ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ດ້ວຍ​ຄວາມ​ຕ​ອ້ງ​ການ​ດ້ານ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ສະ​ເລ່ຍ 8 10% ຕໍ່​ປີ. ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຕິດ​ພັນ​ກັບ​ການ​ໃຊ້​ຈ່າຍ​ພ​ະ​ລັງ​ງານ​ເພີ່ມ​ຂຶ້ນ, ພິ​ເສດ​ໃນ​ບັນ​ດາ​ຂະ​ແໜງ​ອຸດ​ສ​ຫ​ກຳ​ຜະ​ລິດ, ປຸງ​ແຕ່ງ ແລະ ສົ່ງ​ອອກ. ດັ່ງ​ນັ້ນ, ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ກາຍ​ເປັນ​ເສົາ​ຄ້ຳ​ຍຸດ​ທະ​ສາດ, ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງດ້ານ​ພະ​ລັງ​ງານ​ແມ່ນ​ການ​ຮັບ​ປະ​ກັນ​ລັກ​ສະ​ນະ​ຕໍ່​ເນື່ອງ​ຂອງ​ການ​ເຕີບ​ໂຕ.

ຫວຽດ​ນາມ ໄດ້​ນຳບັນ​ຫາ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​​ເປັນ​ທິດທາງ​ຍຸດ​ທະ​ສາດ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ໃຫຍ່​ເຊັ່ນ ມະ​ຕິ​ສະ​ບັບ​ເລກ​ທີ 55 NQ/TW ແລະ ຫັນ​ເປັນ​ລະ​ອຽດ​ດ້ວຍ​ແຜນ​ຜັງ​ໄຟ​ຟ້າ VIII. ຫວ່າງ​ບໍ່​ດົນ​ມານີ້ແມ່ນ​ບົດ​ສະຫຼຸບ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຄຳ​ຮຽກ​ຮ້ອງ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ, ຮັກ​ສາ​ຕະຫຼາດ​ພະ​ລັງ​ງານ​ພາຍ​ໃນ​ປະ​ເທດໃຫ້ເປັນປົກກະຕິ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ວິ​ທີເຂົ້າເຖິງ​ໃໝ່: ບໍ່​ພຽງ​ແຕ່​ຮັບ​ປະ​ກັນມີ​ໄຟ​ຟ້າ​ຢ່າ​ງພຽງພໍ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຍືນ​ຍົງ, ຫຼາຍ​ຮູບຫຼາຍ​ແບບ ແລະ ມີໄຫວພິບ​ຂອງ​ລະ​ບົບ​ພະ​ລັງ​ງານ.

ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການເຊິ່ງ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ແມ່ນ​ຫັນ​ແຫຼ່ງ​ສະ​ໜອງ​ເປັນຫຼາຍ​ຮູບຫຼາຍ​ແບບ, ຊ່ວຍຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ການ​ເໜັງ​ຕງ​ລາ​ຄາ​ພະ​ລັງ​ງານ​ທົ່ວ​ໂລກ. ທ່ານ ຕະ​ດິງ​ທີ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມາທິ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ​ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ຖື​ວ່າ:

“ເລື່ອງ​ຫັນ​ປ່ຽນ​ພະ​ລັງ​ງານ​ຕ້ອງ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ. ສິ່ງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງຫຼຸດ​ຜ່ອນ​ການ​ເອືອຍ​ອີງ​ເຂົ້າບັນ​ດາ​ແຫຼ່ງເຊື້ອ​ເພີງ​ພະ​ລັງ​ງານ​ນຳ​ເຂົ້າ, ໂດຍ​ສະ​ເພາະ​ແມ່ນ​ພະ​ລັງ​ງານ​ຟອກ​ຊິວ ແລະ ຖືກ​ສ່ຽງ​ໄພ​ຈາກ​ການ​ຜັນແດ້ານ​ພູ​ມີ​ສາດ​ການ​ເມືອງ​ໄດ້​ງ່າຍທີ່ສຸດ ແລະ ນີ້​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ທີ​ສຸດຂອງ​ພວກ​ເຮົາ​, ເຊັ່ນ: ແດດ, ລົມ, ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ອື່ນ”.

