ຜູ້ຕາງໜ້າກະຊວງກໍ່ສ້າງ ຫວຽດນາມ ມອບຂໍ້ຕົກລົງ, ເອກະສານດັດປັບການວາງແຜນຜັງໃຫ້ແກ່ການນຳແຂວງ ບາເຣ້ຍ - ຫວູງເຕົາ ແລະ ນະຄອນ ຫວູງເຕົາ (ພາບ: ກະຊວງກໍ່ສ້າງ) |
ໃນຍຸດທະສາດພັດທະນາເສດຖະກິດສັງຄົມ, ແຂວງບ່າເຣ້ຍ - ຫວູງເຕົາໄດ້ກຳນົດ 5 ປາຍແຫລມເສດຖະກິດຈຸດສຸມພັດທະນາລວມມີ: ອຸດສາຫະກຳ, ທ່າກຳປັ່ນ, ບໍລິການພະລາທິການຢູ່ທ່າກຳປັ່ນ, ການທ່ອງທ່ຽວແລະ ກະສິກຳໝູນໃຊ້ເຕັກໂນໂລຊີສູງ. ໃນນັ້ນເສດຖະກິດທະເລມີຄວາມໝາຍສຳຄັນພິເສດສຳລັບການພັດທະນາຂອງທ້ອງຖິ່ນ.
ໃນຊຸມປີມໍ່ໆມານີ້ ແຂວງບ່າເຣ້ຍ - ຫວູງເຕົາ ໄດ້ຢືດໝັ້ນດ້ວຍເປົ້າໝາຍດຶງດູດການລົງທຶນໂດຍມີການຄັດເລືອກ, ສາມາດປະຕິເສດບັນດາໂຄງການມີເງິນລົງທຶນນັບຕື້ USD ຖ້າຫາກບໍ່ຮັບປະກັນປັດໄຈໝັ້ນຄົງ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.
ທ່ານມາຍຈູງຮືງ, ຮອງຫົວຫນ້າພະແນກກໍ່ສ້າງແຂວງບ່າເຣ້ຍ - ຫວູງເຕົາໃຫ້ຮູ້ວ່າ: ເລື່ອງຂຸດຄົ້ນບໍລິເວນ, ເນື້ອທີ່ດິນຕິດພັນກັບທະເລໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກອຳນາດການປົກຄອງແຂວງແຕ່ຕ້ອງມີຄວາມມານະພະຍາຍາມຫລາຍຢ່າງ, ມີຫລາຍບັນຫາຄວນສຳຫລວດກວດກາ ພິເສດແມ່ນບັນຫາສິ່ງແວດລ້ອມເພື່ອຫລີກລ້ຽງບໍ່ໄດ້ສົ່ງຜົນສະທ້ອນເຖິງທີ່ດິນ, ການວາງແຜນຜັງຕົວເມືອງແຄມທະເລຂອງແຂວງບ່າເຣ້ຍ - ຫວູງເຕົາ.
“ຍັງມີຫລາຍບັນຫາຕ້ອງສຳຫລວດກວດກາ, ດັດປັບຄືນ. ຕົວຢ່າງຄື: ບັນຫາຂຸດຄົ້ນເນື້ອທີ່ດິນ, ແລວ ລຽບຕາມແຄມທະເລ ຍັງບໍ່ທັນໄດ້ນຳໃຊ້ຢ່າງເໝາະສົມຄື: ເປີດເສັ້ນທາງແຄມທະເລ ຊື່ງເຮັດໃຫ້ບໍລິເວນ, ສິ່ງແວດລ້ອມກໍ່ຄືຄວາມສາມາດຂຸດຄົ້ນທີ່ດິນຖືກຜົນສະທ້ອນຢ່າງແຮງ”
ທິວທັດເຂດຕົວເມືອງແຄມທະເລ ບາເຣ້ຍ - ຫວູງເຕົາ |
ຕາມທ່ານ ເຈີນງອກຈີງ, ປະທານ ສະມາຄົມການວາງແຜນຜັງ ແລະ ພັດທະນາຕົວເມືອງ ຫວຽດນາມ ແລ້ວ, ເພື່ອໃຫ້ ແຂວງ ບ່າເຣ້ຍ ຫວູງເຕົາ ພັດທະນາຢ່າງແຮງກ່ຽວກັບທະເລ ທາງແຂວງ ໄດ້ ແລະ ພວມຄິດໄລ່ເຖິງບັນຫາວາງແຜນກຳນົດລະອຽດ ແລະ ຕ້ອງລະມັດລະວັງ. ເລື່ອງວາງແຜນກຳນົດ ຕ້ອງຕິດພັນກັບຄວາມຮຽກຮ້ອງຕ້ອງການການຄຸ້ມຄອງ ການວາງແຜນຜັງຕົວເມືອງ ແລະ ພັດທະນາບັນດາຕົວເມືອງທະເລໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຄວນພິຈາລະຈາເພື່ອເຮັດແນວໃດໃຫ້ພັດທະນາແບບຍືນຍົງ ຫາກບໍ່ແມ່ນເຮັດດ້ວຍທຸກວິທີທາງ. ແລະ ກໍ່ຕາມທ່ານ ຈີງແລ້ວ, ບັນດາກິດຈະກຳສະຖາປັດຕະຍາກຳແຄມທະເລ ພັດທະນາໃນໄລຍະຜ່ານມາໄດ້ສ້າງໂສມຫນ້າໃຫມ່ໃຫ້ບັນດາຕົວເມືອງແຄມທະເລ ບ່າເຣ້ຍ ຫວູງເຕົາ. ແຕ່ວ່າ ການວາງແຜນກຳນົດບໍ່ຄົບຊຸດ ບໍ່ເປັນລະບົບ ແລະ ບໍ່ເປັນຈຸດສຸມ. ສະນັ້ນ ບ່າເຣ້ຍ ຫວູງເຕົາ ຄວນມີມາດຕະການໃຫ້ແກ່ການວາງແຜນກຳນົດເພື່ອເຮັດແນວໃດໃຫ້ເໝາະສົມ ແລະ ທັງນຳໃຊ້ໄດ້ຊັບພະຍາກອນທຳມະຊາດ ທັງສ້າງກາລະໂອກາດດຶງດູດການລົງທຶນໂດຍມີການຄວບຄຸມ.
