ພາບປະກອບ: tapchitaichinh.vn |
ສ້າງລະບົບນິເວດໃນການຜະລິດ ແລະ ການບໍລິການແບບຍືນຍົງ
ໂດຍແມ່ນວິສາຫະກິດທີ່ມີມູນເຊື້ອ ແລະ ໄດ້ສ້າງຕັ້ງມາເປັນເວລາເກືອບ 65 ປີ, ບໍລິສັດຫຸ້ນສ່ວນ ດອກໄຟກະຕິກນ້ຳ ຣ້າງດົງ ໄດ້ປ່ຽນແປງເຕັກໂນໂລຢີເປັນລາຍຄັ້ງ, ສ້າງຕັ້ງບັນດາສູນຄົ້ນຄ້ວາຢ່າງຕໍ່ເນື່ອງ ເພື່ອສ້າງບັ້ນຍຸດທະສາດການຫັນເປັນດີຈີຕອນ. ຕາມທ່ານ ຫງວຽນດ່ວານເກັດ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ດອກໄຟກະຕິກນ້ຳຣ້າງດົງແລ້ວ, ທາງບໍລິສັດໄດ້ພັດທະນາການຜະລິດແບບອັດສະລິຍາ, ນຳໃຊ້ຮຸ້ນຍົນ, ນຳໃຊ້ເຕັກໂນໂລຢີເຄື່ອງຈັກຮຽນດ້ວຍຕົນເອງ, ປັນຍາປະດິດ (AI), Industrial Internet of Things; ປະຕິບັດການຜະລິດເປັນຈຳນວນຫຼາຍຕາມຄວາມຕ້ອງການຫັນເປັນເອກະເທດ:
ພວກຂ້າພະເຈົ້າກໍ່ສ້າງພື້ນຖານຜະລິດແບບອັດສະລິຍາ, ມີໄຫວພິບ, ມຸ່ງໄປສູ່ການຜະລິດສີຂຽວ, ໝູນໃຊ້ຜົນສຳເລັດຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການຜະລິດ. ບົນພື້ນຖານປຶກສາຫາລື, ທາບທາມບັນດາຮູບແບບສາກົນ, ວິສາຫະກິດສ້າງບັນດາຮູບແບບສະເພາະຂອງຕົນ, ລັກສະນະພິເສດຂອງວິສາຫະກິດຜະລິດເຕັກໂນໂລຢີທີ່ເປັນມູນເຊື້ອໄດ້ຮັບການສ້າງຕັ້ງມາແຕ່ດົນນານ. ພວກຂ້າພະເຈົ້າຕ້ອງຫັນບັນດາລະບົບເຄື່ອງຈັກ, ວັດຖຸອຸປະກອນເປັນອັດຕະໂນມັດ, ຍົກສູງລະດັບອັດຕະໂນມັດ, ລະບົບເຄື່ອງຈັກອຸປະກອນວັດຖຸທີ່ສາມາດເຊື່ອມຕໍ່ກັນ ບົນພື້ນຖານດຽວກັນ.
ຄ້າຍຄືກັນນັ້ນ, ດ້ວຍການໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກຳ, Nafoods Group ແມ່ນວິສາຫະກິດນຳໜ້າໃນການຫັນເປັນດີຈີຕອນເຂດປູກ, ນຳໃຊ້ເຕັກໂນໂລຢີທີທັນສະໄໝໃນການຜະລິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສົ່ງອອກໄປຍັງບັນດາປະເທດຕ້ອງການມາດຖານສູງທີ່ສຸດໃນໂລກ. ປັດຈຸບັນ, ຜະລິດຕະພັນຈາກ ໝາກເສົາວະລົດຂອງບໍລິສັດໄດ້ສົ່ງອອກໄປຍັງ 70 ປະເທດໃນທົ່ວໂລກ, ສ້າງຄູນຄ່ານັບຮ້ອຍລ້ານ USD. ທ່ານ ຟານວັນຊວັນ ຜູ້ຕາງໜ້າ Nafoods Group ແບ່ງປັນວ່າ:
ພວກຂ້າພະເຈົ້າຊື້ຈາກເຂດວັດຖຸດິບ, ລະບົບເຊື່ອມຕໍ່. ວັດຖຸດິບນີ້ໄດ້ຮັບການຄວບຄຸມ, ຄົ້ນຫາຕົ້ນກຳເນີດ, ໄດ້ຮັບການປະຕິບັດຕາມວິວັດການດ້ານເຕັກນິກທີ່ເຂັ້ມງວດ, ໝູນໃຊ້ເຕັກໂນໂລຢີສູງ ດັ່ງນັ້ນຄຸນນະພາບຍາມໃດກໍ່ສູງກ່ວາ.
