ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ(ພາບ: quochoi.vn)
|
ຕອນເຊົ້າວັນທີ 21 ມັງກອນ, ກອງປະຊຸມທາງອອນລາຍທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊຊົນທຸກຂັ້ນອາຍຸການ 2021 – 2026, ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍສຳຄັນພິເສດ, ເຊິ່ງແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ຊາດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີວ່າ, ພາຍຫຼັງກອງປະຊຸມນີ້, ຄະນະພັກ, ອົງການຈັດຕັ້ງພັກ, ອົງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຄວນສຸມໃສ່ຊີ້ນຳ, ປະຕິບັດການຜັນຂະຫຍາຍທິດທາງ, ໜ້າທີ່ຂອງການເລືອກຕັ້ງໃຫ້ເປັນຢ່າງດີທີ່ສຸດ, ເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ບັນລຸຜົນງານສູງສຸດ ແລະ ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
“ໃນວິວັດການນີ້, ຄວນເອົາໃຈໃສ່ຊາບຊຶມບັນດາທັດສະນະ, ແນວຄິດຊີ້ນຳ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກໃຫ້ເປັນຢ່າງດີທີ່ສຸດ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ວາງອອກ, ໂດຍສະເພາະແມ່ນວຽກງານພະນັກງານ, ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນມີຄຸນນະທາດ, ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້, ສົມກັບໜ້າທີ່, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021 – 2025…”
ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ມີຄວາມເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມ ຈະປະກອບສ່ວນເຜີຍແຜ່ກ່ຽວກັບຄວາມໝາຍ, ຄວາມສຳຄັນ, ບັນດາຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແລະ ກ່ຽວກັບທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນ, ໜ້າທີ່ຂອງເປັນຕົວຜູ້ແທນຂອງປະຊາຊົນໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຢ່າງເລິກເຊິ່ງ ເພື່ອໃຫ້ປະຊາຊົນເລືອກຕັ້ງໃນອາຍຸການຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
