(ສະຖານທູດ ລາວ ປະຈຳ ຫວຽດນາມ ລົດທຸງລົງເຄິ່ງເສົາ)
ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດພິທີວາງພວງມາລາໄວ້ອາໄລ, ເປີດຂຽນປຶ້ມໄວ້ອາໄລ ເຖິງທ່ານ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຂຶ້ນຢ່າງສົມກຽດ.
ທ່ານາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ພ້ອມກັບພະນັກງານສະຖານທູດໄວ້ອາໄລ
ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງລົ້ນເຫຼືອຕໍ່ການຈາກໄປຂອງ ທ່ານ ຄຳໄຕ ສີພັນດອນ
ເມື່ອຂຽນໃສ່ປຶ້ມໄວ້ອາໄລ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງລົ້ນເຫຼືອຕໍ່ການຈາກໄປຂອງ ທ່ານ ຄຳໄຕ ສີພັນດອນ
ທ່ານ ຄຳໄຕ ສີພັນດອນ ເຖິງແກ່ມໍລະນະກຳ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ເສຍເພື່ອນຜູ້ໜຶ່ງທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ຜູ້ທີ່ມີການປະກອບສ່ວນສຳຄັນເປັນຢ່າງຍິ່ງເຂົ້າໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕິພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນເຂົ້າຮ່ວມພິທີໄວ້ອາໄລ

ຄະນະຜູ້ແທນຂອງຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ກະຊວງ, ຂະແໜງການ ເຂົ້າຮ່ວມພິທີໄວ້ອາໄລ
ຄະນະຜູ້ແທນ VOV ເຂົ້າໄວ້ອາໄລ
ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄວ້ອາໄລຢູ່ນະຄອນຫຼວງວຽງຈັນ
ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດພິທີວາງພວງມາລາໄວ້ອາໄລ, ຂຽນປຶ້ມໄວ້ອາໄລເຖິງດວງວິນຍານຂອງທ່ານ ຄຳໄຕ ສີພັນດອນ ເປັນເວລາ 3 ວັນ, ແຕ່ວັນທີ 04 – 06 ເມສາ 2025.