ກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ (ພາບ: TTXVN)

ໃນຫຼາຍປີຜ່ານມາ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ສ່ວນໃຫຍ່ແມ່ນອີງໃສ່ 3 ເສົາຄ້ຳ: ຄ່າແຮງງານຕ່ຳ, ການລົງທຶນຕ່າງປະເທດ ແລະ ການສົ່ງອອກຜະລິດຕະພັນສິ້ນສ່ວນ. ຮູບແບບດັ່ງກ່າວ ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດບັນລຸໄດ້ບັນດາຜົນງານຫຼາຍພໍສົມຄວນ. ແຕ່ວ່າ, ຕໍ່ໜ້າບັນດາການຜັນແປຂອງໂລກ ໄດ້ຊີ້ໃຫ້ເຫັນລະດັບຄວາມເສຍຫາຍແບບງ່າຍໆຂອງພື້ນຖານເສດຖະກິດ ເມື່ອລະບົບການສະໜອງຖືກຂາດວັກຂາດຕອນ.

ໃນສະພາບການນັ້ນ, ການພັດທະນາເຕັກໂນໂລຢີຍຸດທະສາດກາຍເປັນຄຳຮຽກຮ້ອງທີ່ຈຳເປັນ, ເພື່ອໃຫ້ ຫວຽດນາມ ສາມາດຢືນຢູ່ຢ່າງໝັ້ນທ່ຽງໃນໂລກທີ່ຂາດສະຖຽນລະພາບ, ສຳຄັນກວ່າແມ່ນແກ້ໄຂບັນດາຈຸດອຸດຕັນທີ່ຍັງຄົງຄ້າງຂອງພື້ນຖານເສດຖະກິດ.

ໄປທັນ, ກ້າວເດີນພ້ອມກັນ ແລະ ບືນຕົວຂຶ້ນ

ໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານຈຳນວນໜຶ່ງໃນເບື້ອງຕົ້ນຂອງການພັດທະນາເຕັກໂນໂລຢີຍຸດທະສາດ, ເຊັ່ນ: ພື້ນຖານໂຄງລ່າງດີຈີຕອນພັດທະນາຢ່າງວ່ອງໄວ, ໜູນຊ່ວຍການຫັນເປັນດີຈີຕອນ; ການໝູນໃຊ້ເຕັກໂນໂລຢີ ແຜ່ລາມອອກສູ່ວົງກວ່າງໃນທົ່ວສັງຄົມ; ໃນເບື້ອງຕົ້ນ ໄດ້ເຂົ້າຮ່ວມລະບົບເຕັກໂນໂລຢີສູງ (ເອເລັກໂຕນິກ ແລະ ທາດເຄິ່ງຊັກນຳໄຟຟ້າ); ສ້າງລະບົບນິເວດນະວັດຕະກຳ; ຊັບພະຍາກອນມະນຸດເຕັກໂນໂລຢີເພີ່ມຂຶ້ນ; ລະບອບລະບຽບການ, ນະໂຍບາຍໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ…

ເຖິງຢ່າງໃດກໍຕາມ, ເພື່ອຫັນຈາກການໝູນໃຊ້ໄປສູ່ການເປັນເຈົ້າຂອງເຕັກໂນໂລຢີ, ຈາກການຜະລິດສິ້ນສ່ວນໄປສູ່ການປະດິດຄິດສ້າງຄຸນຄ່າ ແລະ ເຂົ້າຮ່ວມ, ນຳພາໃນບາງຂົງເຂດ, ຫວຽດນາມ ຕ້ອງມີບາດກ້າວບຸກທະລຸຢ່າງແຮງຄືດັ່ງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ເນັ້ນໜັກວ່າ:

“ຢາກບຸກທະລຸຕ້ອງອີງໃສ່ພູມປັນຍາ, ເຕັກໂນໂລຢີ, ຜູ້ມີຄວາມເກັ່ງກ້າສາມາດ ແລະ ລະບອບລະບຽບການທີ່ນຳໜ້າ ແລະ ສຳຄັນກວ່າແມ່ນຕ້ອງເປັນເຈົ້າການພິສູດກຳລັງຄວາມສາມາດເຂົ້າຮ່ວມທຸກຂັ້ນຕອນຂອງລະບົບມູນຄ່າທົ່ວໂລກ, ກຳແໜ້ນບັນດາມາດຕະຖານສາກົນ, ເຂົ້າຮ່ວມບັນດາລະບົບມູນຄ່າຢ່າງເລິກເຊິ່ງ ແລະ ເຊື່ອມໂຍງກັບພາສາເຕັກໂນໂລຢີຂອງທົ່ວໂລກ. ຫວຽດນາມ ຕ້ອງໄປໄວກວ່າ, ຂ້ຽວຂາດກວ່າ, ກ້າຫານກວ່າ. ໝາຍຄວາມວ່າ ມີວິທີກ້າວເດີນສະເພາະ ເພື່ອຫຼຸດຜ່ອນໄລຍະຫ່າງກັບໂລກ, ປະຕິບັດຕາມທິດນຳໄປທັນ, ກ້າວເດີນພ້ອມກັນ ແລະ ບືນຕົວຂຶ້ນ ເທື່ອລະກ້າວ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ
(ພາບ: TTXVN)

ມະຕິສະບັບເລກທີ 57 ຂອງກົມການເມືອງ ພ້ອມກັບກົດໝາຍສຳຄັນບາງສະບັບ, ເຊັ່ນ: ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີ; ກົດໝາຍວ່າດ້ວຍເຕັກໂນໂລຢີສູງ; ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ; ກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນທາງເຄືອຂ່າຍອິນເຕີເນັດ…., ສ້າງກອບນິຕິກຳລວມໃຫ້ແກ່ການຊຸກຍູ້ການພັດທະນາເຕັກໂນໂລຢີຍຸດທະສາດຢູ່ ຫວຽດນາມ. ຫວຽດນາມ ກໍສ້າງຕັ້ງຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນຫົວໜ້າຄະນະໂດຍກົງ.

ໃນວາລະປະຊຸມແບບທາງໄກລະຫວ່າງຄະນະຊີ້ນຳກັບ 34 ແຂວງ, ນະຄອນ ໄດ້ດຳເນີນໃນວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການພັດທະນາເຕັກໂນໂລຢີຍຸດທະສາດແມ່ນໜ້າທີ່ການເມືອງຂອງ ຫວຽດນາມ:

“ສ້າງກົນໄກຊີ້ນຳ, ບໍລິຫານຢູ່ຂັ້ນລັດຖະບານຢ່າງເປັນເອກະພາບເພື່ອຈັດຕັ້ງຜັນຂະຫຍາຍໂຄງການພັດທະນາເຕັກໂນໂລຢີຍຸດທະສາດ. ສຳຫຼວດກວດຄືນ, ສຳເລັດບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ, ຜະລິດຕະພັນເຕັກໂນໂລຢີຍຸດທະສາດເພື່ອຍືນສະເໜີຕໍ່ນາຍົກລັດຖະມົນຕີໃນເດືອນ ເມສາ 2026. ສະເໜີສ້າງໜ່ວຍປະຕິບັດງານລັດຖະບານກ່ຽວກັບການພັດທະນາເຕັກໂນໂລຢີຍຸດທະສາດ ໂດຍຮອງນາຍົກລັດຖະມົນຕີເປັນຫົວໜ້າ. ການພັດທະນາເຕັກໂນໂລຢີຍຸດທະສາດຕ້ອງເລີ່ມຈາກສະພາບການຕົວຈິງ, ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ.”

