ກອງປະຊຸມຄັ້ງທີ 25, ສະພາປະຊາຊົນນະຄອນ ຮ່າໂນ້ຍ |
ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມະຕິວ່າດ້ວຍການປະກາດໃຊ້ບັນຊີລາຍຊື່ບັນດາກິດຈະກຳໃຕ້ດິນ ທີ່ໄດ້ຮັບການສົ່ງເສີມລົງທຶນໃນບໍລິເວັນນະຄອນ ຮ່າໂນ້ຍ. ພ້ອມດຽວກັນນັ້ນ, ສະພາປະຊາຊົນນະຄອນກໍຮັບຮອງເອົາມະຕິ 2 ສະບັບກ່ຽວກັບວັດທະນະທຳ, ເຊັ່ນ: ມະຕິວ່າດ້ວຍການພັດທະນາເຂດພັດທະນາການຄ້າ ແລະ ວັດທະນະທຳ; ມະຕິກຳນົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນອຸດສາຫະກຳວັດທະນະທຳ. ທ່ານນາງ ຟຸ່ງທິຮົ່ງຮ່າ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ຮ່າໂນ້ຍ, ຊີ້ແຈ້ງວ່າ:
“ເລື່ອງຄະນະກຳມະການປະຊາຊົນນະຄອນ ສະເໜີປະກາດໃຊ້ມະຕິ 2 ສະບັບກ່ຽວກັບການພັດທະນາການຄ້າ ແລະ ວັດທະນະທຳ ແລະ ມະຕິວ່າດ້ວຍສູນອຸດສາຫະກຳວັດທະນະທຳແມ່ນຈຳເປັນທີ່ສຸດເພື່ອໃຫ້ພວກເຮົາຫັນກົດໝາຍວ່າດ້ວຍນະຄອນຫຼວງເປັນລະອຽດ, ສ້າງບັນດາຮູບແບບບຸກທະລຸ ແລະ ບັນດາກົນໄກນະໂຍບາຍທີ່ພົ້ນເດັ່ນເພື່ອຊຸກຍູ້ຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ”.
ທ່ານນາງ ຟຸ່ງທິຮົ່ງຮ່າ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນໃນກອງປະຊຸມ |
ກໍໃນຕອນເຊົ້າວັນທີ 10 ກໍລະກົດ, ສະພາປະຊາຊົນນະຄອນ ໄດ້ຮັບຮອງເອົາມະຕິວ່າດ້ວຍການກຳນົດມາດຕະການຫຼຸດຜ່ອນຢາງພລາດສະຕິກໃນບໍລິເວນນະຄອນ ແລະ ມະຕິວ່າດ້ວຍການກຳນົດມາດຕະການໜູນຊ່ວຍບຸລິມະສິດສຳລັບການເຄື່ອນໄຫວຜະລິດຂີ້ເຫຍື້ອຄືນໃໝ່ທີ່ນຳໃຊ້ເຕັກນິກດີທີ່ສຸດ ເຊິ່ງໃນບໍລິເວນນະຄອນ ຮ່າໂນ້ຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

