ປ່າສະຫງວນແຫ່ງຊາດເຟຍອວັກ,ເຟຍແດນ |
ສວນສາທາລະນະທໍລະນີພູຜາແມ່ນ້ຳລຳເຊກາວບັ່ງ ນອນຢູ່ຕອນດິນເໜືອສຸດຂອງ ຫວຽດນາມ ຫ່າງຈາກ ຮ່າໂນ້ຍ ປະມານ 300 ກິໂລແມັດ ແລະ ມີເນື້ອທີ່ກວ້າງເກືອບ 3.300 ຕາລາງກິໂລແມັດ ກວມເອົາບໍລິເວນ 9 ເມືອງ, ມີກວ່າ 130 ຈຸດມໍລະດົກທໍລະນີທີ່ເປັນເອກະລັກ ແລະ ມີຄຸນຄ່າລະດັບສາກົນຄື ທາດຕ່າງໆ, ຮ່ອມພູ, ຖ້ຳ, ລະບົບແມ່ນຳ້ລຳເຊ, ຖ້ຳໃຕ້ດິນທີ່ເຊື່ອມຕໍໍ່ກັນ. ຕາມໄລຍະປະຫວັດສາດ, ສວນສາທາລະນະທໍລະນີພູຜາແມ່ນ້ຳລຳເຊກາວບັ່ງ ກາຍເປັນເຂດດິນທີ່ຫາຍາກ, ມີອາຍຸ 500 ລ້ານກວ່າປີຂອງໜ່ວຍພິພົບ. ຜ່ານການເປັນຮູບປະທຳ ແລະ ຂະຫຍາຍຕົວນັບລ້ານປີ, ຢູ່ແຫ່ງນີ້ໄດ້ຮັບຖືວ່າແມ່ນສະຖານທີ່ ທີ່ມີພູມີສັນຖານທໍລະນີອຸດົມສົມບູນ ເຊິ່ງຖືກຕັດແຍກດ້ວຍບັນດາສາຍພູຫີນປູນ ແລະ ພູດິນ, ມີບັນດາຮ່ອມພູຫາບພຽງ ແລະ ນຳ້ຕົກຕາດທີ່ໃຫ່ຍໂຕມະໂຫຖານ ເຊິ່ງແມ່ນບ່ອນຕັ້ງຖິ່ນຖານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ. ໃນບໍລິເວນສວນສາທາລະນະແຫ່ງນີ້ ກໍ່ມີທິວທັດທຳມະຊາດທີ່ລືຊື່ເຊັ່ນ: ເຂດທ່ອງທ່ຽວທຳມະຊາດ ເຟຍອວັກ,ເຟຍແດນ, ກຸ່ມໜອງທາງແຮນ,… ແລະ ພິເສດແມ່ນນ້ຳຕົກຕາດບານຢົກເຊິ່ງແມ່ນໜຶ່ງໃນ 4 ນ້ຳຕົກຕາດເຂດຊາຍແດນໃຫຍ່ ແລະ ງາມທີ່ສຸດໃນໂລກ. ສວນສາທາລະນະທໍລະນີແຫ່ງນີ້ ຍັງແມ່ນເຂດດິນທີ່ມີໄລຍະປະຫວັດສາດ ວັດທະນະທຳມາແຕ່ດົນນານ ເຊິ່ງລວມມີຫຼາຍກວ່າ 215 ສະຖານທີ່ວັດທະນະທຳປະຫວັດສາດຖືກຈັດອັນດັບ, ໃນນັ້ນມີ 3 ປູຊະນີຍະສະຖານລະດັບຊາດພິເສດຂອງຫວຽດນາມ. ແຕ່ຫຼາຍປີມານີ້, ພ້ອມກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກທໍລະນີ, ວັດທະນະທຳ, ປະຫວັດສາດນອນໃນເຂດສວນສາທາລະນະທໍລະນີ, ແຂວງ ກາວບັ່ງ ໄດ້ສ້າງເປົ້າໝາຍຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ. ດ້ວຍບັນດາຄວາມພະຍາຍາມຂອງທ້ອງຖິ່ນ, ມາເຖິງເດືອນ ເມສາ ປີ 2018, ອົງການ Unesco ໄດ້ຮັບຮອງສວນສາທາລະນະທໍລະນີພູຜາແມ່ນ້ຳລຳເຊກາວບັ່ງ ແມ່ນສວນສາທາລະນະທໍລະນີທົ່ວໂລກ. ທ່ານ ເຈືອງເຖວິງ ຮອງຫົວພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກາວບັ່ງ ຫົວໜ້າຄຸ້ມຄອງ ສວນສາທາລະນະທໍລະນີທົ່ວໂລກ Unesco ພູຜາແມ່ນ້ຳລຳເຊກາວບັ່ງ ໃຫ້ຮູ້ວ່າ:
“ໄລຍະທີໜຶ່ງ ກາວບັ່ງໄດ້ສຳເລັດການກໍ່ສ້າງສວນສາທາລະນະທໍລະນີ ຕາມມາດຖານຂອງ Unesco. ໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ເຊື້ອເຊີນຜູ້ຊ່ຽວຊານ Unesco ມາໃຫ້ຄຳປຶກສາ ເພື່ອສ້າງແຜນການພັດທະນາສັງລວມ, ທັງຮັບປະກັນການຕິດພັນກັບການພັດທະນາແບບຍືນຍົງ, ເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ແລ້ວ ຂອງສວນສາທາລະນະທໍລະນີ. ໃນນັ້ນເລັ່ງໃສ່ການເພີ່ມທະວີ ການລົງທຶນກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸ, ສຸມໃສ່ພັດທະນາລະບົບຄູ່ຮ່ວມມື, ຂະຫຍາຍລະບົບຜະລິດຕະພັນ ເພື່ອຮັບປະກັນເພີ່ມທະວີວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ”.
