ໂດຍຕັ້ງຢູ່ພູ ໂບດາ ຂຶ້ນກັບເທດສະບານ ວຽດອຽນ, ເຂດປູສະນີຍະສະຖານວັດ ໂບດາ ແມ່ນສະຖານທີ່ເກົ່າແກ່ທີ່ມີຊື່ສຽງຂອງເຂດ ກິງບັກ ໃນເມື່ອກ່ອນ
ໂດຍມີປະມານ 100 ທາດ, ສວນທາດເກົ່າວັດ ໂບດາ ໄດ້ຮັບການຕີລາຄາແມ່ນສະຖານທີ່ທີ່ສວຍງາມ ແລະ ກ້ວາງໃຫຍ່ທີ່ສຸດໃນຈຳນວນບັນດາວັດເກົ່າແກ່ຢູ່ ຫວຽດນາມ
ສວນທາດເກົ່າແກ່ ມີອາຍຸປະມານ 300 ປີ, ລວມມີທາດໃຫຍ່ ນ້ອຍຫຼາຍທາດທີ່ແຕກຕ່າງກັນ. ໃນນັ້ນມີ 97ທາດ ເກົ່າແກ່ມີປປະຫວັດສາດນັບຮ້ອຍປີ ເຊິ່ງແມ່ນບອ່ນເກັບຮັກສາອັດຖິຂອງພະສົງສຳມະເນນ, ພຸດທະສາສະນິກກະຊົນ ກ່ວາ 1200 ອັດຖິ
ທາດ 3 ຊັ້ນຂອງພະສົງສຳມະເນນ
ຢູ່ຈອມທາດມີໂຖນ້ຳສັກສິດ ຂອງພະສົງສຳມະເນນ
ຢູ່ຈອມທາດຂອງແມ່ຂາວມີຮູບດອກບົວ
ດ້ວຍບັນດາຄຸນຄ່າອັນລ້ຳຄ່າ, ມີຄວາມໝາຍທາງດ້ານຈິດວິນຍານທີ່ຍິ່ງໃຫຍ່, ສວນທາດວັດ ໂບດາ ໂດຍສະມາຄົມລະດັບສະຖິຕິຫວຽດນາມ ຮັບຮູ້ແມ່ນ ສວນທາດທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ
ພາບ: vov5
ພາບ: vov5
ໄປຄຽງຄູ່ກັບວັດທາດ, ວັດ ໂບດາ ຍັງມີຝາດິນທີ່ເປັນເອກະລັກສະເພາະໄດ້ເຮັດດ້ວຍດິນໜຽວຫີນກວດ ແລະ ບັນດາປ່ຽງດິນເຜົາແຕກຂອງໝູ່ບ້ານ ໂທຮ່າ
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວັດ ໂບດາ ແມ່ນມີຊຸດຄຳພິີພຸດທະສາສະໜາທີ່ໄດ້ແກະຄວັດສະຫຼັກບົນໄມ້ເມື່ອປະມານປີ 1741
ວັດ ໂບດາ ແມ່ນໜຶ່ງໃນບັນດາສະຖານທີ່ຍັງຮັກສາໄດ້ຈຸດສະຖາປັດຕະຍາກຳທີ່ເປັນມູນເຊື້ອ ຫວຽດ ເກົ່າແກ່
ດ້ວຍຄຸນຄ່າທີ່ດີເດັ່ນ, ເຂດປູຊະນີຍະສະຖານປະຫວັສາດ ແລະ ສະຖາປັດຕະຍາກຳສິລະປະ ວັດ ໂບດາ ໂດຍນາຍົກລັດຖະມົນຕີ ຈັດອັນດັບເປັນເຂດປູຊະນີຍະສະຖານລະດັບຊາດແບບພິເສດ