ປະຈຸບັນ, ບ້ານ ເບືອດ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວນິຍົມຈາກແຂກທ່ອງທ່ຽວ(ພາບ: baosonla.org.vn)
|
startup ບໍ່ແມ່ນເລື່ອງງ່າຍຈັກເທື່ອ, ຍ້ອນນັບແຕ່ການສ້າງແນວຄວາມຄິດ, ວິທີຜັນຂະຫຍາຍ, ລ້ວນແຕ່ມີສິ່ງທ້າທາຍຫຼາຍຢ່າງ. ແຕ່ ດ້ວຍເຈດຈຳນົງ, ຄວາມຕັດສິນໃຈບືນຕົວຂຶ້ນ, ມີປະຊາຊົນຫຼາຍຄົນ, ພິເສດແມ່ນເອື້ອຍນ້ອງແມ່ຍິງຢູ່ບັນດາເຂດບ້ານຂອງເຂດພູດອຍທີ່ຫ່າງໄກ, ກ້າຄິດກ້າທຳ, ມີຄວາມໝັ້ນໃຈປະຕິບັດແນວຄິດ startup ຕິດພັນກັບບັນດາທ່າແຮງຂອງທ້ອງຖິ່ນບັນລຸປະສິດທິຜົນ. ເລື່ອງລາວຂອງເອື້ອຍນ້ອງແມ່ຍິງຢູ່ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ ແມ່ນຕົວຢ່າງໜຶ່ງ.
ໃນໄລຍະ 2-3 ປີມໍ່ໆມານີ້, ຍ້ອນການໜູນຊ່ວຍຂອງລັດ, ບັນດາວິສາຫະກິດສັງຄົມ, ພ້ອມກັບການບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນຢູ່ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ, ການດຳລົງຊີວິດຂອງຫຼາຍຄອບຄົວຢູ່ແຫ່ງນີ້ໄດ້ມີການປ່ຽນແປງຕັ້ງໜ້າຫຼາຍຢ່າງ.
ກ່ອນນີ້, ຢູ່ບ້ານ ເບືອດ, ປະຊາຊົນດຳລົງຊີວິດແມ່ນອີງໃສ່ກະສິກຳ, ແຕ່ປະຈຸບັນ, ບ້ານ ເບືອດ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວນິຍົມຈາກແຂກທ່ອງທ່ຽວ ແລະ ນັບມື້ນັບມີຫຼາຍຄົນມາແຫ່ງນີ້ເພື່ອຄົ້ນຫາ, ຊົມທິວທັດທຳມະຊາດ ແລະ ອາກາດທີ່ປອດໂປ່ງ. ຈາກນັ້ນ, ກໍ່ໄດ້ສ້າງເປັນບັນດາການບໍລິການທ່ອງທ່ຽວ. ໂດຍກ້າທີ່ຈະ startup ດ້ວຍຮູບແບບທ່ອງທ່ຽວ homestay, ເອື້ອຍ ຮ່າທິຮຽມ, ບ້ານ ເບືອດ, ຕາແສງ ຈ່ຽງອຽນ, ເມືອງ ເວິນໂຮ່, ແຂວງ ເຊີນລາ, ແບ່ງປັນວ່າ:
“ເມື່ອເລີ່ມເຮັດທ່ອງທ່ຽວ, ການດຳລົງຊີວິດຂອງຄອບຄົວມີການປ່ຽນແປງຫຼາຍຢ່າງ, ລາຍຮັບກໍ່ດີກວ່າເມື່ອທຽບໃສ່ການເຮັດກະສິກຳເມື່ອກ່ອນນີ້. ແຕ່ລະເດືອນ, ລາຍຮັບຂອງຂອບຄົວກໍ່ເປັນ ປົກກະຕິກວ່າ, ມີເງື່ອນໄຂເພື່ອລ້ຽງລູກ, ໃຫ້ລູກໄປຮ່ຳຮຽນເປັນຢ່າງດີກວ່າ. ຫວັງວ່າ, ຮູບແບບ homestay ຂອງຂ້າພະເຈົ້າຈະໄດ້ທະວີຄູນຢ່າງກວ້າງຂວາງກວ່າ, ພັດທະນາກວ່າຢູ່ໃນບ້ານ, ມີຫຼາຍຄອບຄົວດຳເນີນທຸລະກິດ homestay, ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນເພື່ອໃຫ້ໝູ່ບ້ານນັບມື້ນັບພັດທະນາ”.
