(vovworld)- ຫວຽດນາມ ພວມກ້າວເຂົ້າສູ່ໄລຍະເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າກັບບັນດາພາກພື້ນ, ພື້ນຖານເສດຖະກິດໃຫຍ່ຂອງໂລກ ເມື່ອສັນຍາການຄ້າເສລີ FTA ຫລາຍສະບັບ ໄດ້ ແລະ ພວມກະກຽມໄດ້ຮັບການລົງນາມ. ຄຽງຄູ່ບັນດາບຸລິມະສິດຈະໄດ້ຊົມໃຊ້ຈາກບັນດາສັນຍາ FTA, ບັນດາວິສາຫະກິດ ຫວຽດນາມ ກໍປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ ແລະ ມີຫລາຍວຽກຕ້ອງເຮັດ ເພື່ອຮັບກາລະໂອກາດໃຫຍ່ຫລວງດັ່ງກ່າວ. ນີ້ກໍແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສ້າງໂຄງປະກອບຕະຫລາດ ກໍຄືພື້ນຖານເສດຖະກິດຄືນໃຫມ່.
ປະຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີສອງຝ່າຍ ແລະຫລາຍຝ່າຍ 10 ສະບັບ. ໃນນັ້ນ ມີ 2 ສະບັບຫາກໍໄດ້ຮັບການລົງນາມ ນັ້ນແມ່ນ ສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ ແລະ ສັນຍາການຄ້າເສລີ ຫວຽດນາມ ພັນທະມິດ ອາຊີ ເອີລົບ. ບັນດາສັນຍາການຄ້າເສລີໄດ້ນຳມາເຊິ່ງກາລະໂອກາດໃຫມ່ໃຫ້ແກ່ວິສາຫະກິດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດພັດທະນາ, ເປັນຕົ້ນເມື່ອບັນດາປະເທດເຂົ້າຮ່ວມສັນຍາລົບລ້າງພາສີນຳເຂົ້າ. ສັນຍາ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບສະຫນອງສິນຄ້າຂອງບັນດາຄູ່ຮ່ວມມື, ສິ່ງດັ່ງກ່າວຈະຊ່ວຍວິສາຫະກິດດຳເນີນທຸລະກິດເປັນປົກກະຕິ, ຍົກສູງກຳລັງແກ້ງແຍ້ງ. ພ້ອມກັນນັ້ນ ຊ່ວຍຫວຽດນາມ ສ້າງໂຄງປະກອບ ແລະ ການດຸ່ນດ່ຽງລະຫວ່າງຕະຫລາດນຳເຂົ້າ ແລະ ສົ່ງອອກ, ຫລີກລ້ຽງການອີງໃສ່ຕະຫລາດໃດຫນຶ່ງ. ເມື່ອເຂົ້າຮ່ວມສັນຍາການຄ້າເສລີ, ວິສາຫະກິດຫວຽດນາມ ຈະເປີດຫລາຍປະຕູໃຫ້ຕະຫລາດສົ່ງອອກ. ສຳລັບພື້ນຖານເສດຖະກິດພວມໃນທ່າພັດທະນາຄືຫວຽດນາມ ເລື່ອງເປີດກວ້າງຕະຫລາດແມ່ນສຳຄັນທີ່ສຸດ. ທ່ານນາງ ດັ້ງເຟືອງຢູງ, ເລຂາທິການໃຫຍ່ ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ຖືວ່າ: ສັນຍາການຄ້າເສລີແມ່ນກາລະໂອກາດ, ແມ່ນກຳລັງຫນູນເພື່ອສືບຕໍ່ພັດທະນາວິສາຫະກິດ, ຍົກສູງຄວາມສາມາດແກ້ງແຍ້ງ. ນີ້ແມ່ນສັນຍາເມື່ອບັນດາວິສາຫະກິດເຂົ້າຮ່ວມຕ້ອງປ່ຽນໃຫມ່ຈີນຕະນາການ ແລະ ວິທີການດຳເນີນທຸລະກິດ. ທ່ານນາງ ດັ້ງເຟືອງຢູງ ໃຫ້ຮູ້ວ່າ:
“ຄວາມຕ້ອງການກ່ຽວກັບຕົ້ນກຳເນີດສິນຄ້າຂອງຝ່າຍນຳເຂົ້າຍາມໃດກໍສູງ. ນີ້ກໍແມ່ນສິ່ງທ້າທາຍສຳລັບຂະແຫນງຕ່ຳແຜ່ນຕັດຫຍິບ. ບັນດາວິສາຫະກິດຫວຽດນາມ ສ່ວນຫລາຍແມ່ນນຳເຂົ້າວັດຖຸດິບເພື່ອສົ່ງອອກ.”
