ຈອມພູ ກີກວານຊານ ແມ່ນຈອມພູສູງອັນດັບທີ 4 ຂອງ ຫວຽດນາມ ແລະ ແມ່ນຊາຍແດນທຳມະຊາດຂອງ 2 ແຂວງ ລາຍເຈົາ ແລະ ລ່າວກາຍ. ກີກວານຊານ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ຊົມເມກ, ອາລຸນວັນໃໝ່ ແລະ ຍາມສາຍັນງາມທີ່ສຸດຢູ່ ຫວຽດນາມ.
ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອນັກປິນພູພິຊິດໄດ້ຈອມພູນີ້.
ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອເຂົາເຈົ້າພິຊິດໄດ້ຈອມພູນີ້.
ໂດຍມີພູມສັນຖານທີ່ຫຼາກຫຼາຍແບບ ພ້ອມກັບລະບົບຄ້ອຍຊັນທີ່ເຕັມໄປດ້ວຍສິ່ງທ້າທາຍນັ້ນ, ຄວາມຍາກໃນການພິຊິດຈອມພູນີ້ ຖືກຈັດຢູ່ອັນດັບທີ 3, ສະນັ້ນ ຮຽກຮ້ອງໃຫ້ນັກປີນພູຕ້ອງມີການກະກຽມທັງທັກສະໃນການປີນພູ ແລະ ສຸຂະພາບທີ່ດີອີກດ້ວຍ.
ເພື່ອສາມາດຮັບຊົມອາລຸນວັນໃໝ່ຢູ່ເທິງຈອມພູ ກີກວານຊານ, ຕາມທຳມະດາແລ້ວ, ບັນດາຄະນະນັກປີນພູຕ້ອງເດີນທາງກ່ອນນັ້ນ 1 ມື້ ແລ້ວນອນພັກຢູ່ຕີນພູ ມວຍ ທີ່ມີຄວາມສູງ 2.215 ແມັດ, ຮອດຕອນເຊົ້າເດິກຂອງວັນຕໍ່ມາ ຈຶ່ງປີນຂຶ້ນຈອມພູດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອເຂົາເຈົ້າພິຊິດໄດ້ຈອມພູນີ້.
ໃນການປີນພູ, ນັກປີນພູຈະໄດ້ຮັບຊົມທັດສະນີຍະພາບຍາມສາຍັນໃນທ່າມກາງເມກທີ່ສວຍງາມຂອງພູຜາປ່າໄມ້ແຫ່ງນີ້
ດ້ວຍພູມສັນຖານທີ່ທຸລະກັນດານ ແລະ ປົກຄຸມໄປດ້ວຍໝອກ, ເຮັດໃຫ້ການພິຊິດຈອມພູ ກີກວານຊານ ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ.

ເຊີນທ່ານຮັບຊົມຄຼິບວິດີໂອ ເພື່ອຮູ້ສຶກເຖິງຄວາມງາມຂອງທັດສະນີຍະພາບຢູ່ຈອມພູ ກີກວານຊານ ໄດ້ຢ່າງຈະແຈ້ງກວ່າ

ນີ້ແມ່ນການເດີນທາງທີ່ເຕັມໄປດ້ວຍສິ່ງທ້າທາຍ, ຈັບອົກຈັບໃຈ ແລະ ໜ້າຈົດຈຳທີ່ສຸດສຳລັບຜູ້ທີ່ມີຄວາມມັກຮັກໃນການປີນພູ ແລະ ທຳມະຊາດ./.