ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. (ພາບ: VOV) |
ແຕ່ດົນນານມາແລ້ວ, ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. ເພາະສະນັ້ນ, ເມື່ອລະດູບານໃໝ່ວຽນມາ, ຮີດໄປຂໍຕົວໜັງສື ຫວຽດ ເດີມ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ພູມປັນຍາ, ພ້ອມທັງຝາກຝັງຄວາມປາດຖະໜາຫຼໍ່ລ້ຽງບັນດາຄຸນຄ່າທາງດ້ານຈິດໃຈທີ່ໝັ້ນແກ່ນໃຫ້ແກ່ປີໃໝ່ ແລະ ທັງຂະບວນວິວັດຂອງຊີວິດ.
ຍາມຕົ້ນປີລູກຫຼານຈະຂໍຕົວໜັງສືກ່ຽວກັບສຸຂະພາບ ແລະ ອາຍຸໝັ້ນຂວັນຍືນ (ພາບ: VOV) |
ທ່ານນາງ ຮວ່າງແອັງຢຽບ, ຮອງຫົວໜ້າສະໂມສອນສິລະປະການແຕ້ມຕົວໜັງສືເດີມ UNESCO ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຮີດຂໍຕົວໜັງສືໄດ້ນຳມາເຊິ່ງຄວາມມ່ວນຊື່ນ, ຄວາມສະຫງົບສຸກ ແລະ ສຸຂະພາບໃຫ້ແກ່ທຸກໆຄົນໃນຄອບຄົວ. ທີສອງແມ່ນ ພໍ່ແມ່ຢາກຂໍບັນດາຕົວໜັງສືເພື່ອຕັກເຕືອນລູກຫຼານຂອງຕົນກ່ຽວກັບໜ້າທີ່ຮ່ຳຮຽນ. ສ່ວນພວກຫຼານ ຫຼື ພໍ່ແມ່ພວກຫຼານ ຈະຂໍຕົວໜັງສືໃຫ້ແກ່ຜູ້ໃຫຍ່ ເຊັ່ນ ມີສຸຂະພາບເຂັ້ມແຂງ ແລະ ອາຍຸໝັ້ນຂວັນຍືນ”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

