ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 422 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງລາວ.
ວັນທີ 25 ສິງຫາ ແມ່ນຄົບຮອບ 114 ປີວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ.
(ພາບ: nhandan.vn)

ໃນອາທິດຜ່ານມາ ເພື່ອນ ເພັດມາລີ, ດຳລົງຊີວິດຢູ່ ສາລະວັນ, ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ວັນທີ 25 ສິງຫາ ແມ່ຄົບຮອບ 114 ປີວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ. ທ່ານພົນເອກ ຫວໍ້ງວຽນຢາບ ແມ່ນອ້າຍກົກຂອງກອທັບປະຊາຊົນ ຫວຽດນາມ - ເປັນນາຍພົນທີ່ປີຊາສາມາດ, ດີເລີດ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຂອບຂະໜາດທົ່ໂລກອີກດ້ວຍ. ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ, ທ່ານພົນເອກ ຫວໍ້ງວຽນຢາບ ເປັນນາຍພົນຜູ້ມີຄຸນງາມຄວາມດີ, ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງກອງທັບປະຊາຊົນ ຫວຽດນາມ ໃຫ້ເຂັ້ມແຂງ, ເປັນກຳລັງຫຼວງ, ສະຫຼາດຫຼັກແຫຼມ, ນັບມື້ນັບທັນສະໄໝ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ກອງທັບປະຊາຊົນ ຫວຽດນາມ ບັນລຸໄດ້ຫຼາຍບາດກ້າວໃໝ່ ເພື່ອສືບຕໍ່ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ເອກະາດຊົນຊາດ.

ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ ໄດ້ໂທລະສັບມາຫາລາຍການແບ່ງປັນວ່າ: ໃນໄລຍະ 2 ປີຜ່ານມາ, ໃນບັນດາລາຍການກະຈາຍສຽງ ແລະ ເວັບໄຊພາກພາສາ ລາວ ໄດ້ມີການປ່ຽນແປງລາຍການຈຳນວນໜຶ່ງ. ໃນນັ້ນ, ມີບັນດາລາຍການໃໝ່, ຄື: ຫວຽດນາມ ສັງກາດບຸກບືນ, ຊີວິດໃນເມືອງ, ລາຍການໂອ້ລົມກັບເພື່ອນ ລາວ ກໍ່ໄດ້ຮັບການເປີດກວ້າງກວ່າ, ໃນນັ້ນ, ມີບັນດາຄຳເຫັນປະກອບ ກໍຄືການແບ່ງປັນກ່ຽວກັບ ຫວຽດນາມ ທີ່ມາຈາກທ່ານຜູ້ຟັງຫຼາຍປະເທດອື່ນອີກ… ນີ້ແມ່ນບັນດາສິ່ງພິສູດໃຫ້ເຫັນການປ່ຽນແປງ, ຊ່ວຍໃຫ້ທ່ານຜູ້ຟັງ, ຜູ້ອ່ານມີຄວາມເຂົ້າໃຈດ້ານກົດໝາຍ, ວັດທະນະທຳ - ສັງຄົມຂອງ ຫວຽດນາມ ເລິກເຊິ່ງກວ່າ. VOV5 ແມ່ນພື້ນຖານຢ່າງມີຊີວິດຊີວາ, ດຶງດູດໃຈ ຊ່ວຍນຳສຽງເວົ້າຂອງ ຫວຽດນາມ ອອກສູ່ໂລກ.

ນະຄອນ ກຸຍເຍີນ ພວມຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງມີນັກທ່ອງທ່ຽວຫຼາຍຄົນໄປຊອກຮູ້
(ພາບປະກອບ: laodong.vn)

ເພື່ອນ ພອນແສງ, ຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງຄຳຖາມຜ່ານສື່ສັງຄົມ Facebook ມາຫາລາຍການໂດຍຢາກຮັບຟັງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ຫວຽດນາມ. ເພື່ອນຢາກຮູ້ວ່າ ໄປທ່ອງທ່ຽວຢູ່ເຂດນີ້ໃນຈຸດເວລາໃດຈຶ່ງສະດວກ?

ເພື່ອນ ພອນແສງ ທີ່ຮັກແພງ, ກຸຍເຍີນ ແມ່ນນະຄອນໃຫຍ່ຢູ່ເຂດແຄມຝັ່ງທະເລທາງທິດໃຕ້ພາກກາງ ຫວຽດນາມ ແລະ ແມ່ນສູນເສດຖະກິດ, ການເມືອງ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ທ່ອງທ່ຽວຂອງແຂວງ ບິ່ງດິ້ງ. ວາລະສານທ່ອງທ່ຽວ Rough Guides ຂອງ ອັງກິດ ໄດ້ຄັດເລືອກເອົາ ກຸຍເຍີນ ແມ່ນສະຖານທີ່ທີ່ໜ້າໄປຢ້ຽມຢາມອັນດັບຕົ້ນໆຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2015 ແລະ Hostelworld ໄດ້ຈັດ ກຸຍເຍີນ ເຂົ້າໃນ top 20 ສະຖານທີ່ທີ່ໜ້າໄປທ່ອງທ່ຽວອັນດັບຕົ້ນໆຂອງໂລກ ໃນປີ 2020. ນະຄອນ ກຸຍເຍີນ ພວມຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງມີນັກທ່ອງທ່ຽວຫຼາຍຄົນໄປຊອກຮູ້, ດ້ວຍວັດທະນະທຳທີ່ຫຼາກຫຼາຍ, ປະຫວັດສາດທີ່ຍາວນານ ພ້ອມກັບທິວທັດທຳມະຊາດທີ່ສວຍງາມ ແລະ ຮັບປະທານບັນດາເຍື່ອງອາຫານຂອງເຂດນີ້. ບັນດາສະຖານທີ່ຢ້ຽມຊົມ, ທ່ອງທ່ຽວຢູ່ເຂດນີ້ແມ່ນອຸດົມສົມບູນທີ່ສຸດ, ຄື: ທາດ ຈຳ, ມຸຍດ້ຽນ, ເຂດປາກທະເລ ກຸຍເຍີນ, ຫາດຊາຍທະເລ ກີກໍ, ໂນນຊາຍ ເຟືອງມາຍ…

