ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນໃນ ອາຊີ (ພາບ: vov.vn)

ໃນການຕີລາຄາທີ່ໄດ້ຍົກອອກມາໃນປີນີ້ ກ່ຽວກັບ ດັດຊະນີສິດອຳນາ ອາຊີ, ສະຖາບັນຄົ້ນຄວ້າ Lowy, Sydney, ອົດສະຕາລີ ໃຫ້ຮູ້ວ່າ ຫວຽດນາມ ຮັກສາອັນດັບທີ 12. ຫວຽດນາມ ໄດ້ເພີ່ມຂຶ້ນ 1,2 ຄະແນນ ເມື່ອທຽບໃສ່ປີ 2023. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອົດສະຕາລີ, ທ່ານນາງ Savannah Patton ເຊິ່ງເປັນໜຶ່ງໃນບັນດານັກຂຽນບົດລາຍງານ ໃຫ້ຮູ້ວ່າ:

“ຜົນກະທົບທາງການທູດແມ່ນໜຶ່ງໃນບັນດາຈຸດດີຂອງ ຫວຽດນາມ. ຂ້າພະເຈົ້າຖືວ່າ ນີ້ແມ່ນໝາກຜົນຂອງນະໂຍບາຍການຕ່າງປະເທດ ທີ່ເປັນເຈົ້າການໃນນັ້ນ ຫວຽດນາມ ເປີດກວ້າງສາຍພົວພັນກັບບັນ ດາປະເທດໃນໂລກ. ບໍ່ພຽງແຕ່ເທົ່ານັ້ນ, ປີ 2023, ຫວຽດນາມ ແມ່ນປະເທດໜຶ່ງດຽວ ຕ້ອນຮັບທັງທ່ານປະທານາທິບໍດີ ອາເມລິກາ ແລະ ປະທານປະເທດ ຈີນ ມາ ຢ້ຽມຢາມ. ຂ້າພະເຈົ້າຖືວ່າ ນີ້ແມ່ນໝາກຜົນຈະແຈ້ງຂອງນະໂຍບາຍການຕ່າງປະເທດເປີດກວ້າງ ແລະ ເປັນເຈົ້າການຂອງ ຫວຽດນາມ”.

ສຸສານປະທານ ໂຮ່ຈີມິນ (ພາບ: TTXVN)

ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ກໍໄດ້ຮັບການປັບປຸງ ດ້ວຍສາຍພົວພັນເສດຖະກິດ ແລະ ຄວາມສາມາດດ້ານເສດຖະກິດ. ຫວຽດນາມ ມີນະໂຍບາຍການຕ່າງປະເທດທາງເສດຖະກິດທີ່ເປັນເຈົ້າການ, ເຂົ້າຮ່ວມຫຼາຍສັນຍາການຄ້າກັບບັນດາປະເທດໃນໂລກ ແລະ ພວມເປັນຈຸດນັດພົບທີ່ດູດດື່ມສຳລັບບັນດາວິສາຫະກິດຕ່າງປະເທດ.

ໜຶ່ງໃນບັນດາຂົງເຂດພັດທະນາທີ່ໜ້າປະທັບໃຈທີ່ສຸດຂອງ ຫວຽດນາມ ໃນປີຜ່ານມາ ແມ່ນການປ້ອງກັນຊາດ. ຫວຽດນາມ ບໍ່ເຂົ້າຮ່ວມສຳພັນທະມິດ ແຕ່ ນັບມື້ນັບ ຫວຽດນາມ ເປັນເຈົ້າການໃນການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດໃນພາກພື້ນ.

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ.