ແຂວງ ນິງທ້ວນ ໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ພັດທະນາເສດຖະກິດ ສັງຄົມ. ບັນດາກິດຈະກຳຈຸດສຸມກ່ຽວກັບຄົມມະນາຄົມ, ຊົນລະປະທານ, ລະບົບລະບາຍນຳ້ ແລະ ບັນດາກິດຈະກຳວັດທະນະທຳ ສັງຄົມທີ່ຈຳເປັນ ໄດ້ຮັບຜັນຂະຫຍາຍລົງທຶນ, ໃນນັ້ນ ມີບາງໂຄງການມີຂອບຂະຫນາດໃຫຍ່ໄດ້ຮັບການກໍ່ສ້າງສຳເລັດ.
ເດືອນເມສາປີ 2024, ໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ຕອນ ກາມເລີມ - ຫວີງຫາວ ໄດ້ນຳເຂົ້າເຄື່ອນໄຫວ. ນີ້ແມ່ນໂຄງການຄົມມະນາຄົມຈຸດສຸມ, ເຊື່ອມຕໍ່ເຂດໄປຜ່ານ 3 ແຂວງ: ແຄງຮ່ວາ, ນິງທ້ວນ ແລະ ບິ່ງທ້ວນ ດ້ວຍຍອດຄວາມຍາວແມ່ນ 78,5 km; ໃນນັ້ນ ຕອນຜ່ານແຂວງ ນິງທ້ວນ ມີຄວາມຍາວກວ່າ 63 km ດ້ວຍການອອກແບບ ແມ່ນເສັ້ນທາງ 4 ເລນ. ທ່ານ ຫງວຽນວັນນິງ, ຫົວຫນ້າພະແນກຄົມມະນາຄົມຂົນສົ່ງ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:
“ໃນຊຸມປີຜ່ານມາ, ໂດຍໄດ້ຮັບການຫນູນຊ່ວຍຈາກສູນກາງ ກໍ່ຄືຄວາມເອົາໃຈໃສ່ຂອງຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ກໍ່ສຸມແຫລ່ງກຳລັງເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ. ນອກນັ້ນ ແຂວງ ກໍ່ນຳໃຊ້ແຫລ່ງກຳລັງເພື່ອສຸມໃສ່ລົງທຶນບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ຈາກເສັ້ນທາງແຄມທະເລ ເສັ້ນທາງຫລວງ ເລກ 1 ຮອດເສັ້ນທາງຄວາມໄວສູງ ເພື່ອສ້າງເປັນເສັ້ນທາງເຊື່ອມຕໍ່”.
ເສັ້ນທາງຄວາມໄວສູງ ເຫນືອ -ໃຕ້ ຕອນຜ່ານ ເຍີນເຊີນ (ເມືອງ ນິງເຊິນ, ແຂວງນິງທ້ວນ". (ພາບ:Báo Ninh Thuận) |
ຮອດທ້າຍປີ 2023, ແຂວງ ນິງທ້ວນ ໄດ້ກໍ່ສ້າງເສັ້ນທາງໃຫມ່ເຊື່ອມຕໍ່ລະຫວ່າງແຂວງ, ເມືອງ ດ້ວຍຄວາມຍາວກວ່າ 370 km, ເສັ້ນທາງແຄມທະເລແມ່ນ 105,8 km ປະກອບສ່ວນກໍ່ສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມໂດຍພື້ນຖານ. ແຂວງ ກໍ່ຍູ້ໄວຄວາມຄືບຫນ້າໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ 3 ແຂວງ ເລີມດົ່ງ ນິງທ້ວນ... ທ່ານ ຫງວຽນແທ່ງລອງ, ຮອງຫົວຫນ້າຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມແຂວງ ນິງທ້ວນ ຊີ້ແຈ້ງວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ການຮ່ວມແຮງຮ່ວມໃຈ, ການສົມທົບຂອງບັນດາພະແນກ, ຂະແຫນງການ ທ້ອງຖິ່ນ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມກໍ່ໄດ້ສຸມແຫລ່ງກຳລັງຜັນຂະຫຍາຍບັນດາໂຄງການລົງທຶນ. ຄາດວ່າ ບັນດາໂຄງການຈະກໍ່ສ້າງສຳເລັດໃນປີ 2025”.
ກ່ຽວກັບທາງການບິນ, ທ່ານນາຍົກລັດຖະມົນຕີ ໄດ້ນຳທ່າອາກາດສະຍານ ແທ່ງເຊິນ ເຂົ້າໃນບັນຊີລາຍຊື່ການວາງແຜນຜັງສັງລວມພັດທະນາລະບົບທ່າອາກາດສະຍານ, ສະຫນາມບິນທົ່ວປະເທດໄລຍະ ປີ 2021 – 2030, ວິໄສທັດຮອດປີ 2050. ໄປຄຽງຄູ່ກັບການລົງທຶນພື້່້ນຖານໂຄງລ່າງ, ແຂວງ ນິງທ້ວນ ພວມກໍ່ສ້າງ ແລະ ພັດທະນາຕົວເມືອງ ຕາມທິດທັນສະໄຫມ, ສະພາບແວດລ້ອມດຳລົງຊີວິດສີຂຽວ, ຍືນຍົງ, ມີສິ່ງອຳນວຍຄວາມສະດວກຢ່າງຄົບຖ້ວນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ປະຊາຊົນ. ທ່ານ ຫງວຽນຍືງວຽນ, ຮອງຫົວຫນ້າພະແນກກໍ່ສ້າງແຂວງ ນິງທ້ວນ ໃຫ້ຮູ້ວ່າ:
“ສຳລັບບັນດາຂົງເຂດກ່ຽວກັບການພັດທະນາຕົວເມືອງ, ບົນພື້ນຖານຂອງການວາງແຜນຜັງໂດຍໄດ້ຮັບການອະນຸມັດ, ວຽກງານດຶງດູດການລົງທຶນ, ພັດທະນາຕົວເມືອງໃນບໍລິເວນແຂວງ ກໍ່ໄດ້ຮັບການສຸມໃສ່ ແລະ ຜັນຂະຫຍາຍການຮຽກຮ້ອງການລົງທຶນ. ພວກຂ້າພະເຈົ້າເປັນເສນາທິການໃຫ້ແກ່ແຂວງ ປະກາດໃຊ້ການປະຕິບັດ 6 ໂຄງການລົງທຶນເຂດຕົວເມືອງ ແລະ ເຂດຊຸມຊົນຢູ່ບໍລິເວນແຂວງ”.
