ປ້າ ຫງວຽນທິເງິນ ແມ່ນຫນຶ່ງໃນບັນດາຄອບຄົວຕິດພັນກັບຕົ້ນຊາມາເປັນເວລາກວ່າ 20 ປີ ຢູ່ຕາແສງນ້ຳບຸງ. (ພາບ:Thừa Xuân/VOV) |
ໃນຊຸມມື້ນີ້ ປະຊາຊົນປູກຕົ້ນຊາຢູ່ ວັນເຈີນ (ອຽນບາຍ) ພວມສຸມໃສ່ບົວລະບັດຕົ້ນຊາ, ກະກຽມໃຫ້ແກ່ບັ້ນເກັບກູ້ຊາຄັ້ງທີສອງ ຊ່ຶງແມ່ນຫນຶ່ງໃນ 4 ບັ້ນເກັບກູ້ຫຼັກໆໃນປີ.
ປ້າ ຫງວຽນທິເງິນ ຫນຶ່ງໃນບັນດາຄອບຄົວທີ່ໄດ້ຕິດພັນກັບຕົ້ນຊາມາເປັນເວລາ 20 ປີ ຢູ່ ຕາແສງ ນ້ຳບຸງ ເມືອງ ວັນເຈີນ ໃຫ້ຮູ້ວ່າ: ດ້ວຍການປູກຕົ້ນຊາ 1 ເຮັກຕາ ແຕ່ລະປີລາຍຮັບຄອບຄົວສ້າງມາໄດ້ປະມານ ກວ່າ 3.800 USD ຫລັງຫັກລາຍຈ່າຍແລ້ວ.
“ປູກຕົ້ນຊາແມ່ນນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກວ່າເມື່ອທຽບໃສ່ຕົ້ນໄມ້ປະເພດອື່ນ, ປູກໃນເວລາ 3 ປີແມ່ນສາມາດເລີ່ມເກັບກູ້ໄດ້ ແລະ ພາຍຫລັງ 5 ປີແມ່ນເກັບກູ້ໄດ້ເປັນປົກກະຕິ”.
ຕາແສງ ນ້ຳບຸງ ປະຈຸບັນມີເກືອບ 90% ຈຳນວນຄອບຄົວປູກຊາ ດ້ວຍຍອດເນື້ອທີ່ເກືອບ 570 ເຮັກຕາ ແມ່ນຊາ ຊານຕວຽດ (ຊື່ງແມ່ນຊາມີຊື່ສຽງ) ຢູ່ລະດັບສູງ. ແຕ່ລະປີ ຢູ່ເຂດນີ້ສາມາດເກັບກູ້ຍອດຊາສົດໄດ້ປະມານ 7.000 ໂຕນ ນຳມາເຊິ່ງລາຍຮັບປະມານ ກວ່າ 1,9 ລ້ານ USD ໃຫ້ແກ່ປະຊາຊົນໃນຕາແສງ, ປະກອບສ່ວນຫລຸດຜ່ອນອັດຕາຄອບຄົວທຸກຍາກລົງເຫລືອພຽງ 7% ໃນປີ 2024. ທ່ານ ຟານລວນ ຜູ້ຮັກສາການ ປະທານ ຄະນະກຳມະການປະຊາຊົນຕາແສງ ນ້ຳບຸງ ເມືອງ ວັນເຈີນ ໃຫ້ຮູ້ວ່າ:
“ເພື່ອຍົກສູງຄຸນນະພາບ, ສະມັດຕະພາບໃຫ້ແກ່ຕົ້ນຊາ ຊານຕວຽດ ຢູ່ ນ້ຳບຸງ ພວກຂ້າພະເຈົ້າໄດ້ມີຄຳແຈ້ງເຕືອນ, ມີການແນະນຳເປັນປະຈຳໃຫ້ພໍ່ແມ່ປະຊາຊົນໃນຂອດບົວລະບັດ, ເກັບກູ້ເພື່ອໃຫ້ຮັບປະກັນຖືກຕ້ອງຕາມເຕັກນິກ, ຮັບປະກັນໃຫ້ຕົ້ນຊາມີຄວາມທົນທານຢູ່ໃນການເກັບກູ້ຄັ້ງຕໍ່ໄປ ແລະ ຊຸມປີຕໍ່ຫນ້າ. ການນຳໃຊ້ຢາປາບສັດຕູພືດແມ່ນນຳໃຊ້ຕາມປະເພດທີ່ໄດ້ກຳນົດ, ມຸ່ງໄປເຖິງການນຳໃຊ້ຢາຊີວະພາບ, ສ້າງໃຫ້ຊາ ຊານຕວຽດ ຢູ່ ນ້ຳບຸງ ບັນລຸຄຸນນະພາບເທື່ອລະກ້າວ”.
