ພະອາຈານມະຫາ |
ໃນຫຼາຍປີທີ່ຜ່ານມາພະອາຈານມະຫາ ແທັກຮວັນໄດ້ພະຍາຍາມຢ່າງສຸດໃຈເພື່ອຮັກສາດ້ານພາສາເວົ້າແລະຕົວໜັງສືຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ. ເພາະສະນັ້ນເມື່ອຮອດລະດູຮ້ອນແຕ່ລະປີ, ວັດ ເປຣຈັອບ ພັດເປີດຊຸດຮຽນໜັງສືຂະແມໂດຍບໍ່ເສຍຄ່າໃຫ້ແກ່ພວກນ້ອງນັກຮຽນຈາກ ປໍ1 ຫາປໍ3. ພະອາຈານມະຫາຍັງຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນໜູນຊ່ວຍດ້ານເງິນທຶນແລະປຶ້ມ, ອຸປະກອບການຮຽນໃຫ້ແກ່ນັກຮຽນທີທຸກຍາກ, ຍ້ອງຍໍສັນລະເສີນພວກນັກຮຽນທີ່ມີຜົນງານຮ່ຳຮຽນດີເດັ່ນ;ມອບຂອງຂວັນປະຕິບັດການກວດແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ຄອບຄົວທີ່ທຸກຍາກລວມມູນຄ່ານັບຮ້ອຍລ້ານດົ່ງ. ວັດຍັງຊ່ວຍເຫຼືອລ້ຽງດູເດັກຈຳນວນໜຶ່ງທີ່ມີສະພາບຫຍຸ້ງຍາກເປັນພິເສດ. ລຸງ ເຈິ່ນໂງ ຊາວເຜົ່າຂະແມຢູ່ຕາແສງລາຍຮວ່າໃຫ້ຮູ້ວ່າ:
“ພະອາຈານມະຫາແທັກຮວັນໄດ້ຊ່ວຍເຫຼືອຜູ້ທຸກຍາກຢ່າງສຸດໃຈ. ພະອົງໄດ້ຊ່ວຍເຫຼືອທາງດ້ານວັດຖຸເຂົ້າສານ, ເງິນທຶນ, ໂຄສະນາໃຫ້ພໍ່ແມ່ພີ່ນ້ອງຊາວພຸດຮັບຊາບກ່ຽວກັບນະໂຍບາຍສາມັກຄີຂອງພັກແລະລັດ. ພະອົງເປັນຜູ້ໃຈດີທີ່ມີອິດທິພົນໃນໝູ່ບ້ານດັ່ງນັ້ນທຸກໆກໍ່ມີຄວາມເຄົາລົບນັບຖືແລະຟັງຕາມຄວາມຂອງພະອາຈານມະຫາ”.
ໂດຍເສີມຂະຫຍາຍບົດບາດເປັນຜູ້ທີ່ມີອິດທິພົນໃນວົງຄະນາຍາດ, ພະອາຈານມະຫາແທັກຮວັນໄດ້ຕັ້ງໜ້າພ້ອມກັບແນວໂຮມປະເທດຊາດແລະບັນດາຄະນະຂະແໜງການອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ປ້ອມປ້ອງກັນຊາຍແດນລາຍຮວ່າ ໂຄສະນາຂົນຂວາຍປະຊາຊົນກໍ່ຄືຊາວພຸດປະຕິບັດຕາມແນວທາງນະໂຍບາຍຂອງພັກນະໂຍບາຍກົດໝາຍຂອງລັດ. ພະອາຈານມະຫາແທັກຮວັນເປີດເຜີຍວ່າ:
“ຜູ້ເຊື່ອຖືສາສະໜາຫຼືບໍ່ເຊື່ອຖືສາສະໜາ ກໍ່ຕ້ອງປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຂອງລັດ. ວັດໄດ້ເຜີຍແຜ່ອະທິບາຍໃຫ້ພໍ່ແມ່ພີ່ນ້ອງເຮັດຕາມສິ່ງທີ່ຖືກຕ້ອງເພື່ອເຮັດແນວໃດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊຊົນນັບມື້ນັບດີຂຶ້ນ”.
ພະອາຈານມະຫາແທັກຮວັນຍັງຂົນຂວາຍປະຊາຊົນເຂົ້າຮ່ວມການບໍລິຈາກທີ່ດິນເພື່ອເປີດກວ້າງເສັ້ນທາງຄົມມະນານາຄົມຊົນນະບົດ, ກໍ່ສ້າງບັນດາກິດຈະກຳສະຫວັດດີການສັງຄົມ, ໂຮງຮຽນ. ໃນມໍ່ໆມານີ້ຄືປີ 2017 ພະອາຈານມະຫາ ແລະ ວັດເປຣຈັອບໄ ດ້ບໍລະຈາກທີ່ດິນ 16.500 ຕາແມັດຢູ່ບ້ານເປຣຈັອບ B ຕາແສງ ລາຍຮວ່າ ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນກໍ່ສ້າງໂຮງຮຽນ. ພະອາຈານມະຫາແທັກຮວັນ ຍັງໂຄສະນາເພື່ອໃຫ້ພໍ່ແມ່ພີ່ນ້ອງຫັນປ່ຽນໂຄງປະກອບ ແນວປູກສັດລ້ຽງ ຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ ປະກອບສ່ວນປົວແປງແລະຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ທ່ານຕັງຮຸມ ທີ່ປຶກສາຄະນະອະທິການ ວັດ ເປຣຈັອບໃຫ້ຮູ້ວ່າ:
“ພະອາຈານມະຫາແທັກຮວັນນັບແຕ່ຄາວຍັງນ້ອຍກໍ່ໄດ້ມາບວດຢູ່ວັດນີ້, ພະອົງແມ່ນຜູ້ມີອິດທິພົນໃນທົ່ວແຂວງຊັອກຈັງ. ພະອົງແມ່ນຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາເທດສະບານຫວິງເຈົາທັງເປັນປະທານສະມາຄົມພຸດທະສາສະໜາຫິລະຍານຂະແມເທດສະບານຫວິງເຈົາ, ອະດີດເປັນສສຊຊຸດທີ XXIII. ພະອົງແມ່ນຜູ້ໃຈດີມັກຊ່ວຍເຫຼືອປະຊາຊົນແລະ ຕັ້ງໜ້າເຄື່ອນໄຫວເພື່ອວຽກງານສັງຄົມ”.
ໂດຍເປັນນັກບວດທີ່ມີພັນສາສູງ, ມີຄຸນສົມບັດ, ມີຄຸນງາມຄວາມດີຕໍ່ສາສະໜາ, ພະອາຈານມະຫາ ແທັກຮວັນ ໄດ້ກາຍເປັນບອ່ນອີງທາງດ້ານຈິດໃຈຢ່າງແທ້ຈິງ, ຊ່ວຍປະຊາຊົນທ້ອງຖິ່ນກໍ່ສ້າງໝູ່ບ້ານ ໃຫ້ມີຄວາມອີ່ມໜຳສຳລານ ສະຫງົບສຸກ. ດ້ວຍການປະກອບສ່ວນອັນຕັ້ງໜ້າໃຫ້ແກ່ວົງຄະນະຍາດ, ໃນຫຼາຍປີຢ່າງຕໍ່ເນືອງ, ພະອາຈານມະຫາ ແທັກຮວັນໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ, ປະທານຄະນະກຳມະການປະຊາຊົນແຂວງຊອກຈັງ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ຍ້ອນມີຜົນງານດີເດັ່ນໃນວຽກງານສັງຄົມ, ເພື່ອການກຸສົນ ແລະ ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
