(vovworld) - ເມື່ອທີ່ດິນສະຫງວນໃຫ້ແກ່ການປູກຕົ້ນໝາກແປ້ນ, ແລະດອກຄາຍຂອງຕາແສງ ງີຕ່າມ, ກວາງບ໋າ, ງອກຮ່າ… ເມືອງ ໄຕໂຮ່ ນັບມື້ນັບຄັບແຄບລົງນັ້ນ, ຢູ່ບັນດາຕາແສງໃໝ່ໃນເມືອງອ້ອມຂ້າງຄື ຕື່ລຽມເໜືອ, ຕົ້ນໝາກແປ້ນ ແລະດອກຄາຍພັດຂະຫຍາຍຕົວຢ່າງແຮງ, ສ້າງຄວາມງາມໃຫ້ແກ່ນະຄອນຫຼວງເມື່ອລະດູບານໃໝ່ວຽນມາ.

ພາບປະກອບ
ຈາກຕົ້ນໝາກແປ້ນ ແລະດອກຄາຍ, ຊີວິດຂອງຊາວກະສິກອນນັບຮ້ອຍຄອບຄົວຢູ່ທີ່ນີ້ນັບມື້ນັບດີຂຶ້ນ. ຕາແສງ ດຶກທັ໋ງ, ເມືອງ ຕື່ລຽມເໜືອ ແມ່ນໜຶ່ງໃນບັນດາເຂດປູກດອກໄມ້ແຫ່ງໃໝ່, ເຖິງວ່າຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນບໍ່ທັນຮອດ 1 ປີ, ແລະຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍດ້ານພື້ນຖານໂຄງລ່າງກໍ່ຕາມ, ແຕ່ທ້ອງຖີ່ນໄດ້ມານະພະຍາຍາມຊັບຊ້ອນວຽກງານຢ່າງເໝາະສົມ. ພິເສດແມ່ນໄດ້ຊີ້ນຳການຜະລິດໃນເນື້ອທີ່ດິນກະສິກຳຢູ່ຕາແສງຢ່າງມີປະສິດທິຜົນ. ສິ່ງທີ່ໜ້າພາກພູມໃຈນັ້ນແມ່ນ, ໃນເນື້ອທີ່ດິນທີ່ຄັບແຄບນັ້ນ, ດອກຄາຍ ແລະ ຕົ້ນໝາກແຢ້ນພວມພັດທະນາ ແລະ ບັນລຸປະສິດທິຜົນ.
ໃນຊຸ່ມວັນໃກ້ຈະຮອດບຸນປີໃໝ່ 2015 ນີ້, ຕາແສງ ດຶກທັ໋ງມີຄວາມຟົດຟື້ນກວ່າ, ລູກຄ້າເປັນຈຳນວນຫຼວງຫຼາຍໄດ້ພາກັນໄປຍັງສວນດອກຄາຍ ແລະ ຕົ້ນໝາກແປ້ນເພື່ອເລືອກຊື້ຢູ່ກັບທີ່. ທ່ານປະທານສະມາຄົມຊາວກະສິກອນຕາແສງ ດຶກທັ໋ງ ຫງວຽນຮື້ວຟຸກ ໃຫ້ຮູ້ວ່າ, ສຳລັບຊາວກະສິກອນແລ້ວ ”ນີ້ແມ່ນລະດູການ’’ ຕົ້ນຕໍໃນປີ. ໃນຊຸ່ມມື້ນີ້, ຄອບຄົວທ່ານ ເຈືອງງອກກວນ, ໜ່ວຍ 2, ຕາແສງ ດຶກທັ໋ງຍາມໃດກໍ່ມີໜ້າຢູ່ເຂດສວນຂອງຕົນ, ທ່ານໃຫ້ຮູ້ວ່າ: “ເຂດສວນນີ້ກວ້າງ 3.000 ຕາແມັດ, ຄອບຄົວທ່ານໄດ້ປູກຕົ້ນໝາກແປ້ນ 100 ຕົ້ນ; ກ້ວຍໄມ້ 500 ຕົ້ນ… ແລະ ຕົ້ນໄມ້ປະດັບນັບຮ້ອນຕົ້ນ. ຖ້າຂາຍຕົ້ນໝາກແປ້ນທັງໝົດ ແລະ ກ້ວຍໄມ້ສ່ວນໜຶ່ງ, ບຸນປີໃໝ່ປີນີ້, ຄອບຄົວທ່ານກໍ່ສາມາດສ້າງລາຍຮັບໄດ້ຫຼາຍພໍສົມຄວນ.

