ປະຊາຊົນ ຕາແສງ ດິ້ງກື ເມືອງ ລາກເຊີນ ຫລິ້ນກິລາ ບານສົ່ງ. ພາບ: Ngoc Anh |
ປະຈຸບັນ ແຂວງ ຮວ່າບິ່ງ ມີພົນລະເມືອງກວ່າ 870.000 ຄົນ, ລວມມີຊາວຊົນເຜົ່າກິງ: ເມື່ອງ, ຜູ້ໄທ, ໄຕ່, ຢ້າວ, ມົ້ງ ແລະ ບາງຊົນເຜົ່າອື່ນ. ເພື່ອຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ແຂວງມານະພະຍາຍາມປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ລວມມີ: ການກໍ່ສ້າງຊົນນະບົດໃຫມ່, ຫລຸດຜ່ອນຄວາມອຶດຫິວແບບຍືນຍົງ; ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ. ມີຫລາຍທ້ອງຖິ່ນ ໄດ້ນຳຫນ້າໃນການກໍ່ສ້າງຊົນນະບົດໃຫມ່, ພົ້ນເດັ່ນແມ່ນ ຕາແສງບັກຟອງ,ເມືອງ ກາວຟອງ. ທ່ານ ເຄືອງຊວນລິກ, ຮອງເລຂາພັກ, ປະທານ ຄະນະກຳມະການປະຊາຊົນ ຕາແສງບັກຟອງ ໃຫ້ຮູ້ວ່າ:
“ຕາແສງ ບັກຟອງໄດ້ໝູນໃຊ້ທັງ 3 ໂຄງການເປົ້າໝາຍແຫ່ງຊາດ ຫນູນຊ່ວຍຊາວກະສິກອນ. ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ. ປີ 2021 ລາຍຮັບສະເລ່ຍໃສ່ຫົວຄົນແມ່ນ 40 ລ້ານດົງ/ປີ (1.700 USD)ແຕ່ມາເຖິງປີ 2023 ແມ່ນ 51 ລ້ານດົ່ງ/ປີ (2.170 USD). ໄຟຟ້າ, ເສັ້ນທາງ, ໂຮງຮຽນ, ຫໍວັດທະນະທຳລ້ວນແຕ່ໄດ້ຮັບການກໍ່ສ້າງໃຫຍ່ໂຕສວຍງາມ ແລະ ຕາແສງ ມີໂຮງຮຽນ 2 ແຫ່ງບັນລຸມາດຕະຖານລະດັບຊາດ. ປີ 2023 ຕາແສງ ບັກຟອງ ບັນລຸມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ລະດັບຍົກສູງ”
ກ່ຽວກັບການຫນູນຊ່ວຍ, ຢື້ຢາມຖາມຂ່າວມອບຂອງຂວັນໃຫ້ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ, ອຸປະກະລະສັງຄົມ, ຄອບຄົວທຸກຍາກ, ປະຊາຊົນດຳລົງຊີວິດຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ ລ້ວນແຕ່ໄດ້ຮັບການປະຕິບັດຢ່າງທັນການຈາກທຸກຂັ້ນ, ຂະແຫນງການ, ອົງການການເມືອງສັງຄົມໃນແຂວງ ກໍ່ຄືຢູ່ຂັ້ນຮາກຖານ. ພິເສດໃນງານບຸນຕ່າງໆ, ບຸນເຕັດ. ຮັບປະກັນໃຫປະຊາຊົນຄອບຄົວທຸກຍາກ, ຄອບຄົວໃກ້ລະດັບທຸກຍາກໄດ້ຮັບການຫນູນຊ່ວຍປະກັນສຸຂະພາບ 100%.
ໂຄງການເປົ້າໝາຍແຫ່ງຊາດ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025 ຂອງແຂວງ ຮ່ວາບິ່ງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກວ້າງຂວາງ ສະນັ້ນ ອັດຕາຄອບຄົວທຸກຍາກຫລຸດລົງສະເລ່ຍແຕ່ 2,5% -3%/ປີ, ຫລຸດ 50% ຈຳນວນຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ບັນດາເປົ້າໝາຍແຫ່ງຊາດ ບໍ່ພຽງແຕ່ຊ່ວຍຮັບປະກັນຊີວິດສັງຄົມເທົ່ານັ້ນ ຫາກຍັງຮັດແຄບຊ່ອງຫວ່າງກ່ຽວກັບລະດັບຄອງຊີບ, ລາຍຮັບສະເລ່ຍຂອງປະຊາຊົນລະຫວ່າງເຂດຕົວເມືອງ ແລະຊົນນະບົດ, ເຂດພູດອຍ ອີກດ້ວຍ. ທ່ານ ເລຈີຮວຽນ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ເຕີນລາກ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຜັນຂະຫຍາຍປະຕິບັດບັນດາໂຄງການຢ່າງຄົບຊຸດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງໂຄງການຫາເງິນລ້ຽງຊີບ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ. ປະຈຸບັນ ບັນດາຕາແສງ, ບ້ານຢູ່ບໍລິເວນເມືອງມີເສັ້ນທາງຄົມມະນາຄົມໄປມາຢ່າງສະດວກ. 16/16 ຕາແສງບັນລຸມາດຖານຂອງຊາດກ່ຽວກັບດ້ານສາທາລະນະສຸກ. ສ່ວນດ້ານວັດທະນະທຳສັງຄົມ, ເມືອງ ກໍ່ເອົາໃຈໃສ່ຮັກສາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ພິເສດ ແມ່ນວັດທະນະທຳເຜົ່າເມື່ອງ. ປີ 2022 ອັດຕາຄອບຄົວທຸກຍາກແມ່ນ 12,53% ແຕ່ມາເຖິງປີ 2023 ອັດຕາຄອບຄົວທຸກຍາກຫລຸດລົງຍັງເຫລືອພຽງ 9,45%”.
