ທ່ານ ຫງວຽນເລຟຸກ, ຮອງຫົວຫນ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ. (ພາບ: Báo Hà Nam) |
ເວັບໄຊ dulichhanam.vn ໄດ້ນຳເຂົ້າເຄື່ອນໄຫວແຕ່ປີ 2009 ມາຮອດປະຈຸບັນ ແມ່ນຫນຶ່ງໃນບັນດາຜົນສຳເລັດຂອງ ຮ່ານາມ ໃນການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການໂຄສະນາ, ສົ່ງເສີມການທ່ອງທ່ຽວ. ຕໍ່ຈາກນັ້ນ ຮອດປີ 2018 ແຂວງ ຮ່ານາມ ໄດ້ນຳປະຕູຖານຂໍ້ມູນການທ່ອງທ່ຽວອັດສະລິຍະ ແຂວງ ຮ່ານາມ ເຂົ້າໃຊ້ການຢູ່ ຫນ້າເວັບ: visithanam.vn ໂດຍນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ເພື່ອສ້າງເປັນລະບົບນິເວດການທ່ອງທ່ຽວຂອງແຂວງ.
ໄລຍະຜ່ານມາ, ເລື່ອງສົມທົບລະຫວ່າງການສື່ສານກັບບັນຫນ້າຫນ້າເວັບຂໍ້ມູນຂ່າວສານເອເລັກໂຕນິກ ແລະ ບັນດາ ດິຈິຕອນ Platform, ສື່ສັງຄົມອອນລາຍ ນັບມື້ນັບເສີມຂະຫຍາຍປະສິດທິຜົນໃນການແນະນຳພາບພົດຂອງເຂດດິນແດນ ຮ່ານາມ ໃຫ້ເຂົ້າໃກ້ກັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ເລື່ອງໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນເພື່ອພັດທະນາການທ່ອງທ່ຽວ ແມ່ນຫນຶ່ງໃນບັນດາເນື້ອໃນຂອງຍຸດທະສາດໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນການທ່ອງທ່ຽວແຂວງ ຮ່ານາມ. ໂດຍຕີລາຄາສູງການກຳນົດທິດຂອງທ້ອງຖິ່ນ, ທ່ານ ຫງວຽນເລຟຸກ, ຮອງຫົວຫນ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ຮ່ານາມ ແມ່ນຈຸດນັດພົບຫາກໍ່ພົ້ນເດັ່ນ ແລະ ໄດ້ມີວິວັດການພັດທະນາການທ່ອງທ່ຽວເປັນຢ່າງດີ. ໄລຍະຈະມາເຖິງ, ແຂວງ ຄວນເພີ່ມທະວີວຽກງານສົ່ງເສີມການໂຄສະນາ ເພື່ອນຳແຂວງ ຮ່ານາມ ໄປຍັງບັນດາຕະຫລາດ ເປັນຕົ້ນແມ່ນຕະຫລາດສາກົນ. ວຽກງານສົ່ງເສີມການໂຄສະນາ ຄວນໄດ້ນຳໃຊ້ບັນດາເຕັກໂນໂລຊີໃຫມ່ເປັນພິເສດ, ສົມທົບກັບໂທລະພາບ, ຟິມຮູບເງົາ, ອຸດສາຫະກຳວັດທະນະທຳ ເພື່ອນຳພາບພົດແຂວງ ຮ່ານາມ ໄປເຖິງແຂກທ່ອງທ່ຽວ”.
ຜູ້ແທນເຂົ້າຮ່ວມຮ້ານວາງສະແດງ,ແນະນຳ ມາດຕະການເຕັກໂນໂລຊີຫນູນຊ່ວຍການພັດທະນາການທ່ອງທ່ຽວ. (ພາບ:Truyền hình Hà Nam) |
ໄລຍະຜ່ານມາ, ແຂວງ ຮ່ານາມ ໄດ້ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມສຳພັນເຂດ, ໂຄສະນາ
“ນີ້ແມ່ນວິທີການຮັບປະກັນຄວາມໝັ້ນຄົງ, ປອດໄພຢູ່ເຂດທ່ອງທ່ຽວ ຕາມຈຸກ ໃຫ້ດີກວ່າເກົ່າ. ພາຍຫລັງການປະມວນເຕັກໂນໂລຊີ ຈະມີຄວາມສະດວກກວ່າ, ຫລຸດຜ່ອນຂັ້້ນຕອນລະບຽບການໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢ້ຽມຊົມ, ຫລຸດຜ່ອນເວລາລຽນແຖວເພື່ອຊື້ປີ້”.
ພ້ອມກັບບັນດາຈຸດທ່ອງທ່ຽວແຫ່ງຈິດວິນຍານ, ການທ່ອງທ່ຽວປະຫວັດສາດທີ່ລືຊື່, ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອອັນພົ້້ນເດັ່ນຄື: ໝູ່ບ້ານຕ່ຳແຜ່ນຕັດຫຍິບ ຍາຊາ, ໝູ່ບ້ານປາຕຸນ ເຍີນເຫົ້້າ, ກອງ ດອຍຕາມ, ເຂົາ ໂດຮາຍ ກໍ່ແມ່ນຫນຶ່ງໃນບັນດາຈຸດນັດພົບຊື່ງໄດ້ຮັບການນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍທີ່ເລືອກເຟັ້ນໃນລາຍການທ່ອງທ່ຽວຄົ້ນຫາ ຮ່ານາມ. ທ່ານ ຫງວຽນວັນຈ້ອງ, ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຮ່ານາມ ໃຫ້ຮູ້ວ່າ:
“ພະແນກໄດ້ຊີ້ນຳບັນດາຫ້ອງການວິຊາສະເພາະເພື່ອລົງທ້ອງຖິ່ນ ພິເສດແມ່ນບັນດາໝູ່ບ້ານຫັດຖະກຳ ເພື່ອກຳນົດທິດ, ແນະນຳ, ອັບເດດ, ສ້າງຖານຂໍ້ມູນກໍ່ຄືພາບພົດກ່ຽວກັບບັນດາໝູ່ບ້ານຫັດຖະກຳ ເພື່ອສ້າງ, ໂຄສະນາໝູ່ບ້ານຜ່ານຊ່ອງເຄືອຂ່າຍອິນເຕີເນັດ. ຜ່ານນັ້ນ ບັນດາໝູ່ບ້ານ ແລະ ຜະລິດຕະພັນຂອງໝູ່ບ້ານຫັດຖະກຳ ກໍ່ຈະໄດ້ຮັບການໂຄສະນາໄປເຖິງແຂກຢູ່ທົ່ວທຸກສາລະທິດ”.
ດ້ວຍບັນດາທ່າແຮງທີ່ມີຢູ່ແລ້ວ, ພ້ອມກັບການມີຫົວຄິດປະດິດສ້າງ, ການປ່ຽນແປງໃຫມ່ໃນຈິນຕະນາການເຮັດການທ່ອງທ່ຽວ, ແຂວງ ຮ່ານາມ ຫວັງວ່າ ຈະບັນລຸໄດ້ບັນດາຄາດໝາຍຫັນເປັນດິຈິຕອນໃນການທ່ອງທ່ຽວ, ມຸ່ງໄປເຖິງການພັດທະນາການທ່ອງທ່ຽວອັດສະລິຍະ, ກາຍເປັນຈຸດເດັ່ນໃນແຜນທີ່ການທ່ອງທ່ຽວ ຫວຽດນາມ ໃນອະນາຄົດອັນໃກ້ໆນີ້້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

