(vovworld)_ ປີ 2016 ໄດ້ສິ້ນສຸດລົງດ້ວຍເຫດການ ແລະ ຜົນງານຫຼາຍຢ່າງທາງດ້ານເສດຖະກິດທີ່ສຳຄັນ, ນັ້ນແມ່ນ, ປີທຳອິດຂອງລັດຖະບານໃໝ່ - ລັດຖະບານແຫ່ງການສ້າງສາ ແລະ ການກະທຳດ້ວຍບັນດາມາດຕະກາບປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດພັດທະນາ ແລະ ຊຸກຍູ້ຈິດໃຈເລີ່ມທຸລະກິດ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ. ນີ້ກໍ່ແມ່ນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ຊຸກຍູ້ການເຕີບໂຕເສດຖະກິດໃນປີ 2017. ບົດຂຽນ “ແງ່ຫວັງເສດຖະກິດຫວຽດນາມປີ 2017” ຂອງຕວນຕູ໋, ນັກຂ່າວ VOV.
![]() ພາບປະກອບ
|
ໜຶ່ງໃນບັນດາຈຸດພົ້ນເດັ່ນ ແລະ ກໍ່ແມ່ນຂີດໝາຍໃນການພັດທະນາເສດຖະກິດໃນປີຜ່ານມາ, ນັ້ນແມ່ນການສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ມະຕິເລກທີ 35 ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດເຖິງປີ 2020 ແລະ ໃນປີ 2016, ຫວຽດນາມ ມີວິສາຫະກິດໄດ້ຮັບການສ້າງໃຫມ່ 110.100 ແຫ່ງ. ເຖິງວ່າລະດັບການເຕີບໂຕ GDP ໃນປີ 2016 ບໍ່ທັນບັນລຸໄດ້ຄາດໝາຍໂດຍສະພາແຫ່ງຊາດວາງອອກແມ່ນ 6,7%, ແຕ່ວ່າ, ບັນດານັກຊ່ຽວຊານຖືວ່າໃນສະພາບການເສດຖະກິດໂລກບໍ່ສະດວກ, ສະພາບການພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນ, ສິ່ງແວດລ້ອມທະເລມີການຜັນແປຢ່າງສັບສົນນັ້ນເພື່ອບັນລຸລະດັບເຕີບໂຕ 6,21% ແມ່ນຜົນສຳເລັດແລ້ວ. ທ່ານ ຮ່າກວາງຕ໋ວຽນ, ຫົວໜ້າກົມລະບົບບັນຊີແຫ່ງຊາດ, ກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ:
“ເປັນຄັ້ງທຳອິດການເຕີບໂຕເສດຖະກິດຂອງ ຫວຽດນາມ ບັນລຸລະດັບສູງກ່ວາ ແຕ່ບໍ່ ຂຶ້ນກັບການຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດ. ການສົ່ງອອກສິນຄ້າເກີນດຸ່ນໄດ້ຮັບການຟື້ນຟູຄືນໃໝ່. ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນເງິນຕາກໍ່ມີຫຼາຍຈຸດທີ່ຕັ້ງໜ້າ ແລະ ເປັນປົກກະຕິ. ດັ່ງນັ້ນ, ການແຮເງິນຕາຕ່າງປະເທດໄດ້ຮັບຖືວ່າມີລະດັບສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ”
ໃນປີ 2017, ຄາດໝາຍການເຕີບໂຕ GDP ໃນທົ່ວປະເທດສູ້ຊົນບັນລຸໃຫ້ໄດ້ 6,7%, ໄພເງິນເຟີ້ຕ່ຳກ່ວາ 4% ແລະ ງົບປະມານຕ້ອງຮັບປະກັນນັບທັງຂຶ້ນສູນກາງ ແລະ ທ້ອງຖິ່ນ. ປີ 2017, ບັນດານັກຊ່ຽວຊານດ້ານເສດຖະກິດ ຖືວ່າ, ທາງດ້ານການເມືອງ ແລະ ເສດຖະກິດມະຫາພາກ ແລະ ແຫຼ່ງທຶນໂດຍກົງຈາກຕ່າງປະເທດຄາດຄະເນວ່າຈະສືບຕໍ່ເປັນປົກກະຕິ. ກົດໝາຍວ່າດ້ວຍການລົງທຶນໄດ້ຮັບການຜັນຂະຫຍາຍຈະຊ່ວຍໃຫ້ການເຄື່ອນໄຫວປ່ອຍເງິນມີປະສິດທິຜົນກ່ວາ. ຮອງສາດສະດາຈານ - ປອ ຟ້າມເຕີດຖັງ, ກະຊວງອຸດສາຫະກຳ ການຄ້າ ຖືວ່າ:
“ປີ 2017 ແມ່ນໄລຍະເປີດຄວາມສະດວກຫຼາຍຢ່າງສຳລັບການເຄື່ອນໄຫວດ້ານເສດຖະກິດຂອງ ຫວຽດນາມ. ຕາມນັ້ນແລ້ວ, ຈະມີຫຼາຍກາລະໂອກາດ, ຕົວຢ່າງຄື: ມີຫຼາຍສັນຍາການຄ້າເສລີມີຜົນສັກສິດ. ຖ້າວ່າພວກເຮົາໝູນໃຊ້ສັນຍາການຄ້າເສລີກັບສຳພັນທະມິດອາຊີ - ເອີລົບ, ສະຫະພັນ ເອີລົບ, ກັບ ຍີ່ປຸ່ນ, ສ. ເກົາຫຼີ ນັ້ນ, ສິ່ງດັ່ງກ່າວຈະສ້າງຄວາມສາມາດສົ່ງອອກດີທີ່ສຸດ. ນອກຈາກບັນດາປະເພດສິນຄ້າຕົ້ນຕໍ່ອື່ນໆ ໄດ້ເລີ່ມມີຕະຫຼາດສົ່ງອອກ ແລະ ຢຶດຄອງບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງຄື: ຜັກ, ໝາກໄມ້ໄປສູ່ ຍີ່ປຸ່ນ, ອາເມລິກາ…”
ອາດສາມາດເວົ້າໄດ້ວ່າ, ການເຕີບໂຕທາງດ້ານເສດຖະກິດປີ 2017 ຈະພັດທະນາຕາມທິດຕັ້ງໜ້າ, ຍ້ອນໄດ້ປັບປຸງລະບອບເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງກຳລັງໃໝ່ໃຫ້ແກ່ພາກເອກະຊົນ ກາຍເປັນກຳລັງໜູນຕົ້ນຕໍຂອງປີ. ກ່າວຄຳເຫັນທີ່ກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດລະຫວ່າງລັດຖະບານ ກັບບັນດາທ້ອງຖິ່ນ ກ່ຽວກັບການຜັນຂະຫຍາຍໜ້າທີ່, ແຜນການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ຈຸດສຸມໃນການຊີ້ນຳບໍລິຫານແມ່ນຮັກສາເສດຖະກິດມະຫາພາກ, ການເຕີບໂຕສູງ, ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ… ໄລຍະຈະມາເຖິງ, ສືບຕໍ່ຍູ້ໄວການຫັນເປັນຫຸ້ນສ່ວນ ແລະ ປ່ຽນໃໝ່ການບໍລິຫານລັດວິສາຫະກິດ ໄປພ້ອມກັບການສົ່ງເສີມການໜູນຊ່ວຍເສດຖະກິດພາກເອກະຊົນ, ຊຸກຍູ້ການເລີ່ມທຸລະກິດຢ່າງແຮງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