ເມືອງ ວັນເຈີນ ປະຈຸບັນ ມີປະມານ 50 ວິສາຫະກິດ ແລະ ຮາກຖານການຜະລິດ, ປຸງແຕ່ງຊາ, ໃນນັ້ນ ມີຫລາຍຫົວຫນ່ວຍໄດ້ລົງທຶນອຸປະກອນທັນສະໄຫມເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດຢູ່ພາຍໃນ ແລະ ການສົ່ງອອກ. ທົ່ວເມືອງ ປະຈຸບັນ ມີເນື້ອທີ່ປູກຕົ້ນຊາກວ່າ 4.600 ເຮັກຕາ, ໃນນັ້ນ ກວ່າ 1.500 ເຮັກຕາ ແມ່ນຊາ ຊານຕວຽດ ຊື່ງໄດ້ປູກຢູ່ບັນດາຕາແສງເຂດພູສູງ ຄື: ສວຍຢ່າງ, ຢາໂຮ້ຍ, ນ້ຳບຸງ...
ຫນຶ່ງໃນບັນດາຂອດປຸງແຕ່ງຊາດຳ. (ພາບ:Thừa Xuân/VOV) |
ສະເພາະໃນຊາລຸ້ນທຳອິດໃນປີນີ້ ທ່ົວເມືອງ ເກັບກູ້ຍອດຊາສົດມາໄດ້ກວ່າ 10.000 ໂຕນ. ທາງເມືອງ ສູ້ຊົນໃນປີນີ້ ບັນລຸສະມັດຕະພາບປະມານ 50.000 ໂຕນ, ນຳມາເຊິ່ງລາຍຮັບກວ່າ 1,3 ລ້ານ USD. ທ່ານ ຟູ່ເທແຮງ, ຮອງຫົວຫນ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ເມືອງ ວັນເຈີນ ໃຫ້ຮູ້ວ່າ: ທ້ອງຖິ່ນ ໄດ້ ແລະ ພວມຜັນຂະຫຍາຍຫລາຍນະໂຍບາຍຫນູນຊ່ວຍຊາວກະສິກອນດັດປັບເພື່ອປູກຕົ້ນຊາ ເປີດກວ້າງເຂດວັດຖຸດິບ ພ້ອມທັງຍູ້ແຮງການຜະລິດຕາມທິດປອດສານພິດ, ເປັນມິດກັບສິ່ງແວດລ້ອມ. ທ່ານ ແຮງ ໃຫ້ຮູ້ວ່າ:
“ຂະແຫນງກະສິກຳ ໄດ້ເສນາທິການໃຫ້ເມືອງ ຫນູນຊ່ວຍບັນດາວິສາຫະກິດເຂົ້າເຖິງບັນດາໂຄງການ, ນະໂຍບາຍຄື: ມະຕິເລກທີ 69 ກ່ຽວກັບການປ່ຽນແປງໃຫມ່ຄຸນນະພາບການເຄື່ອນໄຫວຂອງສະມາຄົມຊາວກະສິກອນ, ຫນູນຊ່ວຍສ້າງລະຫັດເຂດປູກ, ສ້າງເຂດຜະລິດຕາມາດຖານ, ເຂົ້າຮ່ວມບັນດາໂຄງການແນະນຳ, ໂຄສະນາຜະລິດຕະພັນ. ພ້ອມກັນນັ້ນ ບັນດາອົງການທີ່ກ່ຽວຂ້ອງກໍ່ເພີ່ມທະວີການແນະນຳດ້ານເຕັກນິກໃຫ້ແກ່ຊາວກະສິກອນ, ແນະນຳແນວພັນຊາໃຫມ່ທີ່ກ້າວຫນ້າເພື່ອຫລຸດຜ່ອນເວລາໂດຍພື້ນຖານ ແລະ ພັດທະນາເຂດປູກຕົ້ນຊາຕາມທິດປອດສານພິດ”.
ຊາຂອງ ເມືອງ ວັນເຈີນ ແຂວງ ອຽນບາຍ ພວມຢັ້ງຢືນຈຸດຢືນໃນຕະຫລາດ ຊາ ຫວຽດນາມ ເທື່ອລະກ້າວ. ເພື່ອໃຫ້ ຊາ ວັນເຈີນ ເສີມຂະຫຍາຍມູນຄ່າດ້ານເສດຖະກິດໄດ້ຫຼາຍທີ່ສຸດ, ໃນໄລຍະຈະມາເຖິງ ຈະເພີ່ມທະວີການຮ່ວມສຳພັນລະຫວ່າງປະຊາຊົນ, ວິສາຫະກິດ ແລະ ອຳນາດການປົກຄອງໃນການຄຸ້ມຄອງ, ປູກ ແລະ ປຸງແຕ່ງຊາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

