ທ່ານໂຕເລິມ ເລຂາທິກາໃຫຍ່ປະດັດຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາສະມາຊິກພັກອາຍຸ 40 ປີໃຫ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) |
ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິກາໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເປັນປະທານພິທີປະດັດຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາສະມາຊິກພັກອາຍຸ 40 ປີໃຫ້ແກ່ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ປະດັດຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາສະມາຊິກພັກອາຍຸ 45 ປີໃຫ້ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ… ແລະ ການນຳພັກ, ພັດຈຳນວນໜຶ່ງ.
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.
ໂດຍຕາງໜ້າບັນດາການນຳທີ່ໄດ້ຮັບປະດັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ບັນດາຫຼຽນກາພັກ, ທ່ານນາຍົກລັດຖະມົນຕີ ກ່າວວ່າ ນີ້ແມ່ນບ່ອນອີ່ງດ້ານຈິດໃຈອັນໝັ້ນແກ່ນ, ແມ່ນກຳລັງໜູນກະຕຸກຊຸກຍູ້ຢ່າງແຮງ, ແມ່ນຄຳຕັກເຕືອນຢ່າງເລິກເຊິ່ງເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນນະທາດອັນດີງາມຂອງພະນັກງານ, ສະມາຊິກພັກ, ມານະພະຍາຍາມ ອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ, ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
