ຊາວກະສິກອນຢູ່ ແຂວງ ຕຽນຢາງ ປັບຕົວການຜະລິດກະສິກຳໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ |
ພາຍຫລັງ 3 ປີແຫ່ງການປະຕິບັດມະຕິເລກທີ 120, ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນໂດຍພື້ນຖານໃນຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳຂອງທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນ ໂດຍໄດ້ຮັບການເຂົ້າຮ່ວມຢ່າງຕັ້ງຫນ້າຈາກປະຊາຊົນ ແລະ ວິສາຫະກິດ ພ້ອມທັງລະດົມໄດ້ການຫນູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາ.
ມະຕິແມ່ນບາດກ້າວບຸກທະລຸໃຫຍ່, ມີຄວາມໝາຍກຳນົດຍຸດທະສາດການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງຕາມທິດສັງລວມ. ລັດຖະບານ ໄດ້ສຸມໃສ່ຊີ້ນຳກໍ່ສ້າງ, ເພີ່ມເຕີມ ສ້າງສຳເລັດກົນໄກນະໂຍບາຍໃຫ້ແກ່ການພັດທະນາແບບຍືນຍົງຕາມ 4 ຂົງເຂດຕົ້ນຕໍຄື: ພະລັງງານຜະລິດຄືນໃຫມ່ ແລະ ປະສິດທິຜົນພະລັງງານ; ພື້ນຖານໂຄງລ່າງ ແລະ ເຕັກນິກ ສິ່ງແວດລ້ອມ; ກະສິກຳ ແລະ ການລ້ຽງປູກສິນໃນນ້ຳ; ການປຸງແຕ່ງອາຫານ ແລະ ບັນດາການບໍລິການຂົນສົ່ງ. ຜ່ານນັ້ນ ກໍປະກອບສ່ວນດຶງດູດບັນດາວິສາຫະກິດລົງທຶນຢ່າງແຮງເຂົ້າຂົງເຂດກະສິກຳ, ເພີ່ມທະວີການຮ່ວມສຳພັນ ລະຫວ່າງ: ລັດ, ຊາວກະສິກອນ, ນັກວິທະຍາສາດ ແລະ ວິສາຫະກິດ ເພື່ອຍົກສູງລະບົບມູນຄ່າ, ສ້າງຈຸດຢືນໃຫ້ແກ່ບັນດາຜະລິດຕະພັນກະເສດໃນຕະຫລາດໂລກ. ທ່ານ ເຈີນຮົ່ງຫ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຖືວ່າ:
“ ພາຍຫລັງ ຜັນຂະຫຍາຍມະຕິມາເປັນເວລາ 3 ປີ, ອາດຢັ້ງຢືນໄດ້ວ່າ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນຢ່າງແຮງ ດ້ວຍບັນດາຄວາມກ້າວຫນ້ານັບທັງຈີນຕະນາການ ແລະ ການກະທຳ, ຫັນປ່ຽນຈາກທ່າຮັບມາເປັນເຈົ້າການໃນການຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເປັນເທື່ອລະກ້າວ, ສະພາບການພັດທະນາເສດຖະກິດເຂດນັບມື້ນັບດີຂຶ້ນ”
ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ເຂດທົ່ງພຽງແມ່ນ້ຳຂອງ ພວມປະເຊີນຫນ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຫລາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ບັນດາການເຄື່ອນໄຫວພັດທະນາຂອງຍ່ານເຫນືອແມ່ນ້ຳ… ໄດ້ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ເຮັດໃຫ້ຂາດຄວາມດຸ່ນດຽງດ້ານຊີວະພາບຢ່າງແຮງ. ເພື່ອໃຫ້ບັນລຸໄດ້ບັນດາຄາດໝາຍ ແລະ ຫນ້າທີ່ທີ່ວາງອອກນັ້ນ, ຄວນມີການເຊື່ອມຕໍ່, ຄວາມເຫັນດີເຫັນພ້ອມຂອງບັນດາທ້ອງຖິ່ນໃນເຂດ.
ສູບນ້ຳຕ້ານໄພແຫ້ງແລ້ງຢູ່ ແຂວງ ຕຽນຢາງ |
ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຊື່ງດຳເນີນເມື່ອວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ເຂດທົ່ງພຽງແມ່ນ້ຳຂອງ ແມ່ນສູນຜະລິດກະສິກຳຂອງຫວຽດນາມ ປະກອບສ່ວນ 50% ປະລິມານການຜະລິດເຂົ້າ, 95% ປະລິມານເຂົ້າສານສົ່ງອອກ, 65% ປະລິມານການລ້ຽງປູກສິນໃນນ້ຳ, 70% ປະລິມານໝາກໄມ້ຂອງທົ່ວປະເທດ. ເພາະສະນັ້ນ ຢາກຮັກສາເຂດທົ່ງພຽງແມ່ນ້ຳຂອງໃຫ້ໄດ້ ຕ້ອງມີການຕິດພັນລະຫວ່າງ ສູນກາງ ກັບທ້ອງຖິ່ນ, ລັດກັບ ຕະຫລາດ, ປະຊາຊົນ ກັບວິສາຫະກິດ, ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນຊກຍູ້ການຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງ.
“ ທີຫນຶ່ງ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີສຸດໃຫ້ແກ່ວິສາຫະກິດ, ຊຸກຍູ້ຄວາມໄຫວພິບຂອງນະໂຍບາຍ ແລະ ບັນດາປັດໄຈດ້ານເສດຖະກິດ. ທີສອງ ແມ່ນຊຸກຍູ້ການພັດທະນາຢ່າງຄົບຊຸດ ແລະ ປັບປຸງບັນດາຕະຫລາດຫລັກແຫລ່ງໃຫ້ສຳເລັດ. ສຳລັບ ຕະຫລາດແຮງງານ, ບັນດາທ້ອງຖິ່ນ ຄວນເອົາໃຈໃສ່ບຳລຸງສ້າງ ແລະ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດຄືນໃຫມ່ຢ່າງມີປະສິດທິຜົນ”
ເພື່ອສ້າງສຳເລັດເປົ້າໝາຍກໍ່ສ້າງເຂດທົ່ງພຽງແມ່ນ້ຳຂອງ ໃຫ້ພັດທະນາອຸດົມສົມບູນ ວັດທະນາຖາວອນ, ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ ແລະ ພວມເພີ່ມທະວີການຮ່ວມສຳພັນຢ່າງແຮງກັບນະຄອນໂຮ່ຈີມິນ ຕາມເນື້ອໃນຈິດໃຈ ພ້ອມກັນພັດທະນາ, ເສີມຂະຫຍາຍບົດບາດ ສະພາບໍລິຫານງານເຂດ. ພ້ອມກັນນັ້ນ ກໍພັດທະນາຢ່າງແຮງບັນດາຕົວເມືອງໃນເຂດ, ວາງແຜນກຳນົດເຂດຊຸມຊົນຄືນໃຫມ່. ຍູ້ແຮງການຮ່ວມມືແຫ່ງຊາດ, ສາກົນ ແລະ ຍາດແຍ່ງບັນດາແຫລ່ງຫນູນຊ່ວຍຈາກສາກົນ… ສຸມໃສ່ສ້າງເຂດທົ່ງພຽງແມ່ນ້ຳຂອງໃຫ້ພັດທະນາຢ່າງແຮງ ແລະ ຍືນຍົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

