|
ພາບ:ກະຊວງສາທາລະນະສຸກ |
ບົດລາຍງານການຄົ້ນຄ້ວາທົ່ວໂລກ ຂອງທະນາຄານ Standard Chartered ມີຫົວຂໍ້ວ່າ: "Vietnam - Q3 disruption, but recovery remains intact" ແປວ່າ: ຫວຽດນາມ - ການເຕີບໂຕຖືກຢຸດສະງັກຊົ່ວຄາວໃນໄຕມາດ 3 ແຕ່ມີແງ່ຫວັງການຟື້ນຟູຢ່າງເປັນປົກກະຕິ” ຊື່ງໄດ້ປະກາດຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 7,8% ໃນປີ 2021 ສູງທົບກວ່າ 2,5 ເທົ່າລະດັບເຕີບໂຕປີ 2020 ເຄີຍໄດ້ຮັບຖືວ່າແມ່ນລະດັບປະທັບໃຈ ແລະ ແມ່ນຈຸດເດັ່ນຂອງເສດຖະກິດໂລກ. ພ້ອມກັບທ່າອ່ຽງນັ້ນ ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ S&P Global Ratings ຄາດຄະເນວ່າ ຫວຽດນາມ ອາດສາມາດບັນລຸການເຕີບໂຕ GDP ຢູ່ໃນລະດັບ 11,2% ໃນປີ 2021. ກ່ອນຫນ້ານັ້ນ ບົດລາຍງານອັບເດດແງ່ຫວັງການພັດທະນາ ອາຊີ (ADO) 2020 ຂອງທະນາຄານພັດທະນາອາຊີ (ADB) ປະກາດໃນວັນທີ 15 ກັນຍາ ວ່າ ການເຕີບໂຕ GDP ຂອງຫວຽດນາມປີ 2021 ອາດຈະບັນລຸ 6,3%.
ບັນດາຜູ້ຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ: ແງ່ຫວັງການພັດທະນາ ຍັງໃຫຍ່ຫລວງຢູ່ເພື່ອໃຫ້ຫວຽດນາມ ຊຸກຍູ້ການເຕີບໂຕ ໃນຂະນະທີ່ບັນດາພື້ນຖານເພື່ອສ້າງກຳລັງຫນູນພັດທະນາທີ່ມີຢູ່ແລ້ວ. ກ່າວຄຳເຫັນທີ່ “ເວທີປາໄສເສດຖະກິດ ປີ 2021”: ບ່ອນອີງເພື່ອຟື້ນຟູ ແລະ ພັດທະນາ” ຊື່ງດຳເນີນໃນທ້າຍເດືອນ ພະຈິກ ປີ 2020, ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າອຸດສາຫະກຳຫວຽດນາມ ເນັ້ນຫນັກວ່າ:
“ຂຸດຄົ້ນບັນດາຄວາມບົ່ມຊ້ອນຂອງລະບອບ, ຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນຢ່າງດີນັ້ນ ຈະສ້າງເປັນກຳລັງຫນູນໃຫ້ແກ່ການພັດທະນາ. ເລື່ອງຍົກເລີກຮົ້ວກີດຂວາງ, ຫັນລະບຽບການເປັນງ່າຍດ່າຍ ເພື່ອສາມາດລະດົມທຸກແຫລ່ງກຳລັງຂອງທົ່ວປວງຊົນເຂົ້າໃນພາລະກິດແຫ່ງການພັດທະນາ, ເພື່ອສາມາດຍູ້ໄວຄວາມຄືບຫນ້າການກໍ່ສ້າງ ແລະ ນຳບັນດາໂຄງການເຂົ້າເຄື່ອນໄຫວ ນັ້ນຈະແມ່ນແຫລ່ງກຳລັງໃຫຍ່ສຸດໃຫ້ແກ່ການພັດທະນາໃນປີ 2021.”