ເຂດອຸດສາຫະກຳ ຢູລອງ (ເມືອງ ທ່ວນບັກ, ແຂວງນິງທ້ວນ).ພາບ: Báo Ninh Thuận |
ເພື່ອພັດທະນາເສດຖະກິດຕົວເມືອງ, ລະບົບພື້ນຖານໂຄງລ່າງເຕັກນິກຕົວເມືອງ ເປັນຕົ້ນແມ່ນບັນດາເຂດຕົວເມືອງໃຫມ່ ແຂວງ ນິງທ້ວນ ໄດ້ລົງທຶນ ແລະ ກໍ່ສ້າງໃຫ້ສຳເລັດເທື່ອລະກ້າວ ຕາມທິດທັນສະໄຫມ, ຄົບຊຸດ, ຮູບການລົງທຶນແມ່ນຫລາຍຮູບແບບ. ຮອດປີ 2023 ທົ່ວແຂວງ ມີ 290 ເສັ້ນທາງຕົວເມືອງ ດ້ວຍຍອດຄວາມຍາວແມ່ນ 339,3 km. ທ່ານ ເຈີນກວັກນາມ, ປະທານ ຄະນະກຳມະການປະຊາຊົນ ແຂວງ ນິງທ້ວນ ເນັ້ນຫນັກວ່າ:
“ກ່ຽວກັບການພັດທະນາເສດຖະກິດຕົວເມືອງ, ແຂວງ ນິງທ້ວນ ໄດ້ມີການກຳນົດທິດຢ່າງຈະແຈ້ງ. ຄະນະກຳມະການປະຊາຊົນ ແຂວງ ໄດ້ປະກາດໃຊ້ໂຄງການດຳເນີນງານ ແລະ ແຜນການປະຕິບັດດ້ວຍບັນດາຫນ້າທີ່, ມາດຕະການລະອຽດ, ຜ່ານນັ້ນ ກໍ່ໃຫ້ບຸລິມະສິດສຸມໃສ່ການລົງທຶນເພື່ອກໍ່ສ້າງ ແລະ ພັດທະນານະຄອນ ຟານຣາງ ທາບຈ່າມ ໃຫ້ກາຍເປັນຕົວເມືອງສີຂຽວ, ທັນສະໄຫມ, ອັດສະລິຍະ, ຕົວເມືອງທ່ອງທ່ຽວ, ການບໍລິການຊີວະພາບ, ຕອບສະຫນອງມາດຖານຂອງຕົວເມືອງປະເພດ 2 ຢ່າງຄົບຖ້ວນ ແລະ ແມ່ນຫນຶ່ງໃນບັນດາຕົວເມືອງຈຸດສຸມຮ່ວມສຳພັນບໍລິເວນ ແລະ ເຂດ”.
ພື້ນຖານໂຄງລ່າງເຂດ, ກຸ່ມອຸດສາຫະກຳ ນິງທ້ວນ ກໍ່ໄດ້ຮັບການຜັນຂະຫຍາຍ, ນັບມື້ນັບໄດ້ຮັບການກໍ່ສ້າງສຳເລັດ. ມາຮອດປະຈຸບັນ ໄດ້ກໍ່ສ້າງ 4 ເຂດອຸດສາຫະກຳ ແລະ 4 ເຂດກຸ່ມອຸດສາຫະກຳ ດ້ວຍຍອດເນື້ອທີ່ ກວ່າ 1.870 ha. ພື້ນຖານໂຄງລ່າງດ້ານການຄ້າໄດ້ຮັບຄວາມເອົາໃຈໃສ່ພັດທະນາ, ເຄືອຂ່າຍການດຳເນີນທຸລະກິດນັບມື້ນັບໄດ້ຮັບການເປີດກວ້າງ ດ້ວຍຫລາຍວິທີການດຳເນີນທຸລະກິດທີ່ສິວິໄລ, ທັນສະໄຫມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການບໍລິໂພກຂອງປະຊາຊົນ.
32 ປີຜ່ານມາ, ຈາກແຂວງຫນຶ່ງທີ່ຫາກໍ່ສ້າງຕັ້ງໃຫມ່ ຍັງປະສົບກັບຄວາມຫຍຸ້ງຍາກ, ມາຮອດປະຈຸບັນ ແຂວງ ນິງທ້ວນ ບັນລຸໄດ້ບັນດາຜົນງານສຳຄັນໃນທຸກຂົງເຂດ, ໃນນັ້ນ ພື້ນຖານໂຄງລ່າງດ້ານເສດຖະກິດ ສັງຄົມ ໄດ້ຮັບການລົງທຶນນັບມື້ນັບຄົບຊຸດເທື່ອລະກ້າວ, ສ້າງທ່ວງທ່າພັດທະນາກ້າວຂຶ້ນຂອງແຂວງ ໃນອະນາຄົດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