ດ້ວຍຄວາມ​ສາ​ມາດ​ບົ່ມ​ຊ​້ອນດ້ານ​ແຫຼ່ງ​ໄຟ​ຟ້າ​ແຮງ​ລົມ​ຢູ່ນ​ອກ​ຝັ່ງ​​ ນັ້ນ, ນະ​ຄອນ ໂຮ່​ຈີ​ມິນ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແຮງລົມ​ຢ່າງ​ຮີບ​ເຮັ່ງ, ເພື່ອຮອດ​ປີ 2030 ບັນ​ລຸ​ເປົ້າ​ໝາຍ 6.000 MW ແລະ ຮອດ​ປີ 2050 ຂຶ້ນ​ເຖິງ 91.500 MW. ທ່ານ​ນາງ ຫງວຽນ​ທິ​ງອກ, ຮອງ​ຜູ້​ອຳ​ນວຍ​ການ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນ ໂຮ່​ຈີ​ມິນ ຢັ້ງ​ຢືນ​ວ່າ:

“ທາງ​ນະ​ຄອນ​ໄດ້​ສ້າງ​ຂໍ້​ມູນ​ສະ​ໜອງ​ພະ​ລັງ​ງານ, ຍູ້​ໄວ​ການ​ລົງ​ທຶນກໍ່​ສ້າງຕາ​ໜ່າງ​ໄຟ​ຟ້າ, ສາງ, ພື້ນຖານໂຄງລ່າງອາຍແກັດ, ປັບ​ປຸງກົນໄກ​ແຮໄວ້, ກຽມ​ເພື່ອ ແລະ ປະ​ສານ​ສົມ​ທົບ​ລະ​ຫວ່າງ​ເຂດ, ​ຮັບ​ປະ​ກັນ​ພະ​ລັງ​ງານຕິດ​ພັນກັບ​ການ​ຫັນ​ເປັນ​ສີ​ຂຽວ, ສະ​ຖາ​ນີ​ສາກ, logistic ສີ​ຂຽວ. ພ້ອມ​ກັນ​ນັ້ນ, ຫັນ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ເປັນຫຼາຍ​ຮູບຫຼາຍ​ແບບ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ອາຍ​ແກັດ, ເຊື່ອມ​ຕໍ່​ແຜນ​ຜັງ​ໂຄງ​ລ່າງ”.

ການ​ນຳ​ໃຊ້​ພະ​ລັງ​ງານ​ແບບ​ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ ກໍ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານແບບ​ກຸ້ມ​ຕົນ​ເອງ, ມີ​ໄຫວ​ພິບ, ຍຸ​ຕິ​ທຳ, ກວມ​ລວມ ແລະ ຍືນ​ຍົງ. ບັ້ນ​ເຄື່ອນ​ໄຫວ “ມອດ​ໄຟ 1 ຊົ່ວໂມງເພື່ອ​ໜ່ວຍ​ໂລກ” ເຊິ່ງ ຫວຽດ​ນາມ ໄດ້​ຜັນ​ຂ​ະ​ຫຍາຍ​ໃນຫຼາຍ​ປີ​ຜ່ານ​ມາ ນັບ​ມື້​ນັບ​ໄດ້​ຮັບ​ການ​ແຜ່​ກະ​ຈາຍ​ຢ່າງ​ຕັ້ງ​ໜ້າ​ໃນ​ທົ່ວ​ສັງ​ຄົມ. ທ່ານ ລ້ານ​ດຶກ​ຕວັນ, ກົມ​ນະ​ວັດ​ຕະ​ກຳ, ຫັນ​ເປັນ​ສີ​ຂຽວ ແລະ ສົ່ງ​ເສີມ​ອຸດ​ສາ​ຫະ​ກຳ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຖື​ວ່າ:

