(vovworld)- ໄລຍະຈະມາເຖິງ, ຫວຽດນາມ ຈະເຂົ້າຮ່ວມລົງນາມໃນສັນຍາການຄ້າສຳຄັນຫລາຍສະບັບຄື: ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟີກ, ສັນຍາການຄ້າ ຫວຽດນາມ - EU, ສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ, ສັນຍາການຄ້າເສລີ ຫວຽດນາມ- ພັນທະມິດເສດຖະກິດ ອາຊີ ເອີລົບ. ໃນສະພາບການນັ້ນ, ຂະແຫນງຕ່ຳແຜ່ນຕັດຫຍິບ ຫວຽດນາມ ພວມຢືນຕໍ່ຫນ້າບັນດາກາລະໂອກາດໃຫຍ່ ເພື່ອເຊື່ອມໂຍງເຂົ້າກັບຕະຫລາດໂລກ. ເພື່ອຍາດແຍ່ງຜົນປະໂຫຍດ ຊື່ງບັນດາສັນຍາດັ່ງກ່າວນຳມາໃຫ້, ຂະແຫນງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ວາງອອກຫລາຍມາດຕະການ ເພື່ອຮັບກາລະໂອກາດ, ຮັກສາທ່າເຕີບໂຕ. ບົດຂຽນຂອງນັກຂ່າວ ຈູງຖູຍ ທີ່ມີຫົວຂໍ້ວ່າ: ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມກຽມພ້ອມເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.
![]() ພາບປະກອບ:internet
|
ນັບແຕ່ຕົ້ນປີມາຮອດປະຈຸບັນ, ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸວົງເງິນສົ່ງອອກກວ່າ 12,8 ຕື້ USD. ປະຈຸບັນ, ຂະແຫນງຕ່ຳແຜ່ນຕັດຫຍິບພວມແມ່ນຫນຶ່ງໃນບັນດາຂະແຫນງເສດຖະກິດປາຍແຫລມໂດຍໄດ້ຮັບບຸລິມະສິດຈາກລັດ ດ້ວຍຫລາຍນະໂຍບາຍພັດທະນາ. ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມ ຈະມີກາລະໂອກາດຫລາຍຢ່າງໃນອະນາຄົດໃກ້ນີ້ ເມື່ອຫວຽດນາມສຳເລັດການເຈລະຈາ ແລະ ກະກຽມລົງນາມໃນສັນຍາການຄ້າໃຫຍ່ບາງສະບັບ. ໃນນັ້ນ ສະຫະພາບເອີລົບ (EU) ໄດ້ຮັບການຕີລາຄາວ່າ ແມ່ນຕະຫລາດຈຸດສຸມຂອງເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ເມື່ອສັນຍາການຄ້າເສລີ ຫວຽດນາມ - EU ໄດ້ຮັບການລົງນາມ ຈະສ້າງກຳລັງແກ້ງແຍ້ງໃຫຍ່ໃຫ້ແກ່ເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກໄປຍັງຕະຫລາດນີ້. ສຳລັບ ຕະຫລາດ ອາເມລິກາ, ຊື່ງແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ເມື່ອສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟີກໄດ້ຮັບການລົງນາມ, ອັດຕາພາສີຫລຸດລົງ ແລະ ບັນດາວິສາຫະກິດມີກາລະໂອກາດເພື່ອເປີດກວ້າງອັດຕາສ່ວນຕະຫລາດ. ພ້ອມກັນນັ້ນ ເມື່ອສັນຍາການຄ້າເສລີ ຫວຽດນາມ -ພັນທະມິດເສດຖະກິດ ອາຊີ ເອີລົບ ຫາກໍໄດ້ຮັບການລົງນາມເມື່ອທ້າຍເດືອນ 5 ຜ່ານມາ ມີຜົນສັກສິດ, ວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ຄາດຄະເນວ່າຈະເຕີບໂຕປະມານ 50% ໃນປີທຳອິດ ແລະ ປະມານ 20% ໃນຊຸມປີຕໍ່ໄປ. ເພື່ອຮັບກາລະໂອກາດຈາກບັນດາສັນຍາການຄ້າຫລາຍຝ່າຍ, ສອງຝ່າຍ, ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ກະກຽມແຫລ່ງກຳລັງເພື່ອເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ທ່ານ ຫງວຽນມີງຮ່ວາ, ຜູ້ຕາງຫນ້າ ບໍລິສັດຕັດຫຍິບ ສົ່ງອອກ DHA ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກະກຽມຫລາຍບາດກ້າວ. ທີຫນຶ່ງ ກ່ຽວກັບປະເພດຜະລິດຕະພັນ, ພວກຂ້າພະເຈົ້າຄົ້ນຄ້ວາບັນດາຜະລິດຕະພັນເໝາະສົມກັບຕະຫລາດລັດເຊຍ ກໍຄືທ່າໄດ້ປຽບຂອງຕົນ. ທີສອງ ພວກຂ້າພະເຈົ້າຊອກຫາບັນດາຄູ່ຮ່ວມມືເພື່ອຊື້ກົນຈັກມາຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງກໍຄືຕົ້ນກຳເນີດສິນຄ້າ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຄູ່ຄ້າ ແລະ ບັນລຸລະດັບພາສີຕ່ຳ.”
