ວຽກງານແຕ້ມປ້າຍທະບຽນເຮືອຫາປາຂອງຊາວປະມົງ ຢູ່ ແຂວງບ່າເຣ້ຍ -ຫວູງເຕົາ . ພາບ: Lưu Sơn |
ລຸງ ຫວໍແທງບິ່ງ ຢູ່ຖະຫນົນ ຫາຍຟອງ 1 ເທດສະບານ ລອງຫາຍ ເມືອງ ລອງດ່ຽນ ແຂວງ ບ່າເຣ້ຍ - ຫວູງເຕົາ ເຄີຍເຮັດອາຊີບຫາປາດ້ວຍເຮືອກະດົ້ງເກືອບ 35 ປີແລ້ວ. ຫວ່າງແລ້ວນີ້ ອຳນາດການປົກຄອງທ້ອງຖິ່ນ ໄດ້ປະກາດໃຫ້ໄປຈົດທະບຽນແກ່ພາຫະນະຫາປາ ສະນັ້ນ ລຸງມີຄວາມດີໃຈຫລາຍ, ການຫາປາສິນທະເລຈະມີຄວາມສະດວກກວ່າ. ລຸງ ຫວໍແທງບິ່ງ ເລົ່າສູ່ຟັງວ່າ:
“ແຕ່ກ່ອນມາຮອດປະຈຸບັນ ພວກຂ້າພະເຈົ້າ ບໍ່ມີປ້າຍທະບຽນໃຫ້ເຮືອກະດົ້ງ ເມື່ອເກີດເຫດຕຳກັນບົນທະເລ ກໍ່ບໍ່ຮູ້ວ່າຈະສະເຫນີເຖິງອົງການໃດມາຊ່ວຍ. ປະຈຸບັນ ລັດໄດ້ຈັດຕັ້ງການອອກປ້າຍທະບຽນໃຫ້ເຮືອກະດົ້ງ ພໍ່ແມ່ປະຊາຊົນກໍ່ມີຄວາມປິຕິຊົມຊື່ນຫລາຍ. ຖ້າເກີດເຫດຢູ່ທະເລ ຊາວປະມົງຈະສົມທົບກັບທ້ອງຖິ່ນເພື່ອແກ້ໄຂໄດ້ຢ່າງງ່າຍດ່າຍກວ່າ”
ກໍ່ເຊັ່ນດຽວກັນກັບຊາວປະມົງຢູ່ ເມືອງ ລອງດ່ຽນ, ລຸງ ຈຽດກີມຫາຍ ຢູ່ ຕາແສງ ໂລກອານ ເມືອງ ເດີດດໍ໋ ໃຫ້ຮູ້ວ່າ: ກຳປັ່ນຫາປາຂອງ ລຸງ ມີຄວາມຍາວ 8 ແມັດ ແລະ ເຄື່ອນໄຫວຢູ່ໃກ້ກັບຝັ່ງ, ຍ້ອນໄປກັບໃນມື້ ສະນັ້ນ ໃນຫລາຍປີຜ່ານມາ ລຸງບໍ່ໄປຈົດທະບຽນໃຫ້ພາຫະນະ. ປະຈຸບັນ ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການຈົດທະບຽນເຮືອຫາປາ, ລຸງ ແລະ ປະຊາຊົນຫລາຍຄົນກໍ່ໄດ້ພາກັນໄປຈົດທະບຽນໃຫ້ເຮືອຂອງຕົນ.