ກຸຍເຍີນ ມີ 2 ລະດູທີ່ຈະແຈ້ງແມ່ນລະດູແລ້ງ, ແຕ່ເດືອນ ມີນາ ຫາເດືອນ ກັນຍາ ແລະ ລະດູຝົນ, ແຕ່ເດືອນ ຕຸລາ ຂອງປີນີ້ຮອດເດືອນ ກຸມພາ ປີຕໍ່ໄປ. ອຸນຫະພູມທັງປີແມ່ນເຢັນສະບາຍ, ສະນັ້ນ, ເພື່ອນສາມາດໄປທ່ອງທ່ຽວ ກຸຍເຍີນ ໃນຈຸດເວລາໃດກໍ່ໄດ້. ເຖິງຢ່າງໃດກໍ່ຕາມ, ໃນຊຸມເດືອນທ້າຍປີມັກມີຝົນຕົກ, ພາຍຸ, ສະນັ້ນ, ເພື່ອນຕ້ອງຫຼີກລ້ຽງ ຫຼື ພິຈາລະນາລະອຽດກ່ອນທີ່ໄປທ່ຽວໃນໄລຍະເວລານີ້.

ງານບຸນລະດູໃບໄມ້ຫຼົ່ນ ຊາປາ ປີ 2025
(ພາບ: .vietnam.vn)

ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວທ່ອງທ່ຽວຢູ່ ຊາປາ ໃນຊຸມເດືອນຈະມາເຖິງນີ້. ມີການເຄື່ອນໄຫວ ພົ້ນເດັ່ນດຶງດູດແຂກທ່ອງທ່ຽວໃດແດ່ທີ່ຈະຈັດຂຶ້ນ.

ເພື່ອນ ສຸລິວົງ ທີ່ຮັກແພງ, ງານບຸນລະດູໃບໄມ້ຫຼົ່ນ ຊາປາ ປີ 2025, ຄາດວ່າ ຈະເລີ່ມດຳເນີນແຕ່ເດືອນ ສິງຫາ ຮອດເດືອນ ຕຸລາ 2025, ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວທີ່ຟົດຟື້ນ, ເຂັ້ມຂຸ້ນໄປດ້ວຍສີສັນເຂດພູສູງ ໄຕບັກ ຫຼາຍຢ່າງ. ງານບຸນປີນີ້ແມ່ນມຸ່ງໄປເຖິງການເຊີດຊູຄວາມງາມຂອງທຳມະຊາດ, ສີສັນວັດທະນະທຳບັນດາເຜົ່າ ຊາປາ, ພ້ອມກັນນັ້ນ, ກໍ່ກະຕຸ້ນການທ່ອງທ່ຽວ ຕິດພັນກັບຜະລິດຕະພັນພິເສດສະເພາະ, ຜະລິດຕະພັນ OCOP ຂອງທ້ອງຖິ່ນ. ຕາມແຜນການ, ງານບຸນຈະລວມມີການເຄື່ອນໄຫວພົ້ນເດັ່ນຫຼາຍຢ່າງ, ຄື: ຊອກຮູ້ວັດທະນະທຳເຂດພູສູງ, ງານຕະຫຼາດນັດແຫ່ງຄວາມຮັກ ຊາປາ, ພິທີບຸນຊັກທຸງຂຶ້ນເສົາ ຈະດຳເນີນໃນວັນທີ 23, 24, 25 ສິງຫາ ແລະ ວັນທີ 01 ກັນຍາ 2025 ທີ່ເດີ່ນຫຼັກທຸງຢູ່ຍອດພູ Fansipan. ພ້ອມກັນນັ້ນ, ແມ່ນບັນດາການເຄື່ອນໄຫວໃນຂອບເຂດງານບຸນດັ່ງກ່າວ, ຄື: ງານບຸນຕອບບຸນແທນຄຸນພໍ່ແມ່, ບັນພະບູລຸດ, ງານບຸນລະດູເຂົ້າສຸກເຫຼືອງບ້ານ ໄມ, ງານບຸນຄ່ຳຄືນວັນເພັງ… ກໍ່ຈະນຳບັນດາການລົງຕົວຈິງທີ່ໜ້າຈື່ຈຳມາໃຫ້ແຂກທ່ອງທ່ຽວ. ງານບຸນລະດູໃບໄມ້ຫຼົ່ນ ຊາປາ ໄດ້ຈັດຂຶ້ນປະຈຳປີ, ປະກອບສ່ວນອະນຸຮັກສາກສີສັນວັດທະນະທຳຂອງຊາດ, ແລະ ໂຄສະນາພາບພົດ ຊາປາ ໃນແຜນທີ່ທ່ອງທ່ຽວສາກົນ