ປະຈຸບັນ, ຮູບແບບ startup ຂອງເອື້ອຍ ຮ່າທິຮຽມ ໄດ້ ແລະ ພວມເຄື່ອນໄຫວຢ່າງມີປະສິດທິຜົນ, ດຶງດູດເອື້ອຍນ້ອງເຂົ້າຮ່ວມເປັນຈຳນວນຫຼາຍ. ແຕ່ບໍ່ແມ່ນເອື້ອຍນ້ອງໃດກໍ່ກ້າຄິດກ້າທຳ. ທ່ານ ຟ້າມຊວັນດິ້ງ, ຮອງຫົວໜ້າຫ້ອງການວັດທະນະທຳເມືອງ ເວີນໂຮ່, ແຂວງ ເຊີນລາ, ຖືວ່າ:
“ສິ່ງທ້າທາຍໃຫຍ່ສຸດແມ່ນ ເອື້ອຍນ້ອງກ້າຄິດກ້າທຳຫຼືບໍ່, ກ້າພັດທະນາຕົນເອງກວ່າຫຼຼືບໍ່? ສ່ວນໂອກາດສຳລັບແມ່ຍິງແມ່ນມີຫຼາຍ ເພື່ອເສີມຂະຫຍາຍໄດ້ຄຸນຄ່າຕົນເອງ, ເສີມຂະຫຍາຍບັນດາສິ່ງທີ່ ເຂົາເຈົ້າມີຄວາມຮູ້ທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນໄດ້ຢ່າງສຸດຂີດ. ຈາກນັ້ນ, ເຂົາເຈົ້າກໍ່ຈະ ໂຄສະນາພາບພົດຂອງຊົນເຜົ່າຕົນສູ່ແຂກທ່ອງທ່ຽວເປັນຈຳນວນຫຼາຍ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຂກທ່ອງທ່ຽວສາກົນອີກດ້ວຍ”.
ຫວ່າງມໍ່ໆມານີ້, ທ່ານນາງ Christine ຮ່າ, ແມ່ຄົວພິການທາງສາຍຕາ ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ, ຜູ້ຍາດໄດ້ລາງວັນທີ 1 ໃນງານປະກວດພໍ່ຄົວ, ແມ່ຄົວ ອາເມລິກາ, ໃນການເຄື່ອນໄຫວຢູ່ ຫວຽດນາມ ເປັນເວລາ 12 ວັນ ດ້ວຍບົດບາດເປັນທູດວັດທະນະທຳ ກໍ່ໄດ້ມາບ້ານ ເບືອດ ແບ່ງປັນເລື່ອງລາວ startup ຂອງຕົນ. ຈາກນັ້ນ, ກໍ່ໄດ້ຊ່ວຍສ້າງແຮງບັນດານໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ໄດ້ສ່ວນໃດສ່ວນໜຶ່ງ. ເອື້ອຍ ບ່ານທິກ່ຽວ, ປະທານສະຫະພັນແມ່ຍິງຕາແສງ ຈ່ຽງອຽນ, ເມືອງ ເວີນໂຮ່, ແຂວງ ເຊີນລາ, ຢືນຢັນວ່າ ເນື້ອແທ້ຂອງເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍແມ່ນມີຄວາມດຸໝັ່ນຂະຫຍັນພຽນ, ແຕ່ເຂົາເຈົ້າຖືກຈຳກັດຍ້ອນຮີດຄອງປະເພນີຂອງຄອບຄົວ, ສັງຄົມ. ສະນັ້ນ, ເລື່ອງລາວຂອງທ່ານນາງ Christine ຮ່າ ແມ່ນເປັນປະໂຫຍດຫຼາຍຢ່າງຕໍ່ເອື້ອຍນ້ອງແມ່ຍິງ.
“ຂ້າພະເຈົ້າເອງແມ່ນພະນັກງານສະຫະພັນແມ່ຍິງ, ຂ້າພະເຈົ້າໄດ້ຕໍ່ກຳລັງແຮງ, ເປັນຂົວເຊື່ອມຕໍ່ ໃຫ້ແກ່ເອື້ອຍນ້ອງໃນບໍລິເວນໃຫ້ມີກຳລັງແຮງຕື່ມອີກ, ສົ່ງເສີມເອື້ອຍນ້ອງພ້ອມກັບພັດທະນາ. ການແບ່ງປັນ ຂອງທ່ານນາງ Christine ຮ່າ ໄດ້ສ້າງແຫຼ່ງບັນດານໃຈໃຫ້ເອື້ອຍນ້ອງແມ່ຍິງຊາວເຜົ່າສ່ວນໜ້ອຍ ຢູ່ແຫ່ງນີ້ຫຼາຍຢ່າງ, ແຕ່ສິ່ງສຳຄັນທີ່ສຸດຍັງແມ່ນຕົວຂອງເອື້ອຍນ້ອງແມ່ຍິງ, ຕ້ອງຢືນຢັນຕົນເອງ ແລະ ພິສູດຄວາມສາມາດຂອງຕົນ”.
ກາລະໂອກາດຍາມໃດກໍ່ຢູ່ດ້ານໜ້າ. ມີເອື້ອຍນ້ອງແມ່ຍິງຫຼາຍຄົນຢູ່ແຫ່ງນີ້ເວົ້າສະເພາະ, ແມ່ຍິງຊາວເຜົ່າສ່ວນໜ້ອຍເວົ້າລວມ, ໄດ້ ແລະ ພວມກຳແໜ້ນກາລະໂອກາດ startup ຢູ່ທ້ອງຖິ່ນ, ພິສູດໄດ້ກຳລັງຄວາມສາມາດຂອງຕົນ, ສ້າງມູນຄ່າເສດຖະກິດໃຫ້ແກ່ຄອບຄົວ, ພ້ອມທັງປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດຢູ່ທ້ອງຖິ່ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