“ແຕ່ກ່ອນມາຮອດປະຈຸບັນ ຍ້ອນຫາປາຢູ່ໃກ້ຝັ່ງ ສະນັ້ນກໍ່ບໍ່ສົນໃຈເຖິງເລື່ອງນີ້. ແຕ່ປະຈຸບັນ ອຳນາດການປົກຄອງຈັດຕັ້ງການອອກທະບຽນໃຫ້ເຮືອຫາປາ ພວກຂ້າພະເຈົ້າໄປຈົດທະບຽນ ເພື່ອໃຫ້ການໄປຫາປາສະດວກກວ່າ, ມີຄວາມອຸ່ນອ່ຽນໃຈເມື່ອອອກເຂົ້າທ່າກຳປັ່ນ. ພາຫະນະຫາປາແຕ່ລະລຳຕ້ອງມີປ້າຍທະບຽນ ເພື່ອລາຍງານອົງການຮັບຜິດຊອບເມື່ອເຂົ້າອອກ”
ແຂວງ ບ່າເຣ້ຍ - ຫວູງເຕົາ ມີເຮືອກະດົ້ງ, ເຮືອນ້ອຍກວ່າ 2.400 ລຳທີ່ເຄື່ອນໄຫວໃກ້ກັບຝັ່ງ, ໂດຍສຸມໃສ່ສ່ວນຫລາຍຢູ່ບັນດາເມືອງຄື: ລອງດ່ຽນ, ເດີດດໍ໋, ຊວຽນມົກ ແລະ ນະຄອນ ຫວູງເຕົາ. ໃນເດືອນ ມີນາປີນີ້, ບັນດາທ້ອງຖິ່ນໄດ້ສຳເລັດການຈົດທະບຽນໃຫ້ແກ່ເຮືອກະສານ, ເຮືອນ້ອຍ. ທ່ານ ຮ່າແທງ, ພະນັກງານສິນໃນນ້ຳ ເທດສະບານ ລອງຫາຍ ເມືອງ ລອງດ່ຽນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເອົາປ້າຍທະບຽນມາໃຫ້ເຈົ້າຂອງເຮືອກະດົ້ງ, ເຮືອນ້ອຍຢູ່ບ້ານ. ເມື່ອເຂົາເຈົ້າໄປຫາປາ ເຂົາເຈົ້າຕ້ອງຕິດປ້າຍທະບຽນ. ເລື່ອງນີ້ໂດຍແມ່ນຄະນະກຳມະການປະຊາຊົນ ເທດສະບານ ລອງຫາຍ ມອບໃຫ້ບັນດາຄຸ້ມບ້ານ ແນະນຳໃຫ້ປະຊາຊົນເຮັດໃບແຈ້ງຢູ່ບ້ານ ແລ້ວແຕ່ລະຄົນຈະໄດ້ຮັບປ້າຍທະບຽນຫນຶ່ງໃບ”
ຊາວປະມົງມາຈົດທະບຽນໃຫ້ເຮືອຫາປາ. ພາບ: Lưu Sơn |
ທ່ານ ເຈີນວັນຢູງ, ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເດີດດໍ໋ ໃຫ້ຮູ້ວ່າ: ເລື່ອງອອກປ້າຍທະບຽນໃຫ້ເຮືອຫາປາແມ່ນມີຄວາມສະດວກພໍສົມຄວນ. ເມືອງ ເດີດດໍ໋ ກໍ່ຈະປະຕິບັດການອອກປ້າຍທະບຽນໃຫ້ພາຫະນະຫາປາທີ່ໄປກັບໃນມື້ໃຫ້ສຳເລັດໂດຍໄວ.
“ເຮືອຫາສິນທະເລ ສ່ວນຫລາຍແມ່ນໄປກັບໃນມື້ ແລະ ມີຫນ້ອຍພາຫະນະທີ່ໄປຫາສິນທະເລແຕ່ 3-5 ວັນ. ສຳລັບບັນດາກໍລະນີນີ້ ອຳນາດການປົກຄອງທ້ອງຖິ່ນ ກໍ່ຮຽກຮ້ອງເຈົ້າຂອງເຮືອຫາປາຕ້ອງແຈ້ງລາຍງານກ່ອນ ຫລັງຈາກນັ້ນກຳນົດເວລາລະອຽດເມື່ອເຂົ້າຝັ່ງ ເພື່ອປະຕິບັດການແຕ້ມເລກທະບຽນ. ວຽກງານນີ້ແມ່ນປະຕິບັດສຳເລັດໃນເດືອນ ມີນາປີ 2024”
ເລື່ອງອອກປ້າຍທະບຽນໃຫ້ກຸ່ມກຳປັ່ນຫາປາ ບໍ່ພຽງແຕ່ຊ່ວຍໃຫ້ບັນດາທ້ອງຖິ່ນຂອງແຂວງ ບ່າເຣ້ຍ - ຫວູງເຕົາ ຄຸ້ມຄອງການເຄື່ອນໄຫວຂຸດຄົ້ນສິນທະເລເປັນຢ່າງດີເທົ່ານັ້ນ ຫາກຍັງຊ່ວຍອົງການມີຫນ້າທີ່ຮັບຜິດຊອບ ຄວບຄຸມ, ແກ້ໄຂສະພາບລະເມີດການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມການກຳນົດ (IUU), ຫາປາບໍ່ຖືກຕ້ອງກັບການກຳນົດເຂດ ຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ ເລື່ອງມຸ່ງໄປເຖິງການເຮັດລະບຽບການຈົດທະບຽນໃຫ້ເຮືອ, ກຳປັ່ນ, ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງແຂວງ ຍັງຂົນຂວາຍຊາວປະມົງ ຮັກສາບັນດາຫນ່ວຍເຮືອກຳປັ່ນ ສາມັກຄີນຳກັນ ດ້ວຍຄວາມປາດຖະຫນາຢາກອອກໄປຫາປາຢູ່ນອກຝັ່ງຢ່າງປອດໄພ, ໄດ້ຮັບຜົນດີ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

