ພິທີຮັບໃບຢັ້ງຢືນຈາກອົງການ UNESCO ຮັບຮອງ “ງານບຸນ ເວຍບ່າຈົວຊືນຸຍຊາມ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ (ພາບ:baoangiang.com.vn) |
ໃນພິທີ, ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ຫວຽດນາມ ໄດ້ມອບໃບຢັ້ງຢືນຈາກອົງການ UNESCO ຈົດ “ງານບຸນເວຍບ່າຈົວຊືນຸຍຊາມ” ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ໃຫ້ແກ່ການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ການນຳແຂວງ ອານຢາງ. ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະກາດໂຄງການກະທຳແຫ່ງຊາດໃຫ້ຄຳໝັ້ນສັນຍາອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກງານບຸນ ເວຍບ່າຈົວຊືນຸຍນາມ. ເມື່ອກ່າວຄຳເຫັນໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຖືວ່າ:
“ງານບຸນເວຍບ່າຈົວຊືນຸຍຊາມ ໄດ້ຮັບການຈົດຊື່ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດແມ່ນຄວາມເປັນກຽດຄວາມເອກອ້າງທະນົງໃຈ. ປະຊາຊົນບັນດາເຜົ່າແຂວງ ອານຢາງ ແລະ ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ, ຕ້ອງມີຄວາມເອົາໃຈໃສ່ປົກປ້ອງພື້ນຖານວັດທະນະທຳຂອງຊາດ; ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງງານບຸນເວົ້າສະເພາະ ແລະ ມໍລະດົກວັດທະນະທຳຂອງ ຫວຽດນາມ ເວົ້າລວມ.”
ງານບຸນເວຍບ່າຈົວຊືນຸຍຊາມ ໄດ້ຈັດຂຶ້ນແຕ່ວັນທີ 22 ເມສາ ຫາວັນທີ 27 ເມສາ ໄລ່ຕາມຈັນທະປະຕິທິນ ເພື່ອເຊີດຊູຄຸນງາມຄວາມດີຂອງ ບ່າຈົວນຸຍຊາມ ຜູ້ປົກປັກຮັກສາຊາຍແດນຂອງປະເທດຊາດ, ສອນປະຊາຊົນດຳນາປູກເຂົ້າ. ນີ້ແມ່ນງານບຸນພື້ນເມືອງທີ່ເປັນເອກະລັກ ຂອງພໍ່ແມ່ປະຊາຊົນເຂດທົ່ງພຽງຕາເວັນຕົກສ່ຽງໃຕ້ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