“ບັນດາຕົວເມືອງແຄມທະເລ ບໍ່ຄວນມີລັກສະນະຄ້າຍຄືກັນ ຈາກຈຸດພິເສດສະເພາະຂອງພູມສາດ, ເສດຖະກິດ, ປະຫວັດສາດ, ວັດທະນະທຳ ເພື່ອຄິດໄລ່ເຖິງບັນດາທ່າແຮງພັດທະນາຄື: ການທ່ອງທ່ຽວ, ອຸດສາຫະກຳ. ພວກເຮົາຕ້ອງພິຈາລະນາຢ່າງລະອຽດເພື່ອວາງແຜນຜັງຕົວເມືອງເປັນຢ່າງດີ.”
ປອ ເລກວັກຮຸ່ງ, ຮອງຫົວຫນ້າສະຖາບັນວາງແຜນຜັງ ແລະ ກໍ່ສ້າງ ພາກໃຕ້ ຖືວ່າ: ແຂວງ ບ່າເຣ້ຍ ຫວູງເຕົາ ຄວນມີວິໄສທັດຍາວໄກ ສຳລັບຍຸດທະສາດພັດທະນາເຂດຕົວເມືອງແຄມທະເລ. ແຕ່ລະຕົວເມືອງແຄມທະເລ ຄວນມີຍຸດທະສາດພັດທະນາສະເພາະ. ຕົວເມືອງແຄມທະເລ ບໍ່ຈຳເປັນຕ້ອງແມ່ນຕົວເມືອງທ່ອງທ່ຽວ ຫາກຍັງສາມາດພັດທະນາ ດ້ວຍບັນດາຈຸດພິເສດອື່ນ ທີ່ນຳມາເຊິ່ງສີສັນແຕກຕ່າງກັນ ຜ່ານນັ້ນ ສ້າງເຄືອຂ່າຍຕົວເມືອງແຄມທະເລເປັນຫລາຍຮູບຫລາຍແບບ.
ມີຜູ້ຊ່ຽວຊານວາງແຜນຜັງຕົວເມືອງຫລາຍທ່ານ ຖືວ່າ: ເພື່ອສ້າງຈຸດເດັ່ນໃຫ້ແກ່ການພັດທະນາຕົວເມືອງແຄມທະເລ, ບ່າເຣ້ຍ ຫວູງເຕົາ ຄວນມີວິໄສທັດຍຸດທະສາດ ແຕ່ 20- 30 ປີຈະມາເຖິງ. ທ່ານ ຫງວຽນດີງຈູງ, ປະທານ ກຸ່ມບໍລິສັດ ຮືງທິ້ງ ຍົກອອກແນວຄວາມຄິດສຳລັບຕົວເມືອງແຄມທະເລ ຫວູງເຕົາ, ເຂດ ກໍ່ກັງ - ລອງເຊີນ, ຄວນຄິດເຖິງເລື່ອງເຊື່ອມຕໍ່ດ້ວຍການກໍ່ສ້າງຂົວ, ທັງສ້າງຈຸດເດັ່ນ ທັງຫລຸດຜ່ອນກຳລັງດັນໃຫ້ແກ່ທາງຫລວງເລກ 51.
ຕາມບັນດາຜູ້ຊ່ຽວຊານວາງແຜນຜັງ ແລະ ກໍ່ສ້າງແລ້ວ, ບໍ່ສະເພາະ ບ່າເຣ້ຍ ຫວູງເຕົາ ເທົ່ານັ້ນ ຫາກບັນດາທ້ອງຖິ່ນແຄມທະເລ ຄວນມີວິໄສທັດຍາວໄກ, ໃນນັ້ນ ກຳນົດໄດ້ຮູບພາບຕົວເມືອງ ແລະ ສີສັນສະເພາະຕ່າງຫາກ. ບັນດາຕົວເມືອງແຄມທະເລ ຄວນໄດ້ຮັບການວາງແຜນກຳນົດ, ຄຸ້ມຄອງໃຫ້ເໝາະສົມ, ຫລີກລ້ຽງການຊຸດໂຊມຂອງສິ່ງແວດລ້ອມ, ການທຳລາຍຈາກທຳມະຊາດ. ຕົວເມືອງແຄມທະເລ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