ດ້ວຍວິວັດການຫລຸດຜ່ອນບັນດາປະເພດພາສີຕາມຄຳໝັ້ນສັນຍາ, ມີຜະລິດຕະພັນກະເສດຫລາຍປະເພດຂອງຫວຽດນາມ ຈະຖືກຜົນກະທົບຢ່າງແຮງ. ດ້ານອື່ນ, ຂະແຫນງອຸດສາຫະກຳຈຳນວນຫນຶ່ງຄື: ລົດໂອໂຕ, ເຫລັກກ້າ, ເຄື່ອງຕ່ຳແຜ່ນຕັດຫຍິບ ຕ້ອງແກ້ງແຍ້ງຢ່າງຂ້ຽວຂາດກັບຜະລິດຕະພັນຂອງບັນດາປະເທດພາຍໃນພາກພື້ນ. ເພື່ອຍາດແຍ່ງບັນດາບຸລິມະສິດເປັນຢ່າງດີ ບັນດາວິສາຫະກິດຄວນຄົ້ນຄ້ວາ,ຊອກຮູ້, ອັບດັດບັນດາຂໍ້ກຳນົດກໍຄືຄຳໝັ້ນສັນຍາໃນສັນຍາການຄ້າເສລີ. ການເຊື່ອມໂຍງແມ່ນກຳລັງຫນູນເພື່ອໃຫ້ຫວຽດນາມປະຕິບັດການສ້າງໂຄງປະກອບຄືນໃຫມ່, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ, ພ້ອມທັງເປີດກວ້າງຕະຫລາດສົ່ງອອກສິນຄ້າ, ເພີ່ມທ່າໄດ້ປຽບໃນການແກ້ງແຍ້ງໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມເມື່ອທຽບໃສ່ບັນດາປະເທດໃນພາກພື້ນ. ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າກົມຕະຫລາດເອີລົບ, ກະຊວງອຸດສາຫະກຳການຄ້າ ຖືວ່າ:
“ການຫນູນຊ່ວຍຈາກສັນຍານີ້ ແມ່ນວາງອອກວິວັດການເໝາະສົມເພື່ອໃຫ້ບັນດາຂະແຫນງພາຍໃນປະເທດສາມາດຮ່ວມມືລົງທຶນ, ປ່ຽນໃຫມ່ເຕັກໂນໂລຊີ, ຮັບປະກັນໃຫ້ບັນດາຜະລິດຕະພັນມີກຳລັງແກ້ງແຍ້ງ. ເມື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ກຳລັງດັນແມ່ນຮັບປະກັນໃຫ້ສິນຄ້າຂອງຫວຽດນາມພັດທະນາໄດ້, ຮັບປະກັນລັກສະນະແກ້ງແຍ້ງຂອງຕະຫລາດສາກົນ. ກຳລັງດັນນີ້ອາດຈະຊ່ວຍໃຫ້ຫວຽດນາມ ສ້າງໂຄງປະກອບຄືນໃຫມ່, ປ່ຽນໃຫມ່ເຕັກໂນໂລຊີ ແລະ ນຳມາເຊິ່ງກຳລັງແກ້ງແຍ້ງໃຫ້ສິນຄ້າຂອງຫວຽດນາມ.”
