(ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ (30/10/1949 – 30/10/2024), ຕອນເຊົ້າວັນທີ 25 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ
ນະທີ່ນີ້, ບັນດານັກຄົ້ນຄ້ວາໄດ້ວິເຄາະ ເຮັດແຈ້ງ ຄວາມໝາຍຂອງນ້ຳໃຈສາມັກຄີ, ຮ່ວມສຳພັນສູ້ຮົບ ຫວຽດນາມ-ລາວ. ທ່ານຮອງສາດສະດາຈານ, ປອ ຫວຽນດິງເລ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ຢືນຢັນວ່າ:
ການສົມທົບວຽກງານ, ຕໍ່ສູ້ລະຫວ່າງບັນດາກຳລັງປະກອບອາວຸດ ການປະຕິວັດ ກໍ່ຄືການເຄື່ອນໄຫວ ປຊຊ, ການເມືອງ, ພັກ ຂອງຝ່າຍ ຫວຽດນາມ ແລະ ລາວ ສາມາດເຂົ້າໃຈຊື່ງກັນ ແລະ ກັນໄດ້ ຍ້ອນຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ກັນ. ດ້ວຍພື້ນຖານວັດທະນະທຳທີ່ເຂົ້າກັນຢ່າງງ່າຍດາຍນັ້ນ, ກຳລັງການປະຕິວັດ, ປຊຊ ສອງປະເທດ ໄດ້ອີງໃສ່ກັນເພື່ອຕໍ່ສູ້. ໃນທີ່ສຸດ, ການຕໍ່ສູ້ຢ່າງພິລາດອາດຫານ, ໃນໄລຍະຍາວນານຂອງ ປຊຊ ສອງປະເທດ ກໍ່ໄດ້ຮັບໄຊຊະນະ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