ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ໄດ້ຮັບຖືວ່າແມ່ນລະດູໂຣແມນຕິກທີ່ສຸດໃນປີ, ດ້ວຍຕົ້ນໄມ້ຫຼາຍຕົ້ນປ່ຽນເປັນສີເຫຼືອງຢູ່ຫຼາຍຖະໜົນຫົນທາງ.
ແສງແດດຍາມລະດູໃບໄໄມ້ຫຼົ່ນສາດສ່ອງລົງຜ່ານຮົ່ມໄມ້, ສ້າງເປັນທິວທັດທຳມະຊາດທີ່ສວຍສົດງົດງາມ.
ລະດູໃບໄມ້ຫຼົ່ນເຮັດໃຫ້ທັດສະນີຍະພາບທີ່ລືຊື່ຂອງນະຄອນຫຼວງມີຄວາມງາມແບບລຽບງ່າຍ.
ເມື່ອລະດູໃບໄມ້ຫຼົ່ນວຽນມາ ບັນດາຮົ່ມໄມ້ຕົ້ນຫູກວາງ ຢູ່ທົ່ວຖະໜົນຫົນທາງຂອງຮ່າໂນ້ຍ ພາກັນປ່ຽນສີ ແລະ ຫຼົ່ນລົງ.
ລົດດອກໄມ້ “ຕ່າງທັງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ປະກົດຢູ່ຖະໜົນໃຈກາງຂອງນະຄອນເປັນຈຳນວນຫຼາຍຄື ຟານດິ່ງຟຸງ, ແທັງນຽນ, ຮວ່າງຢ້ຽວ.
ແສງແດດຂອງລະດູໃບໄມ້ຫຼົ່ນສາດລົງບັນດາເຮືອນຄຸ້ມຖະໜົນເກົ່າຫຼັງຕ່າງໆຢູ່ເມືອງ ຮວ່ານກຽມ.
ເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ສຸດຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ຕ້ອງເວົ້າເຖິງເຂົ້າເໝົ້າທີ່ອ່ອນແຊບ.
ນາງ ຫງວຽນທິຈ່ຽວ ແບ່ງປັນວ່າ: ຂ້າພະເຈົ້າໄດ້ຂາຍເຂົ້າເໝົ້າຢູ່ຮ່າໂນ້ຍ ມາເປັນເວລາກ່ວາ 20 ປີແລ້ວ. ເມື່ອລະດູໃບໄມ້ຫຼົ່ນວຽນມາ, ຊາວຮ່າໂນ້ຍ ພັດຊອກຫາເຍື່ອງອາຫານທີ່ລຽບງ່າຍນີ້. ມັນແມ່ນຈຸດທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນຮ່າໂນ້ຍ.
ມີແຂກທ່ອງທ່ຽວຫຼາຍຄົນກໍ່ເລືອກເອົາຮ່າໂນ້ຍ ແມ່ນສະຖານທີ່ມາທ່ຽວເມື່ອລະດູໃບໄມ້ຫຼົ່ນວຽນມາ ເພື່ອສຳຜັດຕິວຈິງອາກາດທີ່ປອດໂປ່ງ ແລະ ທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນນີ້.
ເມື່ອລະດູໃບໄມ້ຫຼົ່ນມາ “ເຄາະປະຕູ”, ການດຳລົງຊີວິດຂອງນະຄອນຫຼວງ ມີຄວາມຄຶກຄື້ນມ່ວນຊື່ນ, ຄັບຄາໜາແໜ້ນ ເບິ່ງຄືວ່າ ມີຄວາມສະຫງົບງຽບກ່ວາ,ຈັ່ງຫວະການດຳລົງຊີວິດກໍຊ້າລົງ ເພື່ອຮັບເອົາບັນຍາກາດ, ທິວທັດທຳມະຊາດຂອງລະດູງາມທີ່ສຸດໃນປີ.