ວັນມ້ຽວ - ກວັກຕືຢາມ ໃນຊຸມມື້ທຳອິດຂອງປີໃໝ່່ ບໍ່ພຽງແຕ່ມີກິ່ນຫອມຂອງທູບເຮັດຈາກໄມ້ຈັນ ແລະ ນ້ຳມຶກເຈ້ຍແດງເທົ່ານັ້ນ, ຫາກພັດມີຊີວິດຊີວາດ້ວຍການວາງສະແດງຫົວເລື່ອງສະເພາະ “ໂຕມ້າມາຖະໜົນ” ອີກດ້ວຍ.
ໃນຈິດສຳນຶກ ແລະ ວັດທະນະທຳ ຫວຽດນາມ, ໂຕມ້າ ແມ່ນຕົວແທນໃຫ້ກຳລັງແຮງ, ຈິດໃຈຄວາມຈົງຮັກພັກດີ, ຄວາມທົນທານໜຽວແໜ້ນ ແລະ ຈິດໃຈກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. “ໂຕມ້າມາຖະໜົນ” ໄດ້ແນະບັນດາຜະລິດຕະພັນຂອງນັກຄົ້ນຄວ້າວັດທະນະທຳ ໄຕງວຽນ ດັ້ງມິນເຕິມ, ນັກແຕ້ມ ເລຮຸຍ ແລະ ກຸ່ມ Lamphong Studio, ຄືດັ່ງສົ່ງຄຳສະບາຍດີປີໃໝ່ ປີມະເມຍ ທີ່ເຕັມໄປດ້ວຍຄວາມຄາດຫວັງທົນທານໜຽວແໜ້ນ, ຈິດໃຈການກະທຳ ແລະ ກ້າວຂຶ້ນ.
ນັກຄົ້ນຄວ້າ ດັ້ງມິນເຕິມ ແບ່ງປັນວ່າ ທ່ານສັງເກດທ່ອນໄມ້ເພື່ອນຶກຄິດຮູບຮ່າງຂອງໂຕມ້າແລ້ວຈຶ່ງແກະຄວັດສະຫຼັກ, ສະນັ້ນ, ແຕ່ລະຮູບແກະຄວັດສະຫຼັກນັ້ນ ແມ່ນມີໜຶ່ງບໍ່ມີສອງ.
ບັນດາຜົນງານຂອງນັກຄົ້ນຄວ້າ ດັ້ງມິນເຕິມ ໄດ້ສະແດງໃຫ້ເຫັນບົດບາດຂອງມ້າໃນການດຳເນີນຊີວິດທາງດ້ານວັດທະນະທຳ ໄຕງວຽນ ຢ່າງຈະແຈ້ງ.
ພ້ອມກັນນັ້ນ, ກໍ່ມີບັນດາຜົນງານທີ່ຫຼັກແຫຼມ, ຄື: ມ້າອ່ານປື້ມ, ມ້າກຳມະການຍາມຫ້ອງ ຫຼື ທັງມ້າຄ້ານຮຽນ, ສ້າງເປັນບັນຍາກາດທີ່ມີຊີວິດຊີວາໃຫ້ແກ່ເຂດວາງສະແດງ.
ພ້ອມປະກອບສ່ວນທີ່ງານວາງສະແດງດັ່ງກ່າວຍັງມີບັນດາຜົນງານໂຕມ້າສີຂັດມັນຂອງນັກແຕ້ມ ເລຮຸຍ ແລະ ກຸ່ມ Lamphong Studio ໂດຍນັກແຕ້ມສ້າງຂຶ້ນ.
ບັນດາໂຕມ້າໄດ້ອອກແບບໂດດເດັ່ນດ້ວຍວັດຖຸສີຂັດມັນ.
ງານວາງສະແດງໄດ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫຼາຍ.
ເຂດເກົ່າແກ່ບູຮານຂອງ ວັນມ້ຽວ - ກວັກຕືຢາມ, ການມີໜ້າຂອງສັດມົງຄຸນປີໃໝ່ ຄືດັ່ງຄຳອວຍພອນ “ຂໍໃຫ້ປະສົບຜົນສຳເລັດທຸກປະການ” ທີ່ເຕັມໄປດ້ວຍລັກສະນະສິລະປະທີ່ສົ່ງເຖິງມະຫາຊົນ.

ງານວາງສະແດງ “ໂຕມ້າມາຖະໜົນ” ໄດ້ຈັດຂຶ້ນຮອດໝົດເດືອນມີນາ 2026, ຢູ່ ວັນມ້ຽວ - ກວັກຕືຢາມ.