ສັນຍາການຄ້າເສລີ ທັງຊ່ວຍວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບໂລກ, ທັງແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຕີລາຄາຕົນເອງຄືນໃຫມ່, ຕອບສະຫນອງບັນດາຄຳຮຽກຮ້ອງຕ້ອງການທີ່ເຄັ່ງຄັດຂອງບັນດາບໍລິສັດນຳເຂົ້າ. ເພື່ອບັນລຸໄດ້ຜົນສຳເລັດ ວິທີຫນຶ່ງດຽວເພື່ອໃຫ້ວິສາຫະກິດບືນຂຶ້ນ ແລະ ຢືນຢັນທີ່ຕັ້ງໃນຕະຫລາດສາກົນ ນັ້ນແມ່ນຄວນເປັນເຈົ້າການກວ່າໃນການຊອກຮູ້ບັນດາກົນໄກນະໂຍບາຍກໍຄືຊອກບັນດາຄູ່ຮ່ວມມືໃຫ້ເໝາະສົມ. ທ່ານ ລືວບີກໂຮ່, ອະດີດຫົວຫນ້າສະຖາບັນຍຸດທະສາດພັດທະນາ, ສັງກັດກະຊວງແຜນການ ແລະ ການລົງທຶນ ຖືວ່າ: ເພື່ອກະກຽມໃຫ້ຍຸດທະສາດເຊື່ອມໂຍງ ແລະ ໂລກາພິວັດ, ວິສາຫະກິດຕ້ອງແກ້ງແຍ້ງ, ປ່ຽນໃຫມ່ຢ່າງບໍ່ຢຸດຢັ້ງ ແລະ ມີຫົວຄິດປະດິດສ້າງ. ພ້ອມກັນນັ້ນ, ຕັ້ງຫນ້າຊອກຮູ້ຕະຫລາດຢ່າງຈະແຈ້ງ, ເຂົ້າໃຈໄດ້ຄວາມຕ້ອງການຂອງຕະຫລາດຊື່ງຕົນເອງຈະສົ່ງສິນຄ້າໄປຂາຍເພື່ອມີຍຸດທະສາດ, ແຜນການປະຕິບັດຢ່າງລະອຽດ. ທ່ານ ລືວບີກໂຮ່ ເນັ້ນຫນັກວ່າ:
“ໄລຍະຜ່ານມາ, ວິສາຫະກິດຫວຽດນາມ ໄດ້ແຊກຊືມ ແລະ ມີທີ່ຕັ້ງຢູ່ຕະຫລາດຫລາຍປະເທດ ແລະ ເຂດແຄ້ວນໃນໂລກ ແຕ່ຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້ານັບມື້ນັບສູງ ສະນັ້ນ ພວກເຮົາຕ້ອງພະຍາຍາມເພື່ອຫັນສິ່ງທ້າທາຍເປັນກາລະໂອກາດແຮງກວ່າ ແລະ ດີກວ່າເພື່ອໃຫ້ມີບາດກ້າວພັດທະນາ.”
ກາລະໂອກາດຈາກການເຂົ້າຮ່ວມສັນຍາການຄ້າເສລີທີ່ສະຫງວນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ພວມໃກ້ຈະຮອດແລ້ວ. ເພາະສະນັ້ນ ວິສາຫະກິດຫວຽດນາມ ໄດ້ ແລະ ພວມ ຍູ້ແຮງການປະຕິຮູບ, ເປັນເຈົ້າການຫັນທິດລົງທຶນ, ຍົກສູງລະດັບຄວາມຮູ້, ຖ່າຍທອດເຕັກໂນໂລຊີ ເພື່ອເພີ່ມຄວາມສາມາດແກ້ງແຍ້ງ, ຍົກສູງປະສິດທິຜົນການຜະລິດດຳເນີນທຸລະກິດ. ນອກຈາກ ໄດ້ຮັບບຸລິມະສິດຈາກສັນຍາ, ນີ້ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ຫວຽດນາມ ສ້າງໂຄງປະກອບຕະຫລາດຄືນໃຫມ່, ສ້າງການຫັນປ່ຽນຢ່າງແຮງ ແລະ ມີກຳລັງແຮງຢ່າງພຽງພໍເພື່ອອອກສູ່ຕະຫລາດໂລກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