ຊາວ ຮ່າໂນ້ຍ ຍັງເອີ້ນດອກລຳໂພງວ່າດອກໄມ້ເດືອນ ເມສາ ຫຼື ເຟຼີເດີລິດ
ດອກລຳໂພງໄດ້ປູກເປັນໜານ, ຊື່ທັດ
ເມື່ອດອກລຳໂພງປ່ຽນຈາກສີຂຽວເປັນສີຂາວແມ່ນສາມາດຕັດໄປຂາຍໄດ້ແລ້ວ
ດອກລຳໂພງທີ່ຕັດມານັ້ນໄດ້ສົ່ງໃຫ້ບັນດາພໍ່ຄ້າຊາວຂາຍ ເອົາໄປຈຳໜ່າຍຢູ່ຕະຫຼາດຂາຍສົ່ງ.
ດອກລຳໂພງທີ່ໄດ້ວາງຂາຍຢູ່ຕະຫຼາດ ກວາງບາ
ຊໍ່ດອກລຳໂພງມັດໜຶ່ງມີ 10 ດອກຂາຍລາຄາປະມານ 35.000 ດົ່ງ.
ຊຸມມື້ຂອງເດືອນ ເມສາ ນີ້, ເມື່ອຂັບລົດໄປຕາມຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ, ຈະເຫັນລົດຂົນສົ່ງດອກລຳໂພງ - ເປັນດອກໄມ້ບອກເຕືອນວ່າລະດູແລ້ງມາຮອດແລ້ວ
ຫຼາຍຄົນໄດ້ເລືອກເອົາວິທີຖ່າຍຮູບກັບດອກລຳໂພງເພື່ອເກັບພາບໄວ້ເປັນອານຸສອນ.
ດອກໄມ້ເດືອນ ເມສາ ຂາວບໍລິສຸດ
ປ້າ ດ່າມລຽນ (ຢູ່ເມືອງ ບັກຕືລຽມ, ຮ່າໂນ້ຍ) ແບ່ງປັນວ່າ, ຮອດລະດູດອກລຳໂພງໃນແຕ່ລະປີ, ປ້າກໍ່ຊື້ດອກລຳໂພງມາເບິ່ງ ແລະ ຖ່າຍຮູບ.
ຄວາມເບີກບານມ່ວນຊື່ນຂອງເດືອນ ເມສາ ບາງເທື່ອເປັນເລື່ອງງ່າຍໆພຽງແຕ່ຕົນເອງໄດ້ໄປ ຊື້ເອົາດອກລຳໂພງມາປັກໃສ່ໂຖ ແລະ ຮັບຊົມໄປໃນແຕ່ລະມື້ເທົ່ານັ້ນ.
(ພາບ: NVCC)