ພາບປະກອບ
ຕາແສງ ດຶກທັ໋ງ ມີ 200 ຄອບຄົວຜະລິດກະສິກຳ, ເນື້ອທີ່ດິນກະສິກຳເກືອບ 20 ເຮັກຕາ ຖືກຫັນມາປູກດອກຄາຍ ແລະ ຕົ້ນໝາກແປ້ນ. ເຖິງວ່າເນື້ອທີ່ດິນທຳການຜະລິດຖືກຈຳກັດ, ຍ້ອນວິວັດແຫ່ງການຫັນເປັນຕົວເມືອງ, ແຕ່ຍ້ອນມີການຄິດໄລ່ຢ່າງຄ່ອງແຄ້ວ, ພ້ອມກັບຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນ ໄດ້ສ້າງກາລະໂອກາດຫຼາຍຢ່າງເພື່ອໃຫ້ຊາວກະສິກອນໃນຕາແສງບືນຕົວຂຶ້ນພັດທະນາເສດຖະກິດ, ສ້າງຄວາມຮັ່ງມີ. ປະທານສະມາຄົມຊາວກະສິກອນຕາແສງ ຫງວຽນຫື້ວຟຸກ ໃຫ້ຮູ້ວ່າ, ຄອບຄົວທ່ານກໍ່ມີສວນກວ້າງ 3 ໄຮ່ທີ່ປູກຕົ້ນໝາກແປ້ນ 500 ຕົ້ນ. ລາຄາຕົ້ນໝາກແປນຍັງເທົ່າກັຍທຸກປີ. ຊຳ້ບໍ່ໜຳແມ່ນຫຼຸດລົງນ້ອຍໜຶ່ງ, ແຕ່ຖ້າຂາຍໄດ້ໝົດ, ຄອບຄົວທ່ານກໍ່ສ້າງລາຍຮັບໄດ້ແຕ່ 150 – 200 ລ້ານດົ່ງ. ຕາມທ່ານປະທານຄະນະກຳມະການປະຊາຊົນຕາແສງ ເກິ໋ມວັນຢວນ ແລ້ວ, ເພື່ອໜູນຊ່ວຍຊາວກະສິກອນໃນທ້ອງຖີ່ນຍູ້ແຮງການຜະລິດ, ທາງຕາແສງ ໄດ້ຂົນຂວາຍປະຊາຊົນລົງທຶນ, ພັດທະນາການຜະລິດ, ຈັດບັນດາຊຸດອົບຮົມ ແລະ ນຳຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກໃໝ່ມາໃຫ້ປະຊາຊົນເພື່ອພັດທະນາການຜະລິດ. ໃນປີຜ່ານມາ, ມີບາງຄອບຄົວຊາວກະສິກອນໃນທ້ອງຖີ່ນໄດ້ຮັບແນວພັນໄມ້ ແລະ ຖ່າຍທອດເຕັກນິກປູກກ້ວຍໄມ້. ປະຈຸບັນບັນດາຄອບຄົວຊາວກະສິກອນໃນຕາແສງ ດຶກທັ໋ງ ພວມປູກກ້ວຍໄມ້ນັບໝື່ນຕົ້ນ, ອັນໄດ້ສ້າງທິດທາງໃໝ່, ປະກອບສ່ວນຫັນຜະລິດຕະພັນດອກໄມ້, ຕົ້ນໄມ້ປະດັບຂອງຊາວກະສິກອນ ຕາແສງ ດຶກທັ໋ງເປັນຫຼາຍຮູບຫຼາຍແບບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