ປະຈຸບັນ Unitel ແມ່ນນັກສະຫນອງການບໍລິການໂທລະຄົມ ແລະ ການບໍລິການສ່ວນໃຫຍ່,ແມ່ນຫນຶ່ງໃນບັນດາວິສາຫະກິດ ປະກອບສ່ວນເປັນຈຳນວນເງິນຫລາຍໃຫ້ແກ່ງົບປະມານຢູ່ ລາວ. ພາບ: baochinhphu.vn |
ເອື້ອຍ ຫົງພະຈັນ ພູມມິງ, ເຈົ້າຂອງຮ້ານຄ້າ Madam ພວມເຮັດວຽກ livestream ຂາຍເຄື່ອງທຸກມື້ ແບ່ງບັນວ່າ: ຍ້ອນມີລະດັບຄວາມໄວ ແລະ ເປັນປົກກະຕິຂອງອິນເຕີເນັດ ສະນັ້ນ ບັນດາການຂາຍສິນຄ້າທາງອອນລາຍແຕ່ລະຄັ້ງຂອງເອື້ອຍ ໄດ້ດຶງດູດລູກຄ້ານັບຮ້ອຍໆຄົນຕິດຕາມ ແລະ ຈອງຊື້.
“ເລື່ອງຂາຍເຄື່ອງອອນລາຍ ນັບມື້ນັບກາຍເປັນທ່າອ່ຽງ ແລະ ເພື່ອໃຫ້ໄປທັດທຽມກັບການພັດທະນາຂອງການຄ້າເອເລັກໂຕນິກ ພວກຂ້າພະເຈົ້າກໍ່ຕັດສິນໃຈສ້າງຮູບການຂາຍເຄື່ອງທາງອອນລາຍຕື່ມອີກ. ກ່ອນນີ້ ລູກຄ້າຕ້ອງມາຮ້ານເພື່ອເລືອກຊື້ສິນຄ້າ ແຕ່ປະຈຸບັນ ແມ່ນສະດວກຫລາຍ, ລູກຄ້າສາມາດຊົມຜະລິດຕະພັນທີ່ຕົນມັກ, ຈອງອອນລາຍ ແລະ ສາມາດຕໍ່ລາຄາໄດ້. ນັບແຕ່ເມື່ອຂ້າພະເຈົ້າເລືອກໃຊ້ບໍລິການອິນເຕີເນັດ Unitel ຂອງ Star Telecom, ວຽກງານຂາຍເຄື່ອງກໍສະດວກ, ລາຍຮັບເພີ່ມຂຶ້ນ ແລະ ຈຳນວນລູກຄ້າແມ່ນຫລາຍຮູບແບບ”.
ມີ 58% ຈຳນວນຜູ້ບໍລິໂພກຢູ່ ລາວ ພວມໃຊ້ເຄືອຂ່າຍ Unitel ເຊິ່ງແມ່ນເຄື່ອງໝາຍໂທລະຄົມແຖວຫນ້າຢູ່ ລາວ. Unitel ແມ່ນຜົນສຳເລັດຈາກ ການຮ່ວມທຸລະກິດລະຫວ່າງ ບໍລິສັດໃຫຍ່ໂທລະຄົມ Viettel ແລະ Laos Asia Telecom. ປີ 2009 ເຄື່ອງໝາຍການຄ້ານີ້ເລີ່ມມີໜ້າຢູ່ຕະຫລາດລາວ, ແລະ ໄລຍະທຳອິດແມ່ນກວມເອົາອັດຕາສ່ວນຫນ້ອຍ. ຊ່ວງເວລານັ້ນ ຢູ່ ລາວ ມີ 3 ບໍລິສັດເຄືອຂ່າຍອິນເຕີເນັດໃຫຍ່ຄື: ETL, LTC, Beeline ທີ່ມີການເຄື່ອນໄຫວກວ່າ 10 ປີ. ແຕ່ຫລັງຈາກນັ້ນ 2 ປີ (2011), Unitel ໄດ້ຄ່ອຍໆດຶງດູດຜູ້ນຳໃຊ້ການບໍລິການຂອງຕົນ ແລະ ມາຮອດປະຈຸບັນ Unitel ໄດ້ກາຍເປັນເຄື່ອງໝາຍນຳຫນ້າກ່ຽວກັບຕົວເລກຈຳນວນລູກຄ້າໃຊ້ບໍລິການ.
ທ່ານ ເພັດ ໄຊສົງຄາມ ອາຍຸ 62 ປີ ຢູ່ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: Unitel ແມ່ນບໍລິສັດສະຫນອງການບໍລິການທີ່ຫລາກຫລາຍຮູບແບບ, ລາຄາເໝາະສົມ, ຜູ້ໃຊ້ໂທລະສັບມືຖືແບບ Smartphone ຄືທ່ານ ກໍ່ພ້ອມທີ່ຈະລົງທຶນເພື່ອໄດ້ເຂົ້າເຖິງ ແລະ ນຳໃຊ້ເຄືອຂ່າຍ ອິນເຕີແເດລະດັບຄວາມໄວສູງຂອງ Unitel ເພື່ອຮັບໃຊ້ບັນດາຄວາມຕ້ອງການທີ່ແຕກຕ່າງກັນ ຈາກການພົວພັນຕິດຕໍ່, ການບັນເທິງຕະຫລອດຮອດການດຳເນີນທຸລະກິດ.
