(vovworld) - ແທງຮວາ ແມ່ນແຂວງຫນຶ່ງທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວວັດທະນະທຳ, ຈິດວິນຍານ, ທ່ອງທ່ຽວຊີວະພາບພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວຢ້ຽມຊົມໝູ່ບ້ານຫັດຖະກຳ.. ດ້ວຍບັນດາທ່າໄດ້ປຽບກ່ຽວກັບການທ່ອງທ່ຽວ, ແຂວງ ແທງຮວາ ໄດ້ຮັບເລືອກເຟັ້ນແມ່ນສະຖານທີ່ຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2015 ດ້ວຍຫົວຂໍ້ວ່າ: “ຮ່ວມສຳພັນບັນດາມໍລະດົກໂລກ”. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ແຂວງ ແທງຮວາ ສ້າງບາດກ້າວບຸກທະລຸໃນການພັດທະນາການທ່ອງທ່ຽວ.
![]() ກຳແພງລາຊະວົງໂຮ່
photo:internet |
ແຂວງ ແທງຮວາ ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ ເພາະວ່າ ແທງຮວາ ແມ່ນແຂວງໃຫຍ່ ມີເນື້ອທີ່ 11.138 ຕາລາງກິໂລແມັດ ດ້ວຍ 7 ຊົນເຜົ່າດຳລົງຊີວິດຮ່ວມກັນ. ແຂວງ ແທງຮວາ ມີຝັ່ງທະເລຍາວເກືອບ 102 ກິໂລແມັດ ແລະ ມີປູຊະນີຍະສະຖານກວ່າ 1.500 ແຫ່ງ, ໃນນັ້ນ 130 ແຫ່ງຖືກຈັດເຂົ້າບັນຊີລາຍຊື່ປູຊະນີຍະສະຖານລະດັບຊາດ, ພິເສດ ກຳແພງລາຊະວົງໂຮ່ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກ. ນອກນັ້ນ ແຂວງ ແທງຮວາ ຍັງມີທັດສະນີຍະພາບສວຍງາມຫລາຍແຫ່ງຄື: ຫ້ວຍປາເທວະດາເກີມເລືອງ , ຖ້ຳ ບ໋ານແຈງ, ຖ້ຳ ທຽນເຊີນ, ຖ້ຳ ຕືທຶກ… ພິເສດ ຫາດຊາຍທະເລ ເຊີ່ມເຊີນ ໄດ້ຮັບການຄົ້ນພົບມາເປັນເວລາ ກວ່າ 100 ຍັງຄົງແມ່ນສະຖານທີ່ຜັກພ່ອນບຳລຸງສຸຂະພາບທີ່ດູດດື່ມ.
ໄລຍະແຕ່ປີ 2008- 2013, ຍາມໃດ ແຂວງ ແທງຮວາ ກໍແມ່ນຫນຶ່ງໃນຈຳນວນ 10 ແຂວງ ນຳຫນ້າທົ່ວປະເທດກ່ຽວກັບບັນດາມາດຖານພັດທະນາການທ່ອງທ່ຽວ ດ້ວຍລະດັບການເຕີບໂຕກວ່າ 23%. ປີ 2013, ທົ່ວແຂວງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 4,1 ລ້ານເທື່ອຄົນ. ໃນ 6 ເດືອນຕົ້ນປີ 2014, ທົ່ວແຂວງຕ້ອນຮັບນັກທ່ອງທ່ຽວກວ່າ 2 ລ້ານ 8 ແສນເທື່ອຄົນ, ລາຍຮັບບັນລຸໄດ້ກວ່າ 1400 ຕື້ດົງ, ເມົ່າກັບ 63 % ແຜນການທີ່ໄດ້ວາງອອກ. ປະຈຸບັນ ທົ່ວແຂວງ ມີບອ່ນພັກເຊົາກວ່າ 550 ແຫ່ງ, ໃນນັ້ນ ກວ່າ 300 ແຫ່ງບັນລຸມາດຕະຖານ ແລະ ມີໂຮງແຮມ 65 ຫລັງບັນລຸລະດັບ 1-4 ດາວ ພ້ອມແລ້ວທີ່ຈະຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວຜັກເຊົາເອົາແຮງ. ແຂວງ ແທງຮວາ ກໍໄດ້ກໍ່ສ້າງສະຫນາມບິນ ທໍ້ຊວນ ສຳເລັດໃນປີ 2013 ສາມາດຮັບໃຊ້ການຂົນສົ່ງຜູ້ໂດຍສານກວ່າ 60.000 ເທື່ອຄົນ ດ້ວຍ 5 - 7 ຖ້ຽວບິນ/ອາທິດ. ນອກນັ້ນ ແຂວງແທງຮວາ ເລີ່ມຕົ້ນການປະຕິບັດທິດນຳເປີດກວ້າງການຮ່ວມສຳພັນ, ເຊື່ອມຕໍ່ບັນດາມໍລະດົກວັດທະນະທຳໂລກ ຕິດພັນກັບການພັດທະນາບັນດາລາຍການທ່ອງທ່ຽວ ເພື່ອເພີ່ມຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ. ທ່ານ ໂດກວາງຈ້ອງ, ຜູ້ອຳນວຍການເຂດປູຊະນີຍະສະຖານກຳແພງລາຊະວົງໂຮ່ ໃຫ້ຮູ້ວ່າ:
“ໃຈກາງກຳແພງລາຊະວົງໂຮ່ ແມ່ນສະຖານທີ່ເຊື່ອມຕໍ່ລາຍການທ່ອງທ່ຽວແຫ່ງຊາດຫວຽດນາມປີ 2015 ກັບ ແຂວງນິງບີງ, ທັງລອງ.. ສະເພາະ ກຳແພງລາຊະວົງໂຮ່ ແຂວງ ແທງຮວາ ແມ່ນສະຖານທີ່ທ່ອງທ່ຽວຈຸດສຸມຂອງປີທ່ອງທ່ຽວແຫ່ງຊາດ. ທີ່ເຊື່ອມຕໍ່ນະຄອນ ແທງຮວາ, ກຳແພງລາຊະວົງໂຮ່, ຫ້ວຍປາເທວະດາ ເກີມເລືອງ ແລະ ກຸງເກົ່າ ນາມກີງ ນີ້ແມ່ນຫນຶ່ງໃນບັນດາລາຍການທ່ອງທ່ຽວສຳຄັນ ເພື່ອແນະນຳໂຄສະນາຄວາມສາມາດບົ່ມຊ້ອນກ່ຽວກັບການທ່ອງທ່ຽວຂອງແຂວງແທງຮວາ.”
![]() ຫ້ວຍປາ ເກີມເລືອງ
photo:sotaydulich.com |
ປະຈຸບັດນ, ແຂວງ ແທງຮວາ ພວມຕັ້ງຫນ້າກະກຽມທຸກເງື່ອນໄຂທີ່ດີ ເພື່ອຈັດຕັ້ງ ປີທ່ອງທ່ຽວແຫ່ງຊາດ 2015ໃຫ້ສຳເລັດ, ຄື: ລົງທຶນກໍ່ສ້າງບັນດາສະຖານທີ່ທ່ອງທ່ຽວໃຫ້ສຳເລັດ, ກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຈັດຕັ້ງການໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຍົກລະດັບບັນດາສະຖານທີ່ພັກເຊົາ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ. ທ່ານ ເວືອງວັນກຽດ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ແທງຮວາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສືບຕໍ່ສົມທົບກັບກົມໃຫຍ່ທ່ອງທ່ຽວ ແລະ ບັນດາວິສາຫະກິດ ເພື່ອກໍ່ສ້າງ ແລະ ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່ຄື: ລາຍທ່ອງທ່ຽວລຽບຕາມແມ່ນ້ຳ ໝາ໋, ຕິດພັນກັບການຂຸດຄົ້ນບັນດາສະຖານທີ່ທ່ອງທ່ຽວແຄມແມ່ນ້ຳ ໝ໋າຈາກ ເຊີມເຊີນ ຮອດຫ້ວຍປາ ເກີມເລືອງ. ພິເສດ ແຂວງ ມີສາຍພົວພັນທີ່ດີກັບບັນດາແຂວງ, ນະຄອນ ເພື່ອດຶງດູດການເຂົ້າຮ່ວມຂອງບັນດາແຂວງ, ນະຄອນໃນທົ່ວປະເທດ ໃນປີທ່ອງທ່ຽວແຫ່ງຊາດຢູ່ ແຂວງ ແທງຮວາ.”
ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈສູງ, ປະຊາຊົນ, ອຳນາດການປົກຄອງແຂວງແທງຮວາ ພວມກະກຽມພື້ນຖານໂຄງລ່າງ, ເນື້ອໃນຈິດໃຈເພື່ອຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2015 ສຳເລັດຜົນ. ນີ້ຈະແມ່ນກາລະໂອກາດເພື່ອໃຫ້ຂະແຫນງທ່ອງທ່ຽວແຂວງ ແທງຮວາ ພັດທະນາ ກາຍເປັນຂະແຫນງເສດຖະກິດສຳຄັນຂອງທ້ອງຖິ່ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