ການ​ປະ​ຢັດ​ພະ​ລັງ​ງານ ຕ​້ອງ​ກາຍ​ເປັນ​ຄວາມ​ຊີນ​ເຄີຍ​ປະຈຳວັນໃນ​ການ​ດຳ​ເນີນ​ຊີ​ວິດ ແລະ ການ​ຜະ​ລິດ, ຈາກ​ການ​ນຳ​ໃຊ້​ອຸ​ປະ​ກອນ​ປະ​ຢັດ​ໄຟ​ຟ້າ, ຫັນ​ຂັ້ນ​ຕອນ​ການຜະ​ລິດ​ໃຫ້ດີ​ທີ່​ສຸດ ຕະຫຼອດ​ຮອດ​ການ​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ໃໝ່. ​ບັນ​ດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ນັ້ນ ຖ້າ​ໄດ້​ຮັບ​ການ​ຮັກ​ສາ​ຢ່າງຍາວ​ນານ​ໃນ​ທົ່ວ​ສັງ​ຄົມ ຈຶ່ງ​ຈະສ້າງ​ປະ​ສິດ​ທິ​ຜົນ​ແບບ​ຍືນ​ຍົງ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ໄດ້”.

ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ບໍ່ພຽງ​ແຕ​່​ແມ່ນ​ບັນ​ຫາ​ຂອງ​ຂະ​ແໜງ​ໄຟ​ຟ້າ​ ຫຼື ຂະ​ແໜງ​ພະ​ລັງ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນ​ຫາ​ຂອງ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດອີກ​ດ້ວຍ. ເລື່ອງ​ເປັນ​ເຈົ້າ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ນັ້ນ ຈະ​ຕັດ​ສິນ​ຄວາ​ມ​ສາ​ມາດ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ສູງ, ​ຮັກ​ສາເສດ​ຖະ​ກິດ​ມະ​ຫາ​ພາກ​​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ. ທ່ານ ຫງວຽນ​ຮ​ວ່າງ​ລອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຖື​ວ່າ:

“ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ນຳ​ໃຊ້​ພະ​ລັງ​ງານ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ແກ່ນ​ສານ​ເພື່​ອ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ໃນ​ວິ​ວັດ​ແຫ່ງການ​ສ້າງ​ໂຄງ​ປະ​ກອບ​ຮູບ​ແບບ​ເຕີບ​ໂຕ​ຄືນ​ໃໝ່. ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ຊ​ຸກ​ຍູ້​ການ​ເຄື່ອນ​ໄຫວ​ນະ​ວັດ​ຕະ​ກຳຢ່າງແຂງແຮງ, ຖື​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ເປັນ​ດີ​ຈ​ີ​ຕອນ​ເປັນ​ພື້ນ​ຖານ​ ເພື່ອ​ນຳ​ໃຊ້​ພະ​ລັງ​ງານ​ແບບ​ຍືນ​ຍົງ​ກວ່າ. ພ້​ອມ​ທັງສົ່ງ​ເສີມ​ການ​ບໍ​ລິ​ໂພກ​ສີ​ຂຽວ ແລະ ສ້າງ​ວິ​ຖີ​ຊີ​ວິດ​ແບບ​ຍືນ​ຍົງ, ຜ່ານ​ນັ້ນ ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຄົບ​ຊຸດ ແລະ ຍາວ​ນານ​ໃນ​ທົ່​ວ​ພື້ນ​ຖານ​ເສດ​ຖະ​ກິດ”.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເມື່ອ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ພັ​ດ​ທະ​ນາ​ໃໝ່​ ດ້ວຍ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ແລ້ວ, ບົດ​ບາດ​ຂອງ​ພະ​ລັງ​ງານ​ຈະ​ຍິ່ງ​ມີ​ຄວາມ​ສຳ​ຄັນ​ກວ່າ. ບັນ​ດາ​ບາດ​ກ້າວ​ເດີນ​ຂອງ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ລະ​ບົບ​ພະ​ລ​ັງ​ງານ​ທີ່ປອດ​ໄພ, ຍືນ​ຍົງ ແລະ ມີ​ໄຫວ​ພິບ​ນັ້ນ ບໍ່​ພຽງ​ແຕ່​ຊ່ວຍພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ເຕີບ​ໂຕ​ສີ​ຂຽວ, ກຸ້ມຕົນ​ເອງ ແລະ ມີ​ຄວາມ​ສາ​ມາດ​ຕ້ານ​ທານ​ສູງ​ຕໍ່​ການຜັນ​ແປ​ໃນ​ທົ່ວ​ໂລກ./.