ວັນທີ 13 ສິງຫາ, ຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກ 4 (ຮ່າໂນ້ຍ), ອະນຸກຳມະການເດີນຂະບວນ, ສວນສະໜາມກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດປະເທດ ສສ.ຫວຽດນາມ ໄດ້ດຳເນີນການຝຶກຊ້ອມລວມເທື່ອທີ 3 ດ້ວຍບັນດາກຳລັງປະກອບອາວຸດປະຊາຊົນ.
ບັນດາຜູ້ແທນເຂົ້າຮ່ວມການຝຶກຊ້ອມລວມ.
ມີນັກຮົບກຳລັງປະກອບອາວຸດກວ່າ 16.000 ຄົນສືບຕໍ່ດຳເນີນການຝຶກຊ້ອມລວມໃນຄັ້ງນີ້.
ການຝືກຊ້ອມລວມມີ 2 ພາກ: ປະຕິບັດບັນດາເນື້ອໃນພິທີກຳ, ພິທີກຳຂອງພັກ, ລັດ ແລະ ພາກເດີນຂະບວນ, ສວນສະໜາມກ້ອນກຳລັງ.
ສາກການສະແດງທີ່ໜ້າປະທັບໃຈມື້ຝຶກຊ້ອມລວມເທື່ອທີ 3 ແມ່ນຜົນງານຈາກການຝຶກຊ້ອມຂອງບັນດານັກຮົບ.
ການຝຶກຊ້ອມລວມເທື່ອທີ 3 ສືບຕໍ່ນຳສະເໜີສາກການສະແດງຕະການຕາຂອງບັນດາລະບົບອາວຸດທີ່ທັນສະໄໝ.
ສິ່ງທີ່ໜ້າສົນໃຈ, ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງກຸ່ມກ້ອນກຳລັງພາຫະນະພິເສດສະເພາະຕໍ່ສູ້ຕ້ານການກໍ່ການຮ້າຍຂອງກຳລັງຕຳຫຼວດປະຕິບັດງານພິເສດ.
ນອກນັ້ນ, ກຸ່ມກ້ອນກຳລັງລົດຕຳຫຼວດຈະລາຈອນກໍ່ມີການປ່ຽນແປງໃນການຝຶກຊ້ອມລວມເທື່ອທີ 3 ເມື່ອທຽບໃສ່ການຝືກຊ້ອມຄັ້ງກ່ອນ.
ຕາມແຜນການ, ບັນດາກຳລັງເດີນຂະບວນ, ສວນສະໜາມກ້ອນກຳລັງ ຈະມີການຝຶກຊ້ອມອີກເທື່ອໜຶ່ງຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກ 4 ກ່ອນທີ່ຈະເຂົ້າຮ່ວມການກວດກາເບື້ອງຕົ້ນ, ຊ້ອມໃຫຍ່ຄັ້ງສຸດທ້າຍຢູ່ສະໜາມຫຼວງ ບາດິ່ງ.
ທ່ານ ຫງວຽນຈ້ອງເງັ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງຊາດໃນໄລຍະ 3 ປີ 2023 – 2025 ກ່າວຄຳເຫັນໃຫ້ກຳລັງໃຈບັນດາກຳລັງພາຍຫຼັງການຝຶກຊ້ອມລວມ.
ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພ້ອມກັບທ່ານນາງ ບຸຍທິມິງຮ່ວາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ມອບຂອງຂວັນໃຫ້ບັນດານັກຮົບທີ່ເຂົ້າຮ່ວມການຝຶກຊ້ອມລວມ.