ທ່ານເລຂາທິການໃຫຍ່ ໂຕເລີມ ໂອ້ລົມກັບປະຊາຊົນຢູ່ ສູນບໍລິການການ ປົກຄອງສາທາລະນະຢູ່ຖະໜົນ ວໍ້ຈີ້ກົງ

ທີ່ການຢ້ຽມຢາມແຫ່ງຕ່າງໆ, ທ່ານເລຂາທິການໃຫຍ່ ພ້ອມກັບຄະນະໄດ້ລົງກວດກາວຽກງານກະກຽມ, ນັບແຕ່ແຫຼ່ງຊັບພະຍາກອນມະນຸດເຖິງພື້ນຖານໂຄງລ່າງ ແລະ ການເຮັດວຽກໃນສະພາບແວດລ້ອມອິນເຕີເນັດໃນການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນບໍລິເວນ. ການປະເມີນເບື້ອງຕົ້ນເຫັນວ່າ ການເຄື່ອນໄຫວຂອງຫົວໜ່ວຍປົກຄອງໃໝ່ ແມ່ນເປັນໄປຢ່າງຕໍ່ເນື່ອງ ແລະ ທະລຸລົງ, ທຸກລະບຽບການບໍລິຫານຂອງປະຊາຊົນ ໄດ້ຮັບການແກ້ໄຂຈາກພະນັກງານ

ເຮັດວຽກກັບອຳນາດການປົກຄອງຕາແສງ ຟຸກທິ້ງ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນຕ້ອງສືບຕໍ່ກະກຽມພາຫະນະອຸປະກອນເຕັກນິກຢ່າງລະອຽດ, ບໍ່ປະໃຫ້ມີເວລາຫວ່າງ, ດ້ວຍທິດນຳຮັບໃຊ້ປະຊາຊົນເປັນຢ່າງດີ