(ຫ້ອງກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ) |
ພິທີປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໂດຍກຸ່ມບໍລິສັດ FPT ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ ຮ່າໂນ້ຍ. ນີ້ແມ່ນໂຮງງານກວດກາທົດລອງ ແລະ ບັນຈຸພັນທຳອິດຂອງ ຫວຽດນາມ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນສ້າງສຳເລັດລະບົບຊີວະພາບເຄິ່ງຊັກນຳໄຟຟ້າດ້ວຍຂັ້ນຕອນຢ່າງຄົບຖ້ວນ ຈາກການຄົ້ນຄວ້າ, ອອກແບບ, ຜະລິດ, ບຳລຸງສ້າງ, ກວດກາທົດລອງ ແລະ ບັນຈຸພັນ, ດຳເນີນທຸລະກິດ, ຈາກນັ້ນກໍ່ກ້າວໄປສູ່ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.
ໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໄດ້ຕັ້ງຢູ່ແຂວງ ບັກນິງ. ໄລຍະທີ 1 (2026 -2027) ໂຮງງານມີເນື້ອທີ່ 1.600 ຕາແມັດ, ໄລຍະທີ 2 (2028 – 2030) ຄາດວ່າຈະເປີດກວ້າງຂອບຂະໜາດຂອງໂຮງງານຂຶ້ນປະມານ 6.000 ຕາແມັດ.
ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ບຸ່ຍຮວ່າງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ FPT ລົງທຶນໂຮງງານດັ່ງກ່າວເພື່ອປະກອບສ່ວນສ້າງລະບົບຊີວະພາບຊິບເຄິ່ງຊັກນຳໄຟຟ້າແບບຄົບວົງຈອນ. ຜ່ານນັ້ນ, ກໍ່ຄ່ອຍໆຫັນຄວາມຄາດຫວັງ ນຳພູມປັນຍາ ຫວຽດນາມ ອອກສູ່ໂລກໃຫ້ປະກົດຜົນເປັັນຈິງ ແລະ ນຳ ຫວຽດນາມ ໃຫ້ປະກົດແຈ້ງໃນແຜນທີ່ເຄິ່ງຊັກນຳໄຟຟ້າທົ່ວໂລກ.
ເລື່ອງປະກາດການກໍ່ສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ແມ່ນການກະທຳສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ FPT ໃນການປະຕິບັດມະຕິເລກທີ 57 ຂອງສູນກາງ ກ່ຽວກັບການບຸກທະລຸວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ ແລະ ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
