ຮອດໄລຍະທ້າຍເດືອນຕຸລາຂອງທຸກປີ,ໃນຕະຫຼາດສິນຄ້າ Halloween ພັດມີຄວາມຄືກຄຶ້ນເມື່ອຜູ້ບໍລິໂພກໄປຊອກຫາເຄື່ອງຂອງປະດັບປະດາທີ່ເໝາະສົມໃຫ້ແກ່ບັນຍາກາດຂອງວັນບຸນນີ້.

ຖະໜົນຮ່າງມ໊າ (ເມືອງຮວ່ານກຽມ), ຫຼາຍປີມານີ້ ໄດ້ຖືກຂະໜານນາມວ່າ ແມ່ນໃຈກາງຂອງຕະຫຼາດຂາຍເຄື່ອງຂອງປະດັບປະດາ, ປັດຈຸບັນພວມມີຜະລິດຕະພັນຄົບທຸກຢ່າງ ເພື່ອຮັບໃຊ້ໃຫ້ແກ່ວັນບຸນ

ບັນດາເຄື່ອງຂອງປະດັບປະດາ ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ມາຊື້ ແລະ ຢ້ຽມຊົມ.

ບັນດາຜະລິດຕະພັນພົ້ນເດັ່ນໄປດ້ວຍສີສັນຂອງວັນບຸນໂດຍແມ່ນ ສີສົ້ມ ແລະ ສີດຳ

ໃນຜະລິດຕະພັນທັງໝົດ, ໝາກອຶແມ່ນເຄື່ອງຫຼິ້ນໄດ້ຮັບຄວາມນິຍົມທີ່ສຸດ.

ນອກຈາກຖະໜົນຮ່າງມ໊າ, ຜູ້ບໍລິໂພກຍັງອາດຈະໄປຍັງທາງຮ່ອມ1A, ຖະໜົນ ໂຕນເທິດຕຸງ (ເມືອງດົງດາ) ເພື່ອຊື້ເຄື່ອງຂອງປະດັບປະດາ Halloween.

ເຖິງວ່າມີຈຳນວນບໍ່ຫຼາຍຄືຖະໜົນຮ່າງມ໊າ ແຕ່ຜະລິດຕະພັນຂາຍຢູ່ທີ່ນີ້ ກໍ່ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ງາມຕາ ຄືກັບຖະໜົນຮ່າງມ໊າ.

ວັນບຸນ Halloween ດຶງດູດໄວໜຸ່ມ, ພິເສດແມ່ນເດັກນ້ອຍ.

ໃນໂອກາດນີ້ ພວກເດັກຈະໄດ້ແຕ່ງຕົວ ເພື່ອກາຍເປັນພໍ່ມົດ, ແມ່ມົດ ...
ຫຼືຍັງແມ່ນໂອກາດທີ່ພໍ່ແມ່ຊື້ເຄື່ອງຫຼິ້ນໃໝ່ໃຫ້.