ, ຟູອຽນ ແລະ ແຄງຮ່ວາ, ດ້ວຍປະລິມານຂຸດຄົ້ນປະຈຳປີເກືອບ 10.000 ໂຕນ. ແຂວງ ຟູອຽນ ໄດ້ຮັບຖືວ່າ ແມ່ນແຫ່ງທີ່ມີອາຊີບຫາປາທູນາມະຫາສະມຸດພັດທະນາກວ່າໝູ່. ສະເພາະໃນປີ 2012, ຊາວປະມົງ ຟູອຽນ ໄດ້ຕໍ່ກຳປັ່ນໃຫມ່, ຫັນກຳປັ່ນນັບຮ້ອຍລຳເປັນພາຫະນະປະກອບອາຊີບຫາປາທູນາມະຫາສະມຸດ. ຊາວປະມົງ ຫງວຽນເດົາ ຢູ່ ຕາແສງ 6 ນະຄອນ ຕຸຍຮ່ວາ ແຂວງ ຟູອຽນ ໃຫ້ຮູ້ວ່າ:
“ກ່ອນນີ້ ມີພຽງແຕ່ຊາວປະມົງຢູ່ແຂວງ ຟູອຽນ ຫລື ບີ່ງດີ້ງ ຫາປາທູນາມະຫາສະມຸດເທົ່ານັ້ນ. ປະຈຸບັນ ໄດ້ຂະຫຍາຍໄປທົ່ວປະເທດແລ້ວ, ຈາກພາກເໜືອຕະຫລອດຮອດພາກໃຕ້. ເພາະວ່າ ອາຊີບຫາປາກໍງ່າຍດາຍ ສະນັ້ນຈຶ່ງມີຫລາຍຄົນເຮັດອາຊີບນີ້.”
ປະຈຸບັນ, ມີ 90% ຜະລິດຕະພັນປາທູນາມະຫາສະມຸດ ຢູ່ ຫວຽດນາມ ສະຫງວນໃຫ້ແກ່ການສົ່ງອອກ. ປີ 2011, ມູນຄ່າການສົ່ງອອກປາທູນາມະຫາສະມຸດ ຫວຽດນາມ ບັນລຸເກືອບ 400 ລ້ານ USD. ໃນ 9 ເດືອນຕົ້ນປີ 2012, ມູນຄ່າການສົ່ງອອກປາທູນາບັນລຸເກືອບ 430 ລ້ານ USD. ປະຈຸບັນ ປາທູນາ ຫວຽດນາມ ຖືກສົ່ງໄປຂາຍຢູ່ 92 ຕະຫລາດສາກົນ. ຄາດວ່າ ໃນປີນີ້, ການສົ່ງອອກປາທູນາມະຫາສະມຸດ ສາມາດເພີ່ມຂຶ້ນສູງໄດ້ ໃນຂະນະທີ່ມູນຄ່າການສົ່ງອອກປະເພດສິນໃນນ້ຳຈຳນວນຫນຶ່ງຖືກຫລຸດລົງເມື່ອທຽບກັບຊຸມປີກ່ອນ. ສິ່ງເປັນຫນ້າສົນໃຈ ນັ້ນແມ່ນ ອາຊີບຂຸດຄົ້ນປຸງແຕ່ງປາທູນາມະຫາສະມຸດ ກວມອັດຕາສ່ວນຫຼາຍ ແລະ ພວມພັດທະນາຢ່າງແຮງ ແຕ່ມາຮອດປະຈຸບັນ ຫວຽດນາມ ບໍ່ທັນມີເອກະສານນິຕິກຳສະບັບໃດກຳນົດສະເພາະກ່ຽວກັບປາທູນາ. ອາຊີບຫາປາທູນາມະຫາສະມຸດ ພັດທະນາແບບທຳມະຊາດ, ການຮັກສາ, ປຸງແຕ່ງ, ສຳພັດກັບຕະຫຼາດຍັງຈຳກັດຢູ່. ສະນັ້ນ ຕ້ອງມີກົນໄກນະໂຍບາຍ ແລະ ມາດຕະການ ເພື່ອສ້າງເງື່ອນໄຂສ່ົງອອກສິນຄ້າປະເພດນີ້ຢ່າງໝັ້ນຄົງ. ທ່ານ ຫວູດີ່ງດາບ, ປະທານສະຫະສະມາຄົມປາທູນາ ຫວຽດນາມ ໃຫ້ຮູ້ວ່າ:
“ຜະລິດຕະພັນຂອງຫວຽດນາມ ສົ່ງໄປຂາຍຢູ່ຕ່າງປະເທດ ຈະຖືກຮົ້ວກີດຂວາງດ້ານເຕັກນິກຈາກຕ່າງປະເທດ. ເພາະວ່າ ຫລາຍປະເທດໄດ້ຍົກອອກບັນດາມາດຕະຖານຄື: ປາທູນາຂຸດຄົ້ນຢູ່ແຫ່ງໃດ, ເງື່ອນໄຂຫລັກອະນາໄມດ້ານສະບຽງອາຫານ... ເມື່ອຫວຽດນາມ ບໍ່ທັນມີເງື່ອນໄຂຢ່າງຄົບຖ້ວນ, ບັນດາປະເທດຄູ່ຮ່ວມມືຈະກໍ່ຄວາມກົດດັນເພື່ອຫລຸດລາຄາລົງ.”
