(ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ) |
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຮ່າໂນ້ຍ, ທ່ານ ຫງວຽນຢຸຍງອັກ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ຫວນຄືນບັນດາຜົນງານທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ໃນອາຍຸການຜ່ານມາ.
ທ່ານ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປີ 2025, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ຮ່າໂນ້ຍ ໄດ້ປະຕິບັດສຳເລັດ ແລະ ປະຕິບັດສຳເລັດທັງໝົດ 24/24 ຄາດໝາຍພັດທະນາຕົ້ນຕໍ; ໃນນັ້ນ, ລະດັບເຕີບໂຕ GRDP ບັນລຸ 8,16%, ລືນກາຍຄາດໝາຍທີ່ໄດ້ວາງອອກ (8%). ນະຄອນຫຼວງ ຮ່າໂນ້ຍ ດ້ວຍພາລະບົດບາດນຳໜ້າ, ພ້ອມແລ້ວຈະປະຕິບັດການຫັນວິໄສທັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ປະກົດຜົນເປັນຈິງ.
“ນະຄອນ ຮ່າໂນ້ຍ ພວມສ້າງບັນດາແຜນການເພື່ອສູ້ຊົນລະດັບເຕີບໂຕ 2 ຕົວເລກ (ຈາກ 11% ຂຶ້ນໄປໃນປີ 2026) ແລະ ຮັກສາຄວາມສະຖຽນລະພາບຢ່າງຕໍ່ເນື່ອງໃນຫຼາຍປີ. ເພື່ອເຮັດສິ່ງດັ່ງກ່າວ, ທາງນະຄອນພວມຍູ້ແຮງບັນດາໂຄງການພື້ນຖານດີຈີຕອນ, ເຂດຕົວເມືອງອັດສະລິຍະ, ລະບົບທາງລົດໄຟເຂດຕົວເມືອງ ແລະ ບັນດາຮູບແບບເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພ້ອມກັນນັ້ນປະກາດໃຊ້ແຜນການກະທຳປະຕິບັດມະຕິເລກທີ 57 ຂອງກົມການເມືອງໃນບໍລິເວນນະຄອນ ຮ່າໂນ້ຍ ປີ 2026. ນີ້ແມ່ນການກະກຽມມີແບບມີແຜນເພື່ອໃຫ້ ຮ່າໂນ້ຍ ບໍ່ພຽແຕ່ພັດທະນາໃຫ້ສະເພາະຕົນເທົ່ານັ້ນ ຫາກຍັງເຮັດຫຼ້ອນບົດບາດນຳພາເຂດນະຄອນ ຫຼວງ ແລະ ທັງປະເທດກ້າວເຂົ້າສູ່ສັງກາດໃໝ່ຢ່າງແຮງ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