ໃນຂະນະນັ້ນ, ກຸ່ມບໍລິສັດສິນໃນນ້ຳ ມິງຝຸ ດ້ວຍເຕັກໂນໂລຢີລ້ຽງກຸ້ງຊີວະສາດ MPBiO ທີ່ໄດ້ຢັ້ງຢືນຜົນສຳເລັດຂອງເຕັກໂນໂຢລີທີ່ນຳໃຊ້ຈຸນລະຊີບຕໍ່ຕ້ານເພື່ອຈຳກັດພະຍາດ, ນຳໃຊ້ຈຸນລະຊີບເພື່ອເພີ່ມທະວີການຕ້ານເຊື້ອຂອງກຸ້ງ, ແລະ ນຳໃຊ້ຈຸນລະຊີບເພື່ອບຳບັດນ້ຳໃນໜອງ. ຕາມນັ້ນແລ້ວ, ຄ່າໃຊ້ຈ່າຍທາດເຄມີຫຼຸດລົງ 95%, ຄ່າໄຟຟ້າຫຼຸດລົງ 50 – 70%, ຄ່າອາຫານຫຼຸດລົງກ່ວາ 30%, ສະມັດຕະພາບບັນລຸໄດ້ກ່ວາ 70.000 ໂຕນ/ປີ… ດ້ວຍຂັ້ນຕອນໃໝ່, ມິງຝຸ ໄດ້ສຳຜັດກັບບັນດາລູກຄ້າຢູ່ ອາເມລິກາ, ຍີ່ປຸ່ນ, ເອີລົບ, ສ.ເກົາຫຼີ.
ຢັ້ງຢືນເຄື່ອງໝາຍການຄ້າ ຫວຽດ ແລະ ບືນຕົວຂຶ້ນອອກສູ່ໂລກ
ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານເສດຖະກິດ, ໂອກາດໃຫຍ່ທີ່ສຸດເຊິ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້ວິສາຫະກິດແມ່ນສຳຜັດກັບເຕັກໂນໂລຢີ່ລະດັບສູງກ່ວາ, ມີລະດັບອັດຕະໂນມັດສູງກ່ວາ. ດ້ວຍການໝູນໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ, ວິສາຫະກິດ ຫວຽດນາມ ນັບມື້ນັບມີຄວາມໝັ້ນຄົງຢັ້ງຢືນເຄື່ອງໝາຍ ບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງບື່ນຕົວຂຶ້ນອອກສູ່ຕະຫຼາດສາກົນອີກດ້ວຍ. ທ່ານ ເລວັນຮ່ວາງ, ປະທານລະບົບນິເວເຕັກໂນໂລຢີ Kaopiz Holding, ວິສາຫະກິດຫວຽດນາມ ປະສົບຜົນສຳເລັດຢູ່ຕະຫຼາດຍີ່ປຸ່ນ ຂົງເຂດພັດທະນາຊອບແວ ຢັ້ງຢືນວ່າ:
ຫວຽດນາມເດີນທາງຫຼັງໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຖິງຢ່າງໃດກໍຕາມ, ບັນດານັກວິສະວະກອນຂອງ ຫວຽດນາມ ດ້ວຍຄວາມສາມາດທີ່ດີ, ບໍ່ອ່ອນກ່ວາເມື່ອທຽບໃສ່ກັບບັນດານັກວິສະນະກອນໃນໂລກ ແລະ ພວກເຮົາອາດສາມາດເຮັດໄດ້ບັນດາຜະລິດຕະພັນທີ່ມີຄຸນນະພາບເທົ່າທຽມກັບບັນດາບໍລິສັດໃນໂລກ. ຂ້າພະເຈົ້າຄິດວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາໂອກາດທີ່ຍິ່ງໃຫຍ່ ເພື່ອພັດທະນາປະເທດຊາດ, ຢັ້ງຢືນທີ່ຕັ້ງຂອງຕົນໃນແຜນທີ່ເຕັກໂນໂລຢີຂໍ້ມູນຂ່າວສານຂອງໂລກ.ດ້ວຍລະດັບເຕີບໂຕໃນການສົ່ງອອກທີ່ເປັນໜ້າປະທັບໃຈ, ຫວຽດນາມ ໄດ້ມີໜ້າໃນກຸ່ມ 20 ປະເທດມີການຄ້າແຖວໜ້າໂລກ. ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງໃນການສ້າງ, ພັດທະນາເຄື່ອງໝາຍແຫ່ງຊາດ ແລະ ແມ່ນເຄື່ອງໝາຍແຫ່ງຊາດທີ່ມີລະດັບໃນການເຕີບໂຕມູນຄ່າໄວທີ່ສຸດໃນໂລກໃນໄລຍະ 2020 – 2022.
ໃນການປະຕິວັດ 4.0, ວິສາຫະກິດຫວຽດນາມ ເຫັນໄດ້ທ່າແຮງສະເພາະຂອງຕົນ ເພື່ອມີການຕັດສິນທີ່ຖືກຕ້ອງ, ມີການປັບຕົວຢ່າງບໍ່ຢຸດຢັ້ງ, ຍູ້ແຮງ ນະວັດຕະກຳ, ໝູນໃຊ້ເຕັກໂນໂລຢີເພື່ອເພີ່ມທະວີຄວາມສາມາດ ແລະ ຄຸນນະພາບຂອງຜະລິດຕະພັນ. ພ້ອມກັບການໜູນຊ່ວຍ ແລະ ຮ່ວມເດີນທາງຂອງລັດຖະບານ, ວິສາຫະກິດຫວຽດນາມພວມໝັ້ນໃຈກ້າວເດີນຢ່າງໜັກແໜ້ນກ່ວາອີກໃນລະບົບມູນຄ່າທົ່ວໂລກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
