(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ)

ສູນການເງິນສາກົນຢູ່ ຫວຽດນາມ ໄດ້ຮັບການສ້າງຕັ້ງໃນວັນທີ 21 ທັນວາ 2025 ຢ່າງເປັນທາງການ, ສ້າງຂີດໝາຍພັດທະນາໃໝ່ໃນຍຸດທະສາດພັດທະນາເສດຖະກິດ - ການເງິນແຫ່ງຊາດ, ສະແດງໃຫ້ເຫັນຄວາມຕັດິນໃຈຢ່າງແຮງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ໂລກຢ່າງເລິກເຊິ່ງ, ກວ້າງຂວາງ.

ສູນການເງິນສາກົນຢູ່ ຫວຽດນາມ (IFC) ແມ່ນການເລີ່ມຕົ້ນວິວັດແຫ່ງການປ່ຽນແປງໃໝ່ດ້ານຄຸນນະພາບ, ປະສິດທິຜົນສຳລັບການພັດທະນາຕະຫຼາດການເງິນ, ດ້ວຍການກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກຂະແໜງ, ຂົງເຂດອັດຕະພາບຂອງປະເທດຊາດ. ສູນການເງິນເຄື່ອນໄຫວດ້ວຍຮູບແບບ “ໜຶ່ງສູນກາງ, ສອງສະຖານທີເຂົ້າມາ”, ເຊິ່ງຕັ້ງຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

ບາດລ້ຽວໃນວິວັດແຫ່ງການເຊື່ອມໂຍງ ແລ ພັດທະນາ

ການສ້າງຕັ້ງສູນການເງິນສາກົນຢູ່ ຫວຽດນາມ ແມ່ນຄວາມຮຽກຮ້ອງທີ່ຈຳເປັນຂອງສະພາບຕົວຈິງ, ເລີ່ມມາຈາກຄວາມສາມາດບົ່ມຊ້ອນ, ຈາກວິໄສທັດທີ່ມີລັກສະນະຍຸກສະໄໝສຳລັບເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງ ຫວຽດນາມ. ທີ່ກອງປະຊຸມປະກາດສ້າງຕັ້ງ ສູນການເງິນສາກົນຢູ່ ຫວຽດນາມ ໃນວັນທີ 21 ທັນວາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນ “ບາດລ້ຽວ” ໃນວິວັດແຫ່ງການເຊື່ອມໂຍງ ແລະ ພັດທະນາປະເທດຊາດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່.

ເມື່ອຈຸດສຸມຂອງເສດຖະກິດໂລກພວມຫັນ ໄປສູ່ ອາຊີ - ປາຊີຟິກຢ່າງແຮງນັ້ນ, ຫວຽດນາມ ດ້ວຍທີ່ຕັ້ງພູມສາດການເມືອງທີ່ສະດວກ ອາດສາມາດກາຍເປັນແຫ່ງທີ່ດຶງດູດແຫຼ່ງທຶນ, ສິຄ້າ, ເຕັກໂນໂລຊີທົ່ວໂລກ ຖ້າຫາກວ່າ ພວກເຮົາຮູ້ນຳໃຊ້ໂອກາດ. ການກໍ່ສ້າງສູນການເງິນສາກົນ ບໍ່ພຽງແຕ່ເພື່ອດຶງດູດການລົງທຶນເທົ່ານັ້ນ, ຫາກສິ່ງສຳຄັນກວ່າແມ່ນກາຍເປັນແຫ່ງດຶດູດກຳລັງໜູນເຕີບໂຕໃໝ່ ດ້ວຍຕະຫຼາດການເງິນບໍລິການ, ການເງິນຂັ້ນສູງນຳ ຫວຽດນາມ ກ້າວຂຶ້ລະດັບສູງກວ່າໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ”.

ເລື່ອງເປີດນຳໃຊ້ສູນການເງິນສາກົນຢູ່ ຫວຽດນາມ ແມ່ນການເລີ່ມຕົ້ນຂອງວິວັດແຫ່ງການປ່ຽນແປງໃໝ່ດ້ານຄຸນນະພາບ, ປະສິດທິຜົນສຳລັບການພັດທະນາຕະຫຼາດການເງິນ, ດ້ວຍການກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກຂະແໜງ, ຂົງເຂດ, ບັນດາອັດຕະພາບຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ຕື່ມອີກວ່າ:

ທີໜຶ່ງ, ຍົກຖານະບົດບາດຂອງປະເທຊາດ: ຫວຽດນາມ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ຈັກເຖິງຄືດັ່ງໂຮງຈັກໂຮງງານຜະລິດສິ້ນສ່ວນເທົ່ານັ້ນ, ຫາກຈະກາຍເປັນ “ຕາໂສ້ສຳຄັນໃນເຄືອ່າຍຄວາມໝັ້ນຄົງດ້ານການເງິນທົ່ວໂລກ ແລະ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ທີສອງ, ສ້າງບາດກ້າວບຸກທະກ່ຽວກັບແຫຼ່ງກຳລັງ. ທີສາມ, “ບຸກທະລຸຂອບຸກທະລຸກ່ຽວກັບລະບອບລະບຽບການ. ຄວາມກົດດັນຂອງການແກ່ງແຍ້ງສາກົນຈະຊຸກຍູ້ການປະຕິຮູບລະບຽບການບໍລິຫານຢ່າງແຮງກວ່າ, ໂປ່ງໃສກວ່າ,ການ ຫັນເປັນດີຈີຕອນຮອບດ້ານກວ່າ”.

