ໜ້າເວັບໄຊ VOSO.VN (ພາບ: diendandoanhnghiep.vn) |
ຊ່ອງຂາຍເຄື່ອງອອນລາຍນີ້ ແມ່ນສະຫນອງທັງໝົດບໍລິການຊື່ງກຸ່ມບໍລິສັດ Viettel ພວມດຳເນີນທຸລະກິດ ກໍ່ຄື ການຮ່ວມມືພ້ອມກັບບັນດາບໍລິສັດຜະລິດເພື່ອຈຳຫນ່າຍຜະລິດຕະພັນເຖິງຕະຫລາດຂັ້ນເມືອງ, ຕາແສງ. ເອື້ອຍ ເລທິງອັກເຟືອງ, ຮັບຜິດຊອບ marketing, ບໍລິສັດກ້ານຄ້າເອເລັກໂຕນິກ Viettel ຈຳກັດຜູ້ດຽວ ໃຫ້ຮູ້ວ່າ:
“ດ້ວຍທ່າໄດ້ປຽບແມ່ນມີຫລາຍບ່ອນຂາຍເຄື່ອງ ແລະຈຳນວນບຸກຄະລາກອນຫລວງຫລາຍ, ສະນັ້ນ ຫວໍຊໍ່ ຍາມໃດກໍ່ມີພາລະກອນພົວພັນຕິດຕໍ່ໂດຍກົງກັບນັກສະຫນອງຢູ່ 63 ແຂວງ, ນະຄອນ. ບັນດາພາລະກອນຂອງ ຫວໍຊໍ່ ໃຫ້ຄຳປຶກສາຕໍ່ຜູ້ບໍລິໂພກ ເຮັດແນວໃດເພື່ອສາມາດຂາຍເຄື່ອງອອນລາຍໃຫ້ມີປະສິດທິຜົນທີ່ສຸດ, ຖ່າຍຮູບຜະລິດຕະພັນງາມສຸດເພື່ອເອົາລົງໃນບັນດາຮ້ານຂາຍເຄື່ອງທາງເອເລັກໂຕນິກ ເພື່ອໃຫ້ຜູ້ບໍລິໂພກສາມາດເຫັນໄດ້ຜະລິດຕະພັນ ແລະ ຕົກລົງຊື້ສິນຄ້າ”
Voso.vn ນຳໃຊ້ບັນດາເຕັກໂນໂລຊີທີ່ກ້າວຫນ້າ, ສະຫນອງມາດຕະການ ແລະ ເຊື່ອມຕໍ່ລະຫວ່າງຜູ້ຊື້, ຜູ້ຂາຍ ດ້ວຍການພົວພັນຕິດຕໍ່ຜ່ານລະບົບ ເວັບໄຊ ຫລື ລະບົບ APP (ສະມາດໂຟນ). ການຊຳລະກໍ່ໄດ້ເຊື່ອມຕໍ່ກັບ Viettel money, VNPay, ZaloPay ຫລື Viettelsale. ອ້າຍ ຫງວຽນຟີຫາຍ, ບໍລິສັດຫຸ້ນສ່ວນ ມີງເຢືອງ, ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເມື່ອຂ້າພະເຈົ້າຕົກລົງກັບໃບສັ່ງຊື້ສິນຄ້າ ແລະ ເຊັນສັນຍາການຄ້າແລ້ວ, ທາງ ຫວໍຊໍ່ ຈະສ້າງໃບບິນສັ່ງຊື້ສິນຄ້າ ແລະຂົນສົ່ງເຖິງມືລູກຄ້າຢ່າງວ່ອງໄວ. ອີກຢ່າງຫນຶ່ງ ພວກຂ້າພະເຈົ້າບໍ່ຕ້ອງເສຍລາຍຈ່າຍຫຍັງຕື່ມອີກ”
ບໍ່ພຽງແຕ່ຈຳຫນ່າຍຜະລິດຕະພັນພິເສດຢູ່ ພາຍໃນປະເທດ ເທົ່ານັ້ນ ຫາກ Viettel Post ຍັງສົ່ງຜະລິດຕະພັນກະເສດ ຂອງຫວຽດນາມ ໄປຂາຍຢູ່ຕະຫລາດສາກົນ ຜ່ານ ຊ່ອງການຄ້າເອເລັກໂຕນິກ Voso.vn ອີກດ້ວຍ. ເດືອນ ມິຖຸນາປີ 2021, ມີໝາກລິ້ນຈີ່ ບັກຢາງ ກວ່າ 4 ໂຕນໄດ້ສົ່ງໄປຂາຍທົດລອງຢູ່ ຕະຫລາດ ເອີລົບຜ່ານ Voso.vn. ນີ້ເປັນຄັ້ງທຳອິດ ຫວຽດນາມ ປະຕິບັດການສົ່ງອອກ ຕາມຮູບການການຄ້າເອເລັກໂຕນິກຂ້າມຊາຍແດນ ຜ່ານ ໂປຼແກຼມ Make in Vietnam. ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:
“ເປັນຄັ້ງທຳອິດໃນ ລະບົບການຄ້າເອເລັກໂຕນິກຂອງຫວຽດນາມ, ພວກເຮົາໄດ້ສົ່ງອອກຜະລິດຕະພັນກະເສດຂ້າມຊາຍແດນໄປຍັງ ເອີລົບ ຊື່ງແມ່ນຕະຫລາດແຫ່ງຫນຶ່ງເຄັ່ງຄັດກັບຄຸນນະພາບຂອງສິນຄ້າ. ນີ້ກໍ່ແມ່ນເສັ້ນທາງໃຫມ່ ຊຶ່ງພວກຂ້າພະເຈົ້າຄິດວ່າ ຈະເປີດຫລາຍກາລະໂອກາດອັນດີງາມໃຫ້ແກ່ຜະລິດຕະພັນກະເສດປະເພດອື່ນ”
ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ:qdnd.vn) |
ພາຍຫລັງ ນຳເຂົ້າເຄື່ອນໄຫວໄດ້ໄລຍະຫນຶ່ງ, ຜະລິດຕະພັນ “Make in Vietnam” - ຊ່ອງການຄ້າເອເລັກໂຕນິກ voso.vn ຍາດໄດ້ຫລາຍຜົນງານເປັນຫນ້າຊື່ຊົມ ນັ້ນຄື: ເປັນຊ່ອງການຄ້າເອເລັກໂຕນິກ ຫນຶ່ງດຽວຕາງຫນ້າໃຫ້ຫວຽດນາມໄດ້ຮັບລາງວັນເຕັກໂນໂລຊີ ອາຊີ ປາຊິຟີກ 2020 – 2021 ( ລາງວັນ APICTA), ລາງວັນ “ຜະລິດຕະພັນເຕັກໂນໂລຊີ Make in Viet Nam" ປີ 2021, ຢືນອັນດັບ 5 ໃນTop ຊ່ອງການຄ້າເອເລັກໂຕນິກ ຢູ່ ຫວຽດນາມຕາມການຈັດອັນດັບໄດ້ນຳໃຊ້ຫລາຍກວ່າທາງສັງຄົມອອນລາຍ ຕາມການຈັດອັນດັບຂອງ Reputa ໃນເດືອນ ຕຸລາ ປີ 2021.
ປີ 2022, ຜະລິດຕະພັນການຄ້າເອເລັກໂຕນິກ ຫວໍຊໍ່ ມີການກຳນົດທິດສືບຕໍ່ເປີດກວ້າງ ແລະ ຂະຫຍາຍຈຳນວນຄອບຄົວຜະລິດກະສິກຳ, ຜ່ານບັນດາໂຄງການໃຫ້ບຸລິມະສິດ, ລົງທຶນຍູ້ແຮງການໝູນໃຊ້ເຕັກໂນໂລຊີຜ່ານໂປຼແກຼມ, ຜັນຂະຫຍາຍໂຄງການ marketing. ວິໄສທັດໃນອະນາຄົດຍາວໄກກວ່າ, ຫວໍຊໍ່ ວາງເປົ້າໝາຍກາຍເປັນຊ່ອງການຄ້າເອເລັກໂຕນິກອັນດັບຫນຶ່ງ ກ່ຽວກັບຜະລິດຕະພັນພິເສດຂອງ ຫວຽດນາມ, ຊ່ວຍເຊື່ອມຕໍ່ນັກຜະລິດ ແລະຊາວກະສິກອນ ກັບຮ້ານອາຫານ, ລະບົບ Minimart ແລະ ຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ, ປະກອບສ່ວນເຂົ້າໃນກິດຈະກຳຍົກລະດັບມູນຄ່າຜະລິດຕະພັນກະເສດ ຂອງຫວຽດນາມ ອອກສູ່ໂລກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