ທ່ານເລຕຽນເຈື່ອງ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ: ຄວາມມານະພະຍາຍາມຂອງບັນດາວິສາຫະກິດໃນການຊອກຫາຕະຫລາດ ໄດ້ເປີດກາລະໂອກາດເພີ່ມວົງເງິນ ແລະ ອັດຕາສ່ວນຕະຫລາດສົ່ງອອກຂອງຂະແຫນງຕ່ຳແຜ່ນຕັດຫຍິບ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຜະລິດຕະພັນຕ່ຳແຜ່ນຕັດຫຍິບ ບໍ່ພຽງແຕ່ມີທີ່ຕັ້ງໝັ້ນຄົງໃນຕະຫລາດສົ່ງອອກເກົ່າເທົ່ານັ້ນ ຫາກຍັງເປີດກາລະໂອກາດຫລາຍຢ່າງຢູ່ຕະຫລາດໃຫມ່ ແລະ ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ສາມາດບັນລຸໄດ້ຄາດໝາຍວົງເງິນສົ່ງອອກ 28,5 ຕື້ USD ໃນປີນີ້ ອີກດ້ວຍ. ກ່ຽວກັບແງ່ຫວັງພັດທະນາຂອງຂະແຫນງຕ່ຳແຜ່ນຕັດຫຍິບ ເມື່ອບັນດາສັນຍາການຄ້າເສລີໄດ້ຮັບການລົງນາມ, ພິເສດ ແມ່ນສັນຍາການຄ້າເສລີ ຫວຽດນາມ -ພັນທະມິດ ເສດຖະກິດ ອາຊີ - ເອີລົບ ຫາກໍໄດ້ຮັບການລົງນາມ, ທ່ານ ເລຕຽນເຈື່ອງ ໃຫ້ຮູ້ວ່າ:
“ພັນທະມິດເສດຖະກິດ ອາຊີ - ເອີລົບ ແມ່ນຕະຫລາດນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບປະມານ 13 ຕື້ USD/ປີ. ປີ 2014, ຫວຽດນາມ ສົ່ງອອກໄປຍັງກຸ່ມນີ້ ພຽງ 320 ລ້ານ USD, ອັດຕາສ່ວນຕະຫລາດຂອງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ປະມານກວ່າ 2%. ຖ້າຍາດແຍ່ງໄດ້ຜົນປະໂຫຍດຂອງສັນຍາ ນັບທັງຮົ້ວກີດຂວາງດ້ານພາສີ, ຫັນລະບຽບການພາສີເປັນງ່າຍດ່າຍ ແນ່ນອນວ່າ ຫວຽດນາມ ມີອັດຕາສ່ວນຕະຫລາດປະມານ 10% ຢູ່ ພັນທະມິດເສດຖະກິດ ອາຊີ -ເອີລົບ ໃນ 5 ປີຈະມາເຖິງ.”
ປະຈຸບັນ, ຈຳນວນບັນດານັກລົງທຶນຕ່າງປະເທດລົງທຶນເຂົ້າຂະແຫນງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຍັງຄົງສືບຕໍ່ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ ຄຽງຄູ່ກັບບັນດາກາລະໂອກາດ, ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມ ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ແມ່ນຫນ້ອຍ. ນັ້ນແມ່ນ ບັນດາສັນຍາການຄ້າເສລີ ນັບມື້ນັບມີຂໍ້ກຳນົດທີ່ເຄັ່ງຄັດຫລາຍຢ່າງ,ຮຽກຮ້ອງຄຳໝັ້ນສັນຍາຕ້ອງມີລະດັບຢ່າງເລິກເຊິ່ງ ກວ້າງຂວາງ ນັບທັງດ້ານການຄ້າ, ບໍລິການ, ການລົງທຶນ, ຊັບສິນທາງປັນຍາ. ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ແລະ ກະກຽມໃຫ້ການເຂົ້າຮ່ວມບັນດາສັນຍາການຄ້າເສລີ, ທ່ານນາງ ດັ້ງກີມຢູງ, ເລຂາທິການໃຫຍ່ສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຮຽກຮ້ອງບັນດາວິສາຫະກິດຢູ່ພາຍໃນ ແລະຕ່າງປະເທດ ລົງທຶນແກ້ໄຂບັນດາຈຸດອ່ອນ. ທີສອງ ຕ້ອງເພີ່ມທະວີການຮ່ວມສຳພັນໃນຂະແຫນງ ລະຫວ່າງບັນດາບໍລິສັດຕັດຫຍິບກັບບັນດາບໍລິສັດຜະລິດວັດຖຸດິບ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງຕອບສະຫນອງບັນຫາຕົ້ນກຳເນີດຂອງສິນຄ້າ ແລະ ໄດ້ຊົມໃຊ້ຜົນປະໂຫຍດຈາກສັນຍາການຄ້າເສລີກໍຄືສັນຍາຄູ່ຮ່ວມມືຂ້າມປາຊີຟີກ.”
ບັນດາສັນຍາການຄ້າເສລີ ດ້ວຍການບຸລິມະສິດໃຫຍ່ ໄດ້ເປີດກາລະໂອກາດຫລາຍຢ່າງໃຫ້ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມ ໃນການເຊື່ອມໂຍງ ແລະ ແຊກຊືມເຂົ້າຕະຫລາດໂລກ. ນີ້ແມ່ນບາດລ້ຽວ ແລະ ກະຕຸກຊຸກຍູ້ໃຫ້ແກ່ຂະແຫນງອຸດສາຫະກຳຕົ້ນຕໍຂອງຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ເພື່ອຍາດແຍ່ງທ່າໄດ້ປຽບຢ່າງສຸດຂີດ ຊື່ງບັນດາສັນຍານຳມາໃຫ້, ນອກຈາກການຫນູນຊ່ວຍຂອງລັດ, ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ ຄວນມານະພະຍາຍາມກວ່າອີກ ແລະ ມີການລົງທຶນ, ດັດປັບເຕັກໂນໂລຊີ, ຮູບແບບ, ຄຸນນະພາບຜະລິດຕະພັນ ເພື່ອພັດທະນາ ແລະ ມີທີ່ຕັ້ງຢ່າງໝັ້ນຄົງໃນຕະຫລາດໂລກ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