“ພາຍຫລັງພັກບຳນານ ຂ້າພະເຈົ້າເປີດຮ້ານຂາຍເຄື່ອງຍ່ອຍ ແລະ ກໍ່ຂາຍທັງບັດເຕີມເງິນໂທລະສັບອີກ. ໄລຍະມໍ່ໆມານີ້ ມີລູກຄ້າຫລາຍຄົນກໍ່ມາຮ້ານຂອງຂ້າພະເຈົ້າຊື້ບັດເຕີມເງິນໂທລະສັບຂອງເຄືອຂ່າຍ Unitel. ຂ້າພະເຈົ້າເຫັນວ່າ ປະຊາຊົນສ່ວນຫລາຍມັກໃຊ້ບໍລິການອິນເຕີເນັດຂອງ Unitel. ຍ້ອນມີເຄືອຂ່າຍອິນເຕີເນັດຂອງ Unitel ຂ້າພະເຈົ້າຈິ່ງສາມາດໂອ້ລົມກັບຍາດຕິພີ່ນ້ອງ, ອ້າຍນ້ອງ, ໝູ່ເພື່ອນ ຢູ່ເຂດທີ່ມີສັນຍານອ່ອນ ພິເສດ ແມ່ນເຂດຫ່າງໄກສອກຫລີກ”.
ມາຮອດປະຈຸບັນ, Unitel ກວມ 57% ເອົາອັດຕາສ່ວນກວມຕະຫລາດ ຍ້ອນມີພື້ນຖານໂຄງລ່າງເຄືອຂ່າຍປົກຄຸມຢ່າງກວ້າງຂວາງ, ສັນຍານໄປເຖິງແຕ່ລະຕາແສງ. ໄລ່ສະເລ່ຍ, ໃນຈຳນວນປະຊາຊົນ 1 ລ້ານຄົນ ຢູ່ ລາວ, ມີລະດັບຄວາມຫນາແຫນ້ນຂອງເສັ້ນໃຍແກ້ວສູງທົບ 6,6 ເທົ່າລະດັບສະເລ່ຍຂອງໂລກ. ລາວກາຍເປັນຫນຶ່ງໃນບັນດາປະເທດທີ່ມີອັດຕາສ່ວນປະຊາຊົນໄດ້ເຂົ້າເຖິງການບໍລິການລະບົບ 4G ແລະ ອິນເຕີເນັດຄວາມໄວສູງ ແລະ ດີທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້”.
Unitel ກໍ່ແມ່ນບໍລິສັດເຄືອຂ່າຍອິນເຕີເນັດ ນຳຫນ້າ ທີ່ສະຫນອງບັນດາການບໍລິການດິຈີຕອນ, ກາຍເປັນຄູ່ຮ່ວມມືຍຸດທະສາດຂອງລັດຖະບານ ລາວ, ຜັນຂະຫຍາຍບັນດາລະບົບຈຸດສຸມກ່ຽວກັບລັດຖະບານເອເລັກໂຕນິກໃຫ້ແກ່ປະເທດລາວ. ຍ້ອນ ມີ application ເຕັກໂນໂລຊີຢ່າງຕໍ່ເນື່ອງ, ເປີດກວ້າງການດຳເນີນທຸລະກິດ, Unitel ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 27.000 ຄົນ, ເຊິ່ງຫລາຍກວ່າເມື່ອທຽບໃສ່ບໍ່ວ່າວິສາຫະກິດແຫ່ງໃດຢູ່ລາວ, ອັນໄດ້ປະກອບສ່ວນຮັບປະກັນຊີວິດສັງຄົມ. ທ່ານ ພົນເອກ ຈັນສະຫມອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢືນຢັນວ່າ:
“ພວກຂ້າພະເຈົ້າ ຕີລາຄາສູງປະສິດທິຜົນຂອງ Unitel ຢູ່ ລາວ ຍ້ອນຄວາມໝາຍສຳຄັນ ແລະ ປະສິດທິຜົນສູງຂອງວິສາຫະກິດນີ້ ໃນທັງດ້ານເສດຖະກິດ ແລະ ສັງຄົມ. ຜ່ານນັ້ນ ກໍ່ປະກອບສ່ວນຮັດແຫນ້ນສາຍພົວພັນທີ່ເປັນມູນເຊື້ອຂອງສອງປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາ”.
ທ່ານ ພົນເອກ ຈັນສະຫມອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ. (ພາບ:quochoi.vn) |
ໃນປີ 2025, Unitel ວາງຄາດໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ສຸດຢູ່ ລາວ. ດ້ວຍຍຸດທະສາດດຳເນີນທຸລະກິດອັນຖືກຕ້ອງ, ຈາກວິສາຫະກິດຂະຫນາດນ້ອຍສຸດ, Unitel ບໍ່ພຽງແຕ່ກາຍເປັນ “ວິສາຫະກິດນຳຫນ້າ” ໃນຕະຫລາດໂທລະຄົມຂອງປະເທດລາວ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ຕະຫລາດ ຕ່າງປະເທດ, ຍົກສູງຄຸນຄ່າ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກອີກດ້ວຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