ພ້ອມກັບການພັດທະນາແບບຍືນຍົງ, ເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ແລ້ວສວນສາທາລະນະທໍລະນີ, ໃນໄລຍະທີ່ຈະມາເຖິງ, ແຂວງ ກາວບັ່ງ ຈະເລັ່ງໃສ່ຂຸດຄົ້ນ 3 ສາຍທ່ອງທ່ຽວໃນບໍລິເວນສວນສາທາລະນະທໍລະນີ ເພື່ອດຶງດູດແຂກທ່ອງທ່ຽວ ນັ້ນແມ່ນສາຍທ່ອງທ່ຽວກຸ່ມທາງກ້ຳຕາເວັນຕົກ “ ຄົ້ນຫາ ເຟຍ ອວັກ-ເຂດພູສູງແຫ່ງການປ່ຽນແປງ”; ສາຍທ່ອງທ່ຽວກຸ່ມທາງທິດເໜືອ “ການເດີນທາງມຸ່ງໄປສູ່ກົກເຄົ້າເຫງົ້າກໍ” ແລະ ສາຍທ່ອງທ່ຽວກຸ່ມທາງກ້ຳຕາເວັນຕາເວັນອອກ “ລົງຕົວຈິງຢູ່ຕາມໜູ່ບ້ານໃນເຂດແດນສະຫວັນ”. ທ່ານ ຮວ່າງແມັ້ງງອັກ ຜູ້ອຳນວຍການບໍລິສັດ ມ່ຽນເຕິຍ ຈຳກັດ ເຊິ່ງແມ່ນຫົວໜ່ວຍຜູ້ຮ່ວມມືສວນສາທາລະນະທໍລະນີພູຜາແມ່ນ້ຳລຳເຊກາວບັ່ງ ຖືວ່າ:
“ເມື່ອກາວບັ່ງໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນ ສວນສາທາລະນະທໍລະນີທົ່ວໂລກ ຈະເປີດທິດທາງໃໝ່ໃຫ້ແກ່ການທ່ອງທ່ຽວແຂວງ ກາວບັ່ງ. ເພື່ອນມິດສາກົນຈະຮູ້ຈັກເຖິງກາວບັ່ງ ນັ້ນແມ່ນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກ. ຂ້າພະເຈົ້າຄິດວ່າໃນໄລຍະທີ່ຈະມາເຖິງ ການທ່ອງທ່ຽວຢູ່ແຂວງ ກາວບັ່ງ ຈະພັດທະນາຫຼາຍກວ່າ. ພ້ອມກັບການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພວກຂ້າພະເຈົ້າຈະສືບຕໍ່ລົງທຶນສ້າງບັນດາຜະລິດຕະພັນທ່ອງທ່ຽວ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ ແລະ ຮັບໃຊ້ແຂກທ່ອງທ່ຽວ”.
ປັດຈຸບັນ ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກາວບັ່ງ ພ້ອມກັບບັນດາວິສາຫະກິດ ພວມເສີມຂະຫຍາຍທ່າໄດ້ປຽບຂອງສວນສາທາລະນະທໍລະນີທົ່ວໂລກ Unesco ພູຜາແມ່ນ້ຳລຳເຊກາວບັ່ງ, ຊຸກຍູ້ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາກາວບັ່ງ ໃຫ້ນັບມື້ນັບຫຼາຍຂຶ້ນ, ອັນນຳຂະແໜງທ່ອງທ່ຽວກາວບັ່ງ ກາຍເປັນເຄື່ອງໝາຍທ່ອງທ່ຽວເຂດພູສູງທາງທິດເໜືອ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
