ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ (ພາບ: baodautu.vn) |
“ໃນປີ 2008, ພວກຂ້າພະເຈົ້າແມ່ນນັກສຶກສາປີສຸດທ້າຍຂອງມະຫາວິທະຍາໄລສັງລວມ ມົດສະກູ ມີແນວຄວາມຄິດສ້າງເວັບໄຊໜຶ່ງຮັບໃຊ້ການຄົ້ນຫາ ຢູ່ ຫວຽດນາມ ເພາະວ່າ ໃນໄລຍະສຶກສາຮ່ຳຮຽນ, ພວກຂ້າພະເຈົ້າເຫັນວ່າລະດັບການພັດທະນາຂອງ ອິນເຕີເນັດ ແມ່ນໃຫຍ່ຫຼວງທີ່ສຸດ, ເຄື່ອງມືຄົ້ນຫາ Google ຕອບສະໜອງໄດ້ຂ້ອນຂ້າງດີແລ້ວ, ແຕ່ພວກເຮົາຍັງມີຫຼາຍຄວາມຮຽກຮ້ອງຕ້ອງການອື່ນອີກ. ນັ້ນແມ່ນແນວຄວາມຄິດພັດທະນາເຄື່ອງມືຄົ້ນຫາຢູ່ ຫວຽດນາມ.”
ປີ 2008, ນັກວິສະວະກອນ 3 ຄົນນັ້ນໄດ້ກັບມາ ຫວຽດນາມ ເພື່ອສຶກສາຕະຫຼາດຢູ່ພາຍໃນປະເທດ ແລະ ຂຶ້ນແຜນຊັກຊວນນັກລົງທຶນ. ປີ 2010, ກົກໆ ຈຶ່ງໄດ້ກຳເນີດຢ່າງເປັນທາງການ ດ້ວຍຫຼາຍຄຸນສົມບັດປະມວນເຂົ້າກັນຢ່າງຈັບອົກຈັບໃຈ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາອີງຕາມຄວາມຊິນເຄີຍ ແລະ ການກະທຳນຳໃຊ້ອິນເຕີເນັດຂອງຄົນ ຫວຽດນາມ. ທ່ານ ຫງວຽນຫວູແອັງ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ກົກໆ ໃຫ້ຮູ້ວ່າ:
“ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ. ກົກໆ ຍາມໃດກໍມານະພະຍາຍາມເພື່ອສ້າງຄວາມຮັບຜິດຊອບຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ຕໍ່ຜູ້ນຳໃຊ້ ແລະ ສຸມໃສ່ຊາວ ຫວຽດນາມ. ດີກວ່າ ຢູ່ທີ່ນີ້ ໝາຍຄວາມວ່າ ໂຫຼດໜ້າເວັບຕ່າງໆໄດ້ໄວກວ່າ, ແລ່ນໂຄສະນາໄດ້ດີກວ່າ ແລະ ສາມາດ ດາວໂຫຼດ ຄຼິບວິດີໂອໄດ້ຢ່າງງ່າຍດາຍ ແລະ ປອດໄພກວ່າ. ເລື່ອງປົກປ້ອງຜູ້ນຳໃຊ້ກໍແມ່ນເປົ້າໝາຍໜຶ່ງຂອງ ກົກໆ”.
ທ່ານ ຫງວຽນຫວູແອັງ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ກົກໆ (ພາບ: ກົກໆ) |
“ພວກຂ້າພະເຈົ້າມີທ່າໄດ້ປຽບ ເມື່ອເປັນບໍລິສັດພັດທະນາຢູ່ ຫວຽດນາມ, ນັກເຕັກນິກສ່ວນຫຼາຍກໍແມ່ນຄົນ ຫວຽດ. ສະນັ້ນ, ພວກຂ້າພະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການຂອງຄົນ ຫວຽດ. ນັ້ນແມ່ນທ່າແຮງ, ທ່າໄດ້ປຽບຂອງ ກົກໆ.”
ກົກໆ ແມ່ນບໍລິສັດ “Make in Vietnam” 100%. ບໍລິສັດ ກົກໆ ໄດ້ສຸມໃສ່ຄົ້ນຄວ້າຄວາມຕ້ອງການທີ່ເປັນເອກະລັກສະເພາະຂອງຄົນ ຫວຽດນາມ ແລະ ມີຫຼາຍຄຸນສົມບັດທີ່ເປັນປະໂຫຍດ, ສະດວກດີ, ເໝາະສົມກັບຕະຫຼາດທີ່ມີປະຊາກອນກວ່າ 93 ລ້ານຄົນນີ້, ເປັນຕົ້ນແມ່ນການນຳໃຊ້ເຕັກໂນໂລຢີ ດາວໂຫຼດ ຂອງ IDM ໄວກວ່າເກືອບ 8 ເທົ່າ ໃນເງື່ອນໄຂມາດຕະຖານ, ເຂົ້າສູ່ລະບົບ Facebook ໄດ້ຢ່າງງ່າຍດາຍ ແຕ່ບໍ່ຕ້ອງປ່ຽນ DNS, ຫຼືເພີ່ມເຕີມວັນນະຍຸດແບບອັດຕະໂນມັດ ຊ່ວຍເພີ່ມລະດັບຄວາມໄວໃນການພິມໜັງສືແຕ່ 20 ຫາ 50%, ກວດໄວຍະກອນ ແລະ ສະເໜີການຂຽນທີ່ຖືກຕ້ອງດ້ວຍຄວາມຊັດເຈນເກືອບ 94%... ໃນເຄື່ອງມືຄົ້ນຫາ ກົກໆ, ຜູ້ນຳໃຊ້ສາມາດແລກປ່ຽນຫົວໜ່ວຍວັກແທກ, ອັດຕາແລກປ່ຽນເງິນຕາ, ຄົ້ນຫາວັດຈະນານຸກົມ ພາສາ ອັງກິດ - ພາສາ ຫວຽດ ດ້ວຍການກົດເໝົ້າ 2 ເທື່ອໃສ່ຄຳສັ່ງທີ່ທ່ານຢາກຄົ້ນຫາ, ຊ່ວຍໃຫ້ຜູ້ນຳໃຊ້ສາມາດອ່ານພາສາ ອັງກິດ ໄດ້ຢ່າງສະດວກສະບາຍກວ່າ, ບໍ່ຈຳເປັນຕ້ອງຕັ້ງຄ່າແອັບຟຼີເຄຊັນ ວັດຈະນານຸກົມຕື່ມອີກ… ເພື່ອນ ລຶວທິກວິ່ງຈາງ, ຊາວ ຫວຽດນາມ ອາໄສ ຢູ່ ຢູແກຼນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເປັນນັກສຶກສາໄປຮຽນຢູ່ຕ່າງປະເທດ ແລະ ຫາກໍກັບເມືອປະເທດ, ສະນັ້ນ ການພິມໜັງສືໃນເວັບໄຊຕ່າງໆກໍປະສົບກັບຄວາມຫຍຸ້ງຍາກໜ້ອຍໜຶ່ງ. ເມື່ອ ຕົວທ່ອງເວັບ ກົກໆ ມີການໜູນຊ່ວຍການຂຽນພາສາ ຫວຽດ ຖືກຕ້ອງຕາມຫຼັກໄວຍະກອນ, ຂ້າພະເຈົ້າກໍດີໃຈຫຼາຍ. ເວລາທີ່ຮູ້ວ່າ ນີ້ແມ່ນຜະລິດຕະພັນເຕັກໂນໂລຢີ ໂດຍຄົນ ຫວຽດ ສ້າງຂຶ້ນເອງ ຂ້າພະເຈົ້າກໍຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ສຳລັບຂ້າພະເຈົ້າແລ້ວ ກໍເຫັນວ່າຄວນອຸດໜູນໃຫ້ແກ່ບັນດາຜະລິດຕະພັນເຕັກໂນໂລຢີຂອງ ຫວຽດນາມ”.
ໂດຍສຸມໃສ່ພັດທະນາຄຸນສົມບັດທີ່ເປັນປະໂຫຍດ, ສະດວກດີຢ່າງບໍ່ຢຸດຢັ້ງ ແລະ ແມ່ນການສຳຜັດໃໝ່ອ່ຽມສະເພາະໃຫ້ແກ່ຕະຫຼາດ ຫວຽດນາມ ດ້ວຍບັນດາເປົ້າໝາຍລະອຽດ, ກົກໆ ພວມປະສົບຜົນສຳເລັດໃນການກຳນົດທິດກາຍເປັນໜຶ່ງໃນບັນດາໂປຼແກຼມ ທີ່ຮັບຄວາມນິຍົມແຖວໜ້າຢູ່ ຫວຽດນາມ, ອັນໄດ້ສ້າງມູນຄ່າຫຼາຍຢ່າງໃຫ້ແກ່ຜູ້ນຳໃຊ້ ຫວຽດນາມ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

