ທ່ານ ຈ້ຽວຕ່າຍວິງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ແລະ ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN) |
ຕອນເຊົ້າວັນທີ 19 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຈ້ຽວຕ່າຍວິງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານແນວລາວສ້າງຊາດ.
ທີ່ການຕ້ອນຮັບ, ທ່ານ ຈ້ຽວຕ່າຍວິງ ໄດ້ຢັ້ງຢືນວ່າ: ວຽກງານໂຄສະນາເຜີຍແຜ່ໃນໄລຍະຜ່ານມາໄດ້ປະກອບສ່ວນແຜ່ກະຈາຍຂໍ້ມູນຂ່າວສານກ່ຽວກັບການຮ່ວມມື ຫວຽດນາມ - ລາວ ຢ່າງເລິກເຊິ່ງກວ້າງຂວາງ, ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ສ່ວນທ່ານ ຄຳພັນ ເຜີຍຍະວົງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນໃນທຸກຂົງເຂດ, ຍູ້ແຮງວຽກງານໂຄສະນາແນວທາງ, ນະໂຍບາຍຂອງພັກ ແລະ ລັດ ໄປຍັງປະຊາຊົນສອງປະເທດ. ໃນຂະນະນັ້ນ, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ສະເໜີ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການໃນວຽກງານໂຄສະນາ, ເປັນຕົ້ນແມ່ນການຖ່າຍທອດແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດໄປຍັງປະຊາຊົນຢ່າງຖືກຕ້ອງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