ມູນຄ່າສົ່ງອອກໄມ້, ຜະລິດຕະພັນຈາກໄມ້ຂອງຫວຽດນາມ ຍັງຄົງບັນລຸການເຕີບໂຕດີເຖິງວ່າຖືກຜົນສະທ້ອນຈາກໂຄວິດ 19 |
ແງ່ຫວັງເສດຖະກິດອັນສົດໃສ ນັ້ນແມ່ນຫນຶ່ງໃນບັນດາພື້ນຖານສຳຄັນ ເພື່ອໃຫ້ຜູ້ຊ່ຽວຊານ ແລະ ນັກວາງແຜນນະໂຍບາຍເສດຖະກິດສາກົນຖືວ່າ: ຫວຽດນາມ ພວມ ແມ່ນຈຸດນັດພົບອັນດູດດື່ມ. ທ່ານ Hong Sun ປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ VBF 2020 ແລະ ທ່ານ ຮອງປະທານ ສະຫະສະມາຄົມວິສາຫະກິດ ສເກົາຫລີ ປະຈຳຫວຽດນາມ (Kocham) ຢືນຢັນວ່າ:
“ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນບັນດາສະຖານທີ່ມີນັກລົງທຶນຫລາຍຄົນສົນໃຈເຖິງ. ຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບຄື: EVFTA, CPTPP ນັ້ນແມ່ນສິ່ງສ້າງຄວາມສະດວກໃຫ້ແກ່ວິສາຫະກິດຫວຽດນາມທີ່ສຸດໃນການພັດທະນາຕະຫລາດໃຫມ່. ເພື່ອຍາດແຍ່ງໂອກາດນີ້ ມີບໍລິສັດ ສເກົາຫລີ ຫລາຍແຫ່ງ ພວມສົນໃຈຢາກເຂົ້າຮ່ວມຕະຫລາດຫວຽດນາມ, ບໍ່ພຽງແຕ່ດ້ານປະລິມານເທົ່ານັ້ນ ຫາກນັບທັງຄຸນນະພາບອີກດ້ວຍ. ທ່າອ່ຽງກ່ອນນີ້ ພຽງແຕ່ວິສາຫະກິດ ດຳເນີນການຜະລິດ ແຕ່ປະຈຸບັນ ມີນັກລົງທຶນ StartUp ຫລາຍຄົນກໍ່ຫັນມາ ເຮັດວຽກຢູ່ຫວຽດນາມ”
ກ່ຽວກັບການພົວພັນຕ່າງປະເທດ, ຫວຽດນາມ ກໍ່ຢັ້ງຢືນໄດ້ຖານະບົດບາດ ແລະ ອິດທິພົນຊື່ສຽງໃນທຸກການພົວພັນກັບສາກົນ. ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ປະຊາຄົມ ສາກົນ ບໍ່ພຽງແຕ່ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມເທົ່ານັ້ນ ຫາກຍັງມີຄວາມເຊື່ອໝັ້ນວ່າ ບົດບາດ ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
“ພວກເຮົາໄດ້ປ່ຽນແປງ, ເປີດປະຕູຢ່າງສຳເລັດຜົນ ແລະໄດ້ເຄື່ອນໄຫວຕາມກົດໝາຍສາກົນ, ສ້າງເປັນບັນດາຜົນງານຊື່ງໄດ້ຮັບການຕີລາຄາສູງຈາກບັນດາປະເທດ ແລະ ປະຈຸບັນ ພວກເຮົາພວມປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ. ທີສາມ ພວກເຮົາມີການພົວພັນ, ການປະພຶດກັບບັນດາປະເທດໃຫຍ່ເປັນຢ່າງດີ, ມີການພົວພັນບໍລິສຸດຜຸດຜ່ອງກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ກໍ່ຄືສຳລັບທຸກປະເທດໃນທົ່ວໂລກ. ເພາະສະນັ້ນ ບັນດາປະເທດຮັບຮູ້ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດມີຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນປະເທດເພື່ອນມິດທີ່ໄວ້ເນື້ອເຊື່ອໃຈອີກດ້ວຍ.”
ໃນຂະນະນັ້ນ ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳຫວຽດນາມ ຢັ້ງຢືນວ່າ: ສປຊ ຍັງຄົງຕ້ອງການບົດບາດນຳພາ, ນຳຫນ້າຂອງຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງອົງການຫລາຍຝ່າຍໃຫຍ່ສຸດໃນໂລກ.
“ອາດເວົ້າໄດ້ວ່າ ຫວຽດນາມ ສວມບົດບາດນຳຫນ້າໃນກິດຈະການປ່ຽນແປງໃຫມ່ຂອງ ສປຊ ຢູ່ໃນ ລະດັບຊາດ. ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າສຳເລັດເປົ້າໝາຍພັດທະນາສະຫັດສະວັດເກືອບທັງໝົດ. ຫວຽດນາມ ແມ່ນປະເທດມີບົດບາດສຳຄັນ ແລະ ສປຊ ຍັງສືບຕໍ່ຕ້ອງການການຮ່ວມມືຂອງຫວຽດນາມ ເພື່ອຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາຂອງສປຊ.”
ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ, ພວກເຮົາ ມີຄວາມເອກອ້າງທະນົງໃຈ, ໝັ້ນໃຈກ້າວເຂົ້າສູ່ປີ 2021 ດ້ວຍຈິດໃຈຕັ້ງຫນ້າ, ປະເອີບໃຈ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສໃນພາຍພາກຫນ້າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