ໂອກາດເມື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກັບສາກົນ

ສູນການເງິນສາກົນແມ່ນແຫ່ງເຕົ້າໂຮມຂອງບັນດາສະຖາບັນການເງິນ, ກະແສທຶນ, ຜະລິດຕະພັນການເງິນທີ່ມີຫຼາຍຮູບຫຼາຍແບບ ແລະ ການບໍລິການໜູນຊ່ວຍລະດັບສູງ. ໃນສະພາບທີ່ທົ່ວໂລກພວມສ້າງໂຄງປະກອບຕ່ອງໂສ້ແຫຼ່ງສະໜອງ ແລະ ກະແສທຶນເຄື່ອນຍ້າຍ. ທ່ານ ດອນລາມ, ຜູ້ອຳນວຍການໃຫຍ່ກອງທຶນ VinaCapital, ຖືວ່າ:

ເລື່ອງສ້າງສູນການເງິນສາກົນ ຈະຊ່ວຍໃຫ້ ຫວຽດນາມ ດຶງດູດແຫຼ່ງທຶນເພີ່ມເຕີມ ເພື່ອອຸປະຖຳໃຫ້ວິວັດການພັດທະນາພື້ນຖານໂຄງລ່າງ ແລະ ບັນດາໂຄງການມີຂອບຂະໜາດໃຫຍ່ທີ່ ຫວຽດນາມ ພວມຜັນຂະຫຍາຍ. ພ້ອມກັບການພັດທະນາຫຼາດກາເງິນ - ທຶນ - ສິນເຊື່ອ, ວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າກ່ຽວກັບການສົ່ງອອກຜະລິດຕະພັນເສດ, ຄື: ເຂົ້າສານ, ກາເຟ, ໝາດພິກໄທ ອອກສູ່ໂລກ, ສະນັ້ນ, ເລື່ອງສ້າງຕັ້ງສູນທຸລະກຳສິນຄ້າໃນສູນການເງິນ, ຊ່ວຍໃຫ້ການຂາຍເຄື່ອງໂດຍກົງໃຫ້ແກ່ຕະຫຼາດທົ່ວໂລກ ແທນທີ່ຕ້ອງຜ່ານຝ່າຍທີ 3”.

(ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ)

ໃນແງ່ມູມແຫ່ງຊາດ, ການມີໜ້າບັນດາກຸ່ມບໍລິສັດການເງິນໃຫຍ່ຢູ່ສູນການເງິນສາກົນ ຈະດຶງດູດລະບົບບໍລິການທີ່ມີຄຸນນະພາບສູງ, ຄື: ໃຫ້ຄຳປຶກສາດ້ານນິຕິກຳ, ກວດສອບບັນຊີ, ເຕັກໂນໂລຊີການເງິນ, ຄຸ້ມຄອງຄວາມສ່ຽງ… ປະກອບສ່ວນຍົກລະດັບຕະຫຼາດບໍລິການຂອງ ຫວຽດນາມ. ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຖືວ່າ:

ນະຄອນ ໂຮ່ຈີມິນ ໄດ້ເປີດກວ້າງສາຍພົວພັນຮ່ວມມືກັບບັນດາສູນການເງິນໃຫຍ່ ແລະ ບັນດາສູນການເງິນຫາກໍ່ພົ້ນເດັ່ນ, ຄື: New York, Frankfurt, Singapore, Dubai, Astana... ດ້ວຍວິທີເຂົ້າເຖິງນີ້, ສູນການເງິນສາກົນຢູ່ ຫວຽດນາມ ບໍ່ພຽງແຕ່ຈະເປັນສູນການເງິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງຈິຕະການພັດທະນາໃໝ່, ຈິດໄຈກ້າທົດລອງ, ກ້າປ່ຽນແປງໃໝ່ ແລະ ກ້າບຸກທະລຸ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງຂອງ ຫວຽດນາມ ໃນສັງກາດໃໝ່”.

ເລື່ອງ ຫວຽດນາມ ສ້າງຕັ້ງສູນການເງິນສາກົນໄດ້ຂີດໝາຍບາດລ້ຽວສຳຄັນໃນວິວັດແຫ່ງການເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ. ບໍ່ພຽງແຕ່ແມ່ນການຕັດສິນທີ່ມີລັກສະນະຍຸດທະສາດກ່ຽວກັບການພັດທະນາການບໍລິການການເງິນເທົ່ານັ້ນ, ຫາກນີ້ຍັງແມ່ນຄຳຢືນຢັນຢ່າງແຮງໃຫ້ແກ່ຄວາມຄາດຫວັງບືນຕົວຂຶ້ນຂອງ ຫວຽດນາມ ໃນແຜນທີການເງິນພາກພື້ນ ແລະ ທົ່ວໂລກອີກດ້ວຍ.