ວິທີການສຳຜັດຢ່າງແທດຈິງ

ເຕັກໂນໂລຢີດີຈີຕອນ, ລວມມີປັນຍາປະດິດ, big data,
cloud computing ແມ່ນພື້ນຖານເພື່ອຍົກສູງປະສິດທິຜົນການບໍລິຫານ ແລະ ການຜະລິດ. ເຕັກໂນໂລຢີພະລັງງານ, ພິເສດແມ່ນພະລັງງານທົດແທນ ແລະ ການເກັບຮັກສາໄຟຟ້າ, ສວມບົດບາດແກ່ນສານໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ເຕັກໂນໂລຢີການຜະລິດຄື ຫັນເປັນອັດຕະໂນມັດ, ຮຸ່ນຍົນ ຫຼື ເຂົ້າຮ່ວມລະບົບມູນຄ່າເຄິ່ງຊັກນຳໄຟຟ້າ ຊ່ວຍຍົກສູງກຳລັງຄວາມສາມາດອຸດສາຫະກຳ. ໃນຂະນະນັ້ນ, ເຕັກໂນໂລຢີຊີວະສາດຊ່ວຍເປີດກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ກະສິກຳ ແລະ ສາທາລະນະສຸກ.

ດັ່ງນັ້ນ, ກຳນົດທິດພັດທະນາເຕັກໂນໂລຢີຍຸດທະສາດຂອງ ຫວຽດນາມ ໃນປັດຈຸບັນ ແມ່ນຖືວິສາຫະກິດເປັນໃຈກາງ, ຕິດພັນເຕັກໂນໂລຢີກັບບັນດາບັນຫາລະອຽດຂອງພື້ນຖານເສດຖະກິດ ແລະ ຍາດແຍ່ງການຮ່ວມມືສາກົນເພື່ອຫຼຸດຜ່ອນໄລຍະຫ່າງ. ພິເສດ, ປັດໄຈກໍ່ສ້າງມະນຸດ, ແຫຼ່ງຊັບພະຍາກອນມະນຸດຕ້ອງຖືເປັນແຖວໜ້າ. ເມື່ອລົງຢ້ຽມຢາມ ແລະ ເຮັດວຽກກັບ ວິທະຍາສາດເຕັກນິກການທະຫານ ເມື່ອວັນທີ 17 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

“ປ່ຽນແປງໃໝ່ດ້ານເນື້ອໃນ, ລາຍການກໍ່ສ້າງຕາມທິດທັນສະໄໝ, ແທດຈິງ ແລະ ເຊື່ອມຕໍ່ຢ່າງແຮງ, ຕິດພັນກັບສະພາບການຕົວຈິງ ແລະ ການພັດທະນາຂອງວິທະຍາສາດເຕັກໂນໂລຢີ ແລະ ຍູ້ໄວການເຊື່ອມໂຍງເຂົ້າກັບສາກົນຢ່າງແໜ້ນແຟ້ນ. ພິເສດ, ສືບຕໍ່ເປີດກວ້າງຮູບແບບບຳລຸງສ້າງທີ່ມີຄຸນນະພາບສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມເກັ່ງກ້າສາມາດຢູ່ບັນດາຊັ້ນຮຽນ ໃນບັນດາຂົງເຂດເຕັກໂນໂລຢີໃໝ່, ເຕັກໂນໂລຢີພື້ນຖານ, ເຕັກໂນໂລຢີແກ່ນສານ, ເຕັກໂນໂລຢີຍຸດທະສາດ, ມຸ່ງໄປເຖິງການເປັນເຈົ້າຂອງເຕັກໂນໂລຢີກ້າວໜ້າ ແລະ ທັນສະໄໝ”.

ການພັດທະນາເຕັກໂນໂລຢີຍຸດທະສາດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງ ຫວຽດນາມ ໃນໄລຍະປັດຈຸບັນ. ນີ້ແມ່ນລູກກຸນແຈເພື່ອຊ່ວຍ ຫວຽດນາມ ຫັນຈາກພື້ນຖານເສດຖະກິດຜະລິດສິ້ນສ່ວນໄປສູ່ພື້ນຖານເສດຖະກິດປະດິດຄິດສ້າງ ແລະ ກຸ້ມຕົນເອງຫຼາຍກວ່າ ໃນສັງກາດໃໝ່./.