ເດັກນ້ອຍເຂດພູສູງ ແຂວງຮ່ວາບິ່ງ. ພາບ: Ngoc Anh |
ເພື່ອເສີມຂະຫຍາຍທ່າແຮງໃນການປູກຕົ້ນຫມາກກ້ຽງ, ຫມາກກ້ຽງນ້ອຍ, ຫມາກກ້ຽງໃຫຍ່... ພິເສດແມ່ນຕົ້ນຫມາກກ້ຽງນ້ອຍ ເຊິ່ງແມ່ນຕົ້ນໄມ້ເສດຖະກິດປາຍແຫຼມຢູ່ທ້ອງຖິ່ນ, ຕາແສງ ເວິນເຊີນ, ເມືອງ ເຕີນລາກ ໄດ້ປູກຕົ້ນຫມາກກ້ຽງນ້ອຍໃນເນື້ອທີ່ ກວ່າ 500 ເຮັກຕາ. ເມື່ອຮອດລະດູເກັບກູ້, ພໍ່ຄ້າກໍ່ຈະມາຊອກເກັບຊື້ຫມາກກ້ຽງນ້ອຍເຖິງສວນ ດ້ວຍລາຄາ 40.000 ດົງ/kg (ກວ່າ 1,6 USD/kg). ຍ້ອນມີສົ້ນອອກທີ່ເປັນປົກກະຕິ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ, ສະນັ້ນ ໂສມຫນ້າຊົນນະບົດ, ເຂດພູສູງໄດ້ມີການປ່ຽນແປງ, ຊີວິດຂອງປະຊາຊົນດີຂຶ້ນຢ່າງເຫັນໄດ້ຊັດ. ເອື້ອຍ ດິງທິກວຽດ, ຊາວເຜົ່າເມື່ອງ ຢູ່ຕາແສງ ເວິນເຊີນ, ເມືອງ ເຕີນລາກ, ໃຫ້ຮູ້ວ່າ:
“ອຳນາດການປົກຄອງໄດ້ເປີດບັນດາຊຸດຝຶກອົບຮົມກ່ຽວກັບການປູກຕົ້ນໄມ້ໃຫ້ພໍ່ແມ່ປະຊາຊົນ. ຜ່ານນັ້ນ ພໍ່ແມ່ປະຊາຊົນກໍ່ມີບົດຮຽນປະສົບການ, ນຳໃຊ້ເພື່ອທຳການປູກຝັງ. ຕາແສງ ກໍ່ໄດ້ຫນູນຊ່ວຍບັນດາຄອບຄົວໃນການກູ້ຢຶມ. ຄອບຄົວຂ້າພະເຈົ້າປູກຕົ້ນຫາກກ້ຽງ, ຫມາກກ້ຽງນ້ອຍ ກວ່າ 1.000 ຕົ້ນ, ລະດູຫນຶ່ງກໍ່ສາມາດເກັບກູ້ໄດ້ປະມານ 20 ໂຕນ. ຄອບຄົວຂ້າພະເຈົ້າມີ 6 ຄົນ, ສະເລ່ຍລາຍຮັບຈາກຜົນກຳໄລ ແມ່ນ 200 ລ້ານ ດົົງ/ຄົນ/ປີ (ເກືອບ 8.200 USD/ຄົນ/ປີ). ຍ້ອນທຳການປູກຕົ້ນຫາກກ້ຽງ, ຫມາກກ້ຽງນ້ອຍ, ຄອບຄົວຂອງຂ້າພະເຈົ້າ ຈິ່ງສາມາດປຸກເຮືອນ, ຊື້ລົດ, ຊື້ຈັກຕັດຫຍ້າໄດ້”.
ເລື່ອງ ແຂວງ ຮວ່າບິ່ງ ມີການວາງແຜນທີ່ເຫມາະສົມ, ບູລິມະສິດຈັດແບ່ງແຫລ່ງກຳລັງແຮງໃຫ້ບັນດາລາຍການ, ໂຄງການຫນູນຊ່ວຍໃນການພັດທະນາການຜະລິດ, ບຳລຸງສ້າງວິຊາຊີບ, ຫນູນຊ່ວຍໃນການຫາລ້ຽງຊີບ... ສະນັ້ນ ມາຮອດປັດຈຸບັນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ຮວ່າບິ່ງ ກໍ່ໄດ້ຮັບການປັບປຸງ ແລະ ຍົກສູງເປັນເທື່ອລະກ້າວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

