ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ມອບຂອງຂວັນໃຫ້ແກ່ບັນດານັກສຶກສາກຳປູເຈຍ

ໂຄງການເລີ່ມຕົ້ນແຕ່ວັນທີ 28 ສິງຫາ 2021 ຫາ ວັນທີ 5 ກັນຍາ 2021. ໄລຍະທີ່ຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໄດ້ຂົນຂວາຍບັນດາສະຖານທູດ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະຈຳ ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ພ້ອມນັ້ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ກໍ່ໄດ້ສົ່ງເອກະສານທາງການ ໄປຍັງບັນດາເມືອງ, ເທດສະບານ ແລະ ບັນດາສະມາຄົມມິດຕະພາບສະມາຊິກ ເພື່ອກວດກາຄືນ ບັນດາຜູ້ຄົນຊາວຕ່າງປະເທດ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຮ່າໂນ້ຍ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19. ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ມີຄວາມປາດຖະໜາ ສາມາດໜູນຊ່ວຍເພື່ອນມິດສາກົນຫຼາຍຄົນ ອາໄສຢູ່ ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.