(vovworld) - ປີ 2016 ຜ່ານໄປແລ້ວດ້ວຍຫຼາຍເຫດການ ແລະ ຜົນງານດ້ານເສດຖະກິດສຳຄັນ, ນັ້ນແມ່ນປີທຳອິດຂອງລັດຖະບານໃໝ່ - ລັດຖະບານແຫ່ງການສ້າງສາ ແລະ ການກະທຳ ດ້ວຍບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດພັດທະນາ ແລະ ຊຸກຍູ້ຈິດໃຈເລີ່ມທຸລະກິດ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ. ນີ້ກໍ່ແມ່ນປະຖົມປັດໃຈເພື່ອໃຫ້ຫວຽດນາມ ຊຸກຍູ້ການເຕີບໂຕເສດຖະກິດໃນປີ 2017. ບົດຂຽນ “ແງ່ຫວັງເສດຖະກິດຫວຽດນາມ ປີ 2017” ຂອງຕ໋ວນຕູ໋, ນັກຂ່າວ VOV.

(ພາບປະກອບ: kinhtevadubao.vn)
ໜຶ່ງໃນບັນດາຈຸດພົ້ນເດັ່ນ ແລະ ກໍ່ແມ່ນຂີດໝາຍແຫ່ງການພັດທະນາເສດຖະກິດໃນປີຜ່ານມາ, ນັ້ນແມ່ນເລື່ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ ໃນການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ມະຕິເລກທີ 35 ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດຮອດປີ 2020 ແລະ ໃນປີ 2016, ຫວຽດນາມ ມີວິສາຫະກິດ 110.100 ແຫ່ງໄດ້ຮັບການສ້າງຕັ້ງໃໝ່. ເຖິງວ່າ, ລະດັບເຕີບໂຕ GDP ໃນປີ 2016 ຍັງບໍ່ທັນບັນລຸໄດ້ຄາດໝາຍໂດຍສະພາແຫ່ງຊາດວາງອອກແມ່ນ 6,7% ກໍຕາມ, ແຕ່ບັນດານັກຊ່ຽວຊານຖືວ່າ, ໃນສະພາບເສດຖະກິດໂລກບໍ່ອຳນວຍຄວາມສະດວກ, ສະພາບການພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນດິນຟ້າອາກາດ, ສິ່ງແວດລ້ອມທະເລມີການຜັນແປຢ່າງສັບສົນນັ້ນ ລະດັບເຕີບໂຕ 6,21% ກໍ່ແມ່ນຜົນສຳເລັດແລ້ວ. ທ່ານ ຮ່າກວາງຕ໋ວຽນ, ຫົວໜ້າກົມລະບົບບັນຊີແຫ່ງຊາດ, ກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ.
“ນີ້ເປັນຄັ້ງທຳອິດທີ່ການເຕີບໂຕເສດຖະກິດຂອງຫວຽດນາມ ບັນລຸລະດັບສູງ, ແຕ່ບໍ່ຂຶ້ນກັບການຂຸດຄົ້ນຊັບພະຍາກອນທຳມະຊາດ. ສືບຕໍ່ບັນລຸລະດັບການສົ່ງອອກສິນຄ້າເກີນດູນຄືນໃໝ່. ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນມີຄວາມຕັ້ງໜ້າ ແລະ ສະຖຽນລະພາບ. ສະນັ້ນ, ການສະສົມເງິນຕາຕ່າງປະເທດຈຶ່ງໄດ້ຮັບການຕີລາຄາວ່າ ບັນລຸ ລະດັບສະຖິຕິນັບແຕ່ກອນມາຮອດປະຈຸບັນ ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ”.
ປີ 2017, ຄາດໝາຍເຕີບໂຕ GDP ຂອງທົ່ວປະເທດສູ້ຊົນບັນລຸລະດັບ 6,7%, ຕົວເລກໄພເງິນເຟີ້ແມ່ນຕໍ່ຳກວ່າ 4% ແລະ ງົບປະມານຕ້ອງຮັບປະກັນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ປີ 2017, ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ, ຫວຽດນາມ ຍັງມີຄວາມສະດວກທີ່ສຸດເມື່ອທຽບໃສ່ບັນດາປະເທດໃນພາກພື້ນ, ການເມືອງ ແລະ ເສດຖະກິດມະຫາພາກ ແລະ ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ຄາດຄະເນວ່າສືບຕໍ່ມີສະຖຽນລະພາບ. ກົດໝາຍວ່າດ້ວຍການລົງທຶນພາກລັດ ໄດ້ຮັບການຜັນຂະຫຍາຍຈະຊ່ວຍໃຫ້ການປ່ອຍເງິນບັນລຸປະສິດທິຜົນກວ່າ. ທ່ານຮອງສາດສະດາຈານ, ປະລິຍາເອກ ຟ້າມເຕີດທັ໋ງ, ກະຊວງອຸດສາຫະກຳການຄ້າ ຖືວ່າ.
“ປີ 2017, ແມ່ນໄລຍະທີ່ມີຄວາມສະດວກຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວເສດຖະກິດຂອງຫວຽດນາມ. ຕາມນັ້ນແລ້ວ, ຈະມີກາລະໂອກາດຫຼາຍຢ່າງ, ຕົວຢ່າງຄື: ສັນຍາການຄ້າເສລີຫຼາຍສະບັບເລີ່ມມີຜົນສັກສິດ. ຖ້າຫາກພວກເຮົາໝູນໃຊ້ສັນຍາການຄ້າເສລີກັບພັນທະມິດອາຊີ - ເອີລົບ, ສຳພັນທະມິດເອີລົບ, ກັບຍີ່ປຸ່ນ, ສ.ເກົາຫຼີ ໄດ້, ສິ່ງດັ່ງກ່າວຈະສ້າງເງື່ອນໄຂໃຫ້ການສົ່ງອອກດີທີ່ສຸດ. ນອກນັ້ນ, ມີຜະລິດຕະພັນຕົ້ນຕໍ່ອື່ນໆບາງຊະນິດ ເລີ່ມຊອກໄດ້ຕະຫຼາດ ແລະ ໄດ້ຮັບຄວາມຮັບຮູ້ຈາກບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງຄື: ຍີ່ປຸ່ນ, ອາເມລິກາ…”
ອາດເວົ້າໄດ້ວ່າ, ການເຕີບໂຕດ້ານເສດຖະກິດປີ 2017 ຈະພັດທະນາຕາມທິດຕັ້ງໜ້າ, ຍ້ອນການປະຕິຮູບລະບຽບລະບອບການດ້ານເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງກຳລັງໜູນໃໝ່ໃຫ້ພາກເອກະຊົນ ກາຍເປັນກຳລັງໜູນຕົ້ນຕໍ່ຂອງປີ. ກ່າວຄຳເຫັນທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆ ກ່ຽວກັບການຜັນຂະຫຍາຍໜ້າທີ່ແຜນການເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງຈຸດສຸມໃນການຊີ້ນຳບໍລິຫານແມ່ນຮັກສາເສດຖະກິດມະຫາພາກ, ລະດັບເຕີບໂຕສູງ, ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ… ໃນໄລຍະຈະມາເຖິງ, ສືບຕໍ່ຍູ້ແຮງການຫັນເປັນຫຸ້ນສ່ວນ ແລະ ປ່ຽນໃໝ່ການຄຸ້ມຄອງລັດວິສາຫະກິດ ພ້ອມກັບການສົ່ງເສີມໜູນຊ່ວຍເສດຖະກິດພາກເອກະຊົນຢ່າງແຮງ, ຊຸກຍູ້ການເລີ່ມທຸລະກິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