![]() ປະຈຸບັນ, ມີ 90% ຜະລິດຕະພັນປາທູນາມະຫາສະມຸດ ຢູ່ ຫວຽດນາມ ສະຫງວນໃຫ້ແກ່ການສົ່ງອອກ
ພາບ:internet |
ປີ 2010, ຄະນະກຳມະການອາຊີບຫາປາພາກຕາເວັນຕົກ ແລະ ພາກກາງ ເຂດປາຊີຟີກ ໄດ້ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍໂຄງການຄຸ້ມຄອງອາຊີບຫາປາ ມະຫາສະມຸດ, ໂດຍເລັ່ງໃສ່ປາທູນາ 2 ຊະນິດ ທີ່ພວມມີໄພຫຼຸດລົງ, ຍ້ອນຖືກຂຸດຄົ້ນຫລາຍເກີນໄປ. ຈຸດໝາຍຂອງໂຄງການແມ່ນສ້າງພື້ນຖານດ້ານວິທະຍາສາດໃນການຄຸ້ມຄອງອາຊີບຫາປາທູນາມະຫາສະມຸດ, ກ້າວໄປເຖິງເລື່ອງນຳຫວຽດນາມ ກາຍເປັນສະມາຊິກຂອງຄະນະກຳມະການອາຊີບຫາປາພາກຕາເວັນຕົກ ແລະ ພາກກາງເຂດປາຊີຟີກຢ່າງເປັນທາງການ. ຕາມທ່ານ ຟ້າມຈ້ອງອຽນ, ຮອງຫົວຫນ້າກົມວິທະຍາສາດເຕັກໂນໂລຊີ ແລະ ຮ່ວມມືສາກົນ, ສັງກັດກົມໃຫຍ່ສິນໃນນ້ຳຫວຽດນາມແລ້ວ, ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກຂອງຄະນະກຳມະການອາຊີບຫາປາພາກຕາເວັນຕົກ ແລະ ພາກກາງ ເຂດປາຊີຟີກ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ. ແຫລ່ງຜົນປະໂຫຍດປາທູນາໄດ້ຮັບການຄຸ້ມຄອງຢ່າງແຫນ້ນແຟ້ນ ແລະ ສິ່ງສຳຄັນກວ່ານັ້ນ ແມ່ນຜະລິດຕະພັນປາທູນາສົ່ງອອກຂອງ ຫວຽດນາມ ໄດ້ຮັບການຕີລາຄາຢ່າງຍຸຕິທຳ:
“ມາຮອດຈຸດເວລານີ້ ຫວຽດນາມ ບໍ່ທັນມີເອກະສານນິຕິກຳສະບັບໃດກຳນົດສະເພາະກ່ຽວກັບການເຄື່ອນໄຫວຫາປາທູນາ. ຫວຽດນາມ ພຽງແຕ່ຂຸດຄົ້ນປາທູນາເທົ່ານັ້ນ ຫາກຍັງບໍ່ທັນມີວິທີການຮັກສາ. ດັ່ງນັ້ນໂຄງການນີ້ ຈະຊ່ວຍໃຫ້ພວກເຮົາກວດຄືນລະບົບເອກະສານທັງໝົດຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງປາທູນາ. ພາຍຫລັງຄົ້ນຄ້ວາບົນພື້ນຖານນັ້ນ ບັນດາອົງການຄຸ້ມຄອງລັດ ຈະສະເຫນີຕໍ່ລັດ ຄວນປ່ຽນແປງອັນໃດ. ໃນປີຫນ້າ, ຫວຽດນາມ ຈະມີກົນໄກສະເພາະເພື່ອຄຸ້ມຄອງປາທູນາ.”
ເພື່ອໃຫ້ອາຊີບຫາປາທູນາມະຫາສະມຸດພັດທະນາແບບຍືນຍົງ, ມີລັກສະນະວິຊາສະເພາະ ແລະ ປະຕິບັດຕາມກົດໝາຍສາກົນ, ຂະແຫນງສິນໃນນ້ຳ ຫວຽດນາມ ຕ້ອງສ້າງໃຫ້ມີຂັ້ນຕອນຢ່າງລະອຽດ, ປັບປຸງລະບອບ, ລະບົບກົດໝາຍໃຫ້ສົມບູນແບບໂດຍໄວ ເພື່ອນຳ ຫວຽດນາມ ເຂົ້າເປັນສະມາຊິກຄະນະກຳມະການອາຊີບຫາປາພາກຕາເວັນຕົກ ແລະ ພາກກາງເຂດປາຊີຟີກໂດຍໄວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

