ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ຖືກສະເໜີໂຕໃນຕະຫຼາດເມື່ອເດືອນ ກໍລະກົດ ປີ 2021 |
“ເຄື່ອງນີ້ນຳມາເຊິ່ງຜົນປະໂຫຍດດີທີ່ສຸດ, ບັນດາຜູ້ເຊົ່າຫ້ອງນອນສາມາດເບິ່ງຕົວເລກພະລັງງານໄຟຟ້າຊົມໃຊ້, ຈຳນວນເງິນທີ່ຕ້ອງຈ່າຍໃນແຕ່ລະວັນ ຜ່ານໂທລະສັບມືຖື. ຖ້າຫາກມີຄວາມຕ້ອງການກໍ່ສາມາດຕັ້ງຄ່າລະດັບຊົມໃຊ້ໄຟຟ້າຂອງຕົນ ຕາມລະດັບໃນໂທລະສັບມືຖື ແລະ ຈະໄດ້ຮັບຂໍ້ຄວາມກ່າວເຕືອນຂະນະທີ່ລະດັບນຳໃຊ້ເກີນຂອບເຂດ ຫຼື ໃກ້ຈະຮອດລະດັບຕັ້ງຄ່າ”.
ຕາມນັກວິສະວະກອນ ຮວ່າງນາມ ຂຶ້ນກັບບໍລິສັດຮຸ້ນສ່ວນເຕັກໂນໂລຊີອຸດສາຫະກຳ Vconnex, ນອກຈາກລັກສະນະດີເລີດ ກ່ຽວກັບຄຸນສົມບັດ, ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້ອັດສະລິຍະ Vconnex ຍັງຖືກອອກແບບຄືດັ່ງມາດຕະການແກ້ໄຂແບບອັດສະລິຍະ ໂດຍ Vconnex ພັດທະນາ ດັ່ງນັ້ນສາມາດປັບຕົວໃຫ້ແທດເໝາະ ກັບຫຼາຍເຄື່ອງພາຫະນະອັດສະລິຍະຕ່າງໆໃນຄອບຄົວ. ພິເສດນີ້ແມ່ນຜະລິດຕະພັນ Make in Vietnam 100% ດັ່ງນັ້ນມີລາຄາແບບແຂ່ງຂັນກັນ. ທ່ານ ຟານຄັກງວຽນໂຄຍ ສັງກັດສາຂາຈຳໜ່າຍຕະຫຼາດພາກໃຕ້ຂອງ Vconnex ໃຫ້ຮູ້ວ່າ:
“ການຕິດຕັ້ງຜະລິດຕະພັນແມ່ນງ່າຍດາຍທີ່ສຸດ. ບໍ່ວ່າຊ່າງໄຟຟ້າໃດໆກໍ່ສາມາດຕິດຕັ້ງເຄື່ອງນີ້ ໃນເວລາແຕ່ 5 ຫາ 10 ນາເທົ່ານັ້ນ ໂດຍບໍ່ຕ້ອງການແຊກແຊງ ເຂົ້າໂຄງລ່າງໂຄງປະກອບຂອງລະບົບໄຟຟ້າ”.
ທ່ານ ຫງວຽນດຶກກຸ໊ຍ ຜູ້ອຳນວຍການໃຫຍ່ Vconnex ຢືນຢັນວ່າ ຄວາມຄາດຫວັງຂອງ Vconnex ແມ່ນນຳເຕັກໂນໂລຊີ ມາຮັບໃຊ້ການດຳລົງຊີວິດ ຮັບໃຊ້ມະນຸດ. ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ເຖິງວ່າພຽງແຕ່ແມ່ນເຄື່ອງນ້ອຍເທົ່ານັ້ນ ແຕ່ຖ້າຫາກນັບລ້ານຄອບຄົວວິສາຫະກິດ ພ້ອມກັນຕິດຕາມກວດກາການນຳໃຊ້ພະລັງງານໄຟຟ້າ ສາມາດດັດປັບການກະທຳນຳໃຊ້ໄຟຟ້າຂອງຕົນ ກໍ່ຈະນຳມາເຊິ່ງກຳລັງແຮງສັງລວມຢ່າງໃຫຍ່ຫຼວງທີ່ສຸດ. ທ່ານ ຫງວຽນດຶກກຸ໊ຍ ໃຫ້ຮູ້ວ່າ:
“ Vconnex ສຸມໃສ່ການພັດທະນາບັນດາຜະລິດຕະພັນນຳມາເຊິ່ງຜົນປະໂຫຍດ ແລະ ຄຸນຄ່າຢ່າງແທ້ຈິງໃຫ້ແກ່ຜູ້ຊົມໃຊ້. ຂ້າພະເຈົ້າຖືວ່າການສຳຜັດ ແລະ ນຳໃຊ້ເຕັກໂນໂລຊີເພື່ອຫັນໄປສູ່ດີຈີຕອນ ຈະແມ່ນທ່າອ່ຽງເປັນຕາຍ ແລະ ຕັດສິນຊີ້ຂາດໃນອະນາຄົດ